ເຈົ້າໜ້າທີ່ ທ້ອງຖິ່ນ ເຣີ້ມຖອນທະຫານ

ວິ​ທ​ຍຸ ເອ​ເຊັຽ ເສ​ຣີ
2017.08.12
f-cambodia-army ກອງ​ທະ​ຫານ ​ກຳ​ພູ​ຊາ
RFA/Men Sothy

ທ່ານ ຮຸນ​ ເຊນ, ນາ​ຍົກ​ຣັ​ຖ​ມົນ​ຕຼີ​ກຳ​ພູ​ຊາ, ໄດ້​ເດີນ​ທາງ​ ດ້ວຍ​ເຮືອ​ບິນ ແບບ​ດ່ວນ​ທີ່​ສຸດ​ ມາ​ຍັງ ​ນະ​ຄອນຫຼວງວຽງ​ຈັນ ໃນ​ຕອນ​ເຊົ້າ ​ຂອງ ວັນ​ທີ 12 ສິງ​ຫາ 2017 ນີ້ ເພື່ອ​ພົບພໍ້ກັບ ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ຣັ​ຖ​ມົນ​ຕຼີ​ລາວ, ໂດຍ​ທ່ານ​ ມີຈຸດ​ມຸ້ງ​ໝາຍ​ ທີ່​ຈະ​ແກ້​ໄຂ ​ບັນ​ຫາ​ຂໍ້​ຂັດ​ແຍ່ງ​ ດ້ານ​ຊາຍ​ແດນ​ລາວ-ກຳ​ພູ​ຊາ ທີ່​ເຣີ້ມ​ມາ​ ແຕ່​ຕົ້ນ​ປີນີ້ ດ້ວຍ​ສັນ​ຕິ​ວິ​ທີ.

ໃນ​ເວ​ລາ ປະ​ມານ 10 ໂມງເຄິ່ງ ຕອນ​ເຊົ້າ ຕາມ​ເວ​ລາ​ທ້ອງ​ຖິ່ນ ​ຂອງ​ລາວ ພາຍຫຼັງ ​ທີ່​ພົບ​ພໍ້​ກັນ​ຢ່າງ​ເປັນ​ທາງ​ການ ແລະ ແບບ​ກະ​ທັນ​ຫັນ​ ທີ່​ສຸດ​, ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາ​ຍົກ​ຣັ​ຖ​ມົນ​ຕຼີ​ລາວ ແລະ ທ່ານ ຮຸນ​ເຊນ, ນາ​ຍົກ​ຣັ​ຖ​ມົນ​ຕຼີ​ກຳ​ພູ​ຊາ, ພ້ອມ​ດ້ວຍ ຣັ​ຖ​ມົນ​ຕຼີ​ ກະ​ຊວງ​ປ້ອງ​ກັນ​ປະ​ເທ​ສ ​ທັງສອງ​ຝ່າຍ ພົ​ລ​ໂທ​ ຈັນ​ສະ​ໝອນ ຈັນ​ຍາ​ລາດ ແລະ ພົ​ລ​ເອກ ເຕັ່ຽ-ບັ່ນ ກໍໄດ້​ຈັດ​ ພິ​ທີ​ຖ​ແລງ​ຂ່າວ​ຂຶ້ນ ​ ໂດຍ​ທັງສອງຝ່າຍ ​ສາ​ມາດ​ຕົກ​ລົງ​ກັນ ​ຕໍ່​ບັນ​ຫາ​ດັ່ງ​ກ່າວ ໃນ​ເບື້ອງ​ຕົ້ນ ໄດ້​ເປັນ​ຜົ​ລ​ສຳ​ເຣັດ.

​ອີງ​ຕາມ​ ຄຳເວົ້າ​ຂອງ​ທ່ານ ທອງ​ລຸນ, ຝ່າຍລາວ​ຕົກ​ລົງ ​ທີ່​ຈະ​ຖອນ​ທະ​ຫານ​ ອອກ​ຈາກ ເຂດ​ທີ່​ມີ​ຂໍ້​ຂັດ​ແຍ່ງກັນ ທັງ​ໝົດ ບໍ່​ເກີນ ​ວັນ​ທີ 13 ສິງ​ຫາ 2017 ນີ້ ພາຍຫຼັງ​ ທີ່​ຝ່າຍ​ກຳ​ພູ​ຊາ ​ໄດ້ສັ່ງ​ໃຫ້ ​ຍຸ​ຕິ​ການກໍ່​ສ້າງ​ຖນົນ ​ໃນ​ເຂດຂໍ້​ຂັດ​ແຍ່ງ​ ດັ່ງ​ກ່າວ ເພື່ອ​ຫຼີກ​ເວັ້ນ ​ການ​ປະ​ເຊີນ​ໜ້າ ທາງ​ທະ​ຫານ ແລະ ຝ່າຍ​ກຳ​ພູ​ຊາ​ເອງ ​ກໍ​ຕົກ​ລົງ ຈະ​ຖອນ​ກຳ​ລັງ​ທະ​ຫານ ​ອອກ​ຈາກ​ ເຂດ​ດັ່ງ​ກ່າວ ​ເຊັ່ນ​ກັນ ພາຍຫຼັງ​ທີ່​ໄດ້ເຄື່ອນ ​ກຳ​ລັງທ​ະຫານ​ ຊຸດ​ໃຫຍ່ ​ເຂົ້າ​ໄປໃກ້​ເຂດ​ຊາຍ​ແດນ ​ໃນ​ຄືນ ຂອງວັນ​ທີ 11 ສິງ​ຫາ. ພ້ອມ​ກັນ​ນີ້, ທັງ​ສອງ​ຝ່າຍ ກໍຕົກ​ລົງ ​ຈະ​ສືບ​ຕໍ່ ພົບ​ພໍ້​ກັນ ເພື່ອ​ປຶກ​ສາ​ຫາ​ລື ບັນ​ຫາຕ່າງໆ​ ດ້ານ​ຊາຍ​ແດນ​ ທີ່ຜ່ານກົລໄກ ການ​ເຮັດ​ວຽກ ​ຂອງຄະ​ນະ​ກັມ​ມະ​ການ ​ຊາຍ​ແດນ ​ຂອງ​ທັງ​ສອງ​ປະ​ເທ​ສ ໂດຍ​ອີງ​ໃສ່​ສົນ​ທິ​ສັນ​ຍາ ແລະ ແຜນ​ທີ່ ທີ່​ມີ ມາເປັນ​ພື້ນ​ຖານ ​ຂອງ​ການ​ເຈ​ຣະ​ຈາ.

ໃນ​ຂະ​ນະ​ດຽວ​ກັນ, ເຈົ້າ​ໜ້າ​ທີ່ ຣະ​ດັບ​ສູງ ປກ​ຊ-ປກ​ສ ປະ​ຈຳ​ ແຂວງ​ຈຳ​ປາ​ສັກ ຜູ້​ຂໍ​ສງວນ​ຊື່ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ຜູ້​ສື່​ຂ່າວ ​ເອ​ເຊັຽ​ເສ​ຣີ ​ໃນ​ຕອນ​ຄ່ຳ​ ຂອງວັນ​ທີ 12 ສິງ​ຫາ 2017 ນີ້ວ່າ ຝ່າຍ​ລາວ​ເອງ ​ກໍໄດ້​ເຣີ້ມມີ​ ການ​ຖອນ​ກຳ​ລັງ​ ອອກຈາກ​ ເຂດ​ທີ່​ມີ​ຂໍ້​ຂັດ​ແຍ່ງ ນັ້ນແລ້ວ.

“​ຖອຍ​ຢູ່ ພວກ​ເຮົາ ​ກະ​ໄດ້​ຖອຍ ເພື່ອບໍ່​ຢາກ​ໃຫ້ ​ມັນ​ມີ​ຄວາມ​ເຄັ່ງ​ຕຶງ,​ ພວກ​ເຮົາ​ກະ​ຖອຍ​ອອກ ​ຫັ້ນ​ນ່າ. ຄື​ວ່າ ຢູ່​ແຂວງ​ຈຳ​ປາ​ສັກ​ນີ້ ຢູ່​ດ່ານ​ສາ​ກົນ ​ໜອງ​ນົກ​ຂຽນ ກະ​ຖື​ວ່າ​ ພວກ​ເຮົາ​ ກະບໍ່​ໄດ້​ ປະ​ຈຳ​ການ​ຢູ່​ຫັ້ນ. ບາດນີ້​ ຢູ່​ເບື້ອງ​ມັນ ​ມີ​ຂໍ້​ຂັດ​ແຍ່ງ​ກັນ ແຖວ​ເບື້ອງ​ອັດ​ຕະ​ປື​ ພວກ​ເຮົາ ​ກະ​ໄດ້​ປະ​ສານ​ ກະ​ວ່າ​ໄດ້ຖອຍ​ຄືນ​ ເບື້ອງ​ຝ່າຍ​ກົງ​ກັນ​ຂ້າມ ​ຫັ້ນ​ແຫຼະ ກະ​ໄດ້​ຖອຍ​ມາ ​ຫັ້ນ​ນ່າ. ຕ້ອງ​ປະ​ຕິ​ບັດ ​ຕາມ​ຈິ​ຕ​ໃຈ ທີ່​ວ່າ ​ຄວາມ​ຮ້ອງ​ຂໍ​ ຫັ້ນ​ນ່າ. ຄັນ​ຊັ້ນ​ແລ້ວ​ ກະ​ໄດ້​ຖອຍ​ ມາ​ຄືນ​ແລ້ວ.”

​ທ່ານ​ກ່າວ​ຕື່ມ​ວ່າ ເຖິງ​ຈະ​ຍັງ​ບໍ່​ທັນ ​ມີ​ຄຳ​ສັ່ງ​ ເປັນ​ທາງ​ການ ​ຈາກ​ຂັ້ນ​ເທິງ, ແຕ່​ເມື່ອ​ຂັ້ນ​ທ້ອງ​ຖິ່ນ ​ໄດ້ຮັບ​ຮູ້ຂ່າວ​ ການ​ເສີມ​ກຳ​ລັງ ​ທະ​ຫານ​ ຂອງ​ຝ່າຍ​ກຳ​ພູ​ຊາ​ແລ້ວ ທາງ​ການ​ທ້ອງ​ຖິ່ນ ​ກໍ​ໄດ້​ມີ ແຈ້ງ​ການໃຫ້​ຖອຍ​ອອກ ​ມາ​ກ່ອນ ເພື່ອຫຼຸດ​ຜ່ອນ ​ຄວາມ​ເຄັ່ງ​ຕຶງ.

“ແຕ່ບໍ່​ທັນ ມີ​ຄຳ​ສັ່ງ ແຕ່​ວ່າ​ ຢ້ານ​ມັນ​ອະ​ນັ້ນຫຼາຍ ລະ​ພວກ​ເຮົາ ​ກະ​ຖອນ​ ມາ​ກ່ອນ ພາຍຫຼັງ​ ທີ່​ຮູ້​ຂ່າວ​ວ່າ ແຈ້ງ​ລົງ​ໄປ ​ໃຫ້​ວ່າ ​ເພິ່ນຫັ້ນ​ ມີ​ກຳ​ລັງ​ເສີມ ​ເຂົ້າ​ຕາມ​ຊາຍ​ແດນ ພວກ​ເຮົາ ​ກະ​ມີ​ແຕ່​ວ່າ​ ເອີ່.. ບໍ່​ໃຫ້​ເຄື່ອນ​ໄຫວ ປົກ​ກະ​ຕິ ຢູ່​ຫັ້ນ​ແຫຼະ ເບິ່ງບໍ່​ໃຫ້​ວ່າ​ ຫຼວງຫຼາຍ​ຄົນ​ ຫັ້ນ​ນ່າ. ຢູ່​ສຽມ​ປາງ ​ຢູ່​ແຖວນັ້ນ​ກ່ອນ ກະ​ຖື​ວ່າ ບໍ່​ມີ​ຫຍັງ​ ຜິດ​ປົກ​ກະ​ຕິ ເບື້ອງ​ໄທ​ເຮົາ ​ເບື້ອງ​ລາວ ພວກ​ເຮົາ.”

ເຫ​ຕ​ການ ຄວາມ​ເຄັ່ງ​ຕຶງ ​ທາງ​ທະ​ຫານ​ຕາມ​ຊາຍ​ແດນ​ ລາວ-ກຳ​ພູ​ຊາ ໃນ​ເທື່ອນີ້ ເກີດ​ຂຶ້ນ ​ຢ່າງ​ໄວ ແລະ ຈົບ​ລົງ​ ຢ່າງ​ໄວ​ທີ່​ສຸດ ພາຍຫຼັງ ​ທີ່ທ່ານ ຮຸນ ​ເຊນ ໄດ້ປະ​ກາດ ​ໃນ​ວັນ​ທີ 11 ສິງ​ຫາ 2017 ​ຍື່ນ​ຄຳ​ຂາດ​ ໃຫ້​ຣັ​ຖ​ບານ​ລາວ ​ຕ້ອງ​ຖອນ​ ກຳ​ລັງ​ທະ​ຫານ​ ອອກ​ຈາກ​ ເຂດ​ຂໍ້​ຂັດ​ແຍ່ງ​ຊາຍ​ແດນ ພາຍ​ໃນວັນ​ທີ 17 ສິງ​ຫາ 2017 ນີ້ ແລະ ທ່ານ​ ຮຸນ ​ເຊນ ກໍມີ​ຄຳ​ສັ່ງ​ ໃຫ້​ເຄື່ອນ​ທະ​ຫານຫຼາຍ​ພັນ​ນາຍ ພ້ອມ​ອາ​ວຸດ​ໜັກ ຫຼາຍ​ປະ​ເພດ ເພື່ອເຂົ້າ​ໄປ​ໃກ້​ ເຂດ​ຊາຍ​ແດນ ໃນ​ຄ່ຳຄືນ ​ຂອງວັນ​ທີ 11 ສິງ​ຫາ. ແຕ່​ໃນ​ຕອນ​ເຊົ້າ ​ຂອງມື້​ຕໍ່​ມາ ກໍ​ຄື​ວັນ​ທີ 12 ສິງ​ຫາ 2017 ທ່ານ​ ກໍ​ນັ່ງ​ເຮືອ​ບິນ​ດ່ວນ​ ໄປ​ພົບ​ພໍ້ ກັບນາ​ຍົກ​ຣັ​ຖ​ມົນ​ຕຼີ​ລາວ ທີ່​ນະ​ຄອນຫຼວງວຽງ​ຈັນ ແລະ ທຸກ​ຢ່າງ ​ກໍ​ຈົບ​ລົງ​ ດ້ວຍ​ການຕົກ​ລົງ​ກັນ​ໄດ້​ ໃນ​ເບື້ອງ​ຕົ້ນ ໂດຍ​ທີ່ບໍ່​ມີ​ ການປະ​ເຊີນ​ໜ້າ ​ທາງ​ທະ​ຫານ​ ແຕ່​ຢ່າງ​ໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.