ປະຊາຊົນ ຈຳນວນຶ່ງກັງວົນ ຜົລກະທົບ ຈາກການລົງທຶນ ຂອງວຽດນາມ ໃນລາວ

ສຸພັດຕາ
2022.05.17
ປະຊາຊົນ ຈຳນວນຶ່ງກັງວົນ ຜົລກະທົບ ຈາກການລົງທຶນ ຂອງວຽດນາມ ໃນລາວ ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຫງວຽນ ຊວນ ຟຸກ ໄດ້ເປັນສັກຂີພິຍານ ໃນການລົງນາມໃນ ເອກກະສານ ກ່ຽວກັບການຮ່ວມມື ສອງຝ່າຍ 14 ສະບັບ.
ພາບຈາກ: ວີດີໂອ ຂ່າວສານປະເທດລາວ

ໃນໄລຍະ 1 ປີ ຜ່ານມາ ການພົວພັນຮ່ວມມື ລະຫວ່າງ ທາງການລາວ ກັບວຽດນາມ ໄດ້ຮັບການພພັທນາ ແລະເສີມຂຍາຍຄວາມຮ່ວມມື ຢ່າງແໜ້ນແຟ້ນຂຶ້ນເລື້ອຍໆ ໂດຍສະເພາະດ້ານການລົງທຶນ ເຊິ່ງມາຮອດປັດຈຸບັນ ວິສາຫະກິຈຂອງວຽງດນາມ ໄດ້ເຂົ້າມາລົງທຶນຢູ່ລາວ ທັງໝົດ 417 ໂຄງການ ມູນຄ່າ 4.3 ຕື້ໂດລ້າຣ໌ສະຫະຣັຖ ແລະກໍມີທ່າທີວ່າ ຈະເປີດກວ້າງ ການເຂົ້າມາລົງທຶນ ຂອງຊາວວຽດນາມຫຼາຍຂຶ້ນເລື້ອຍໆ ເຖິງແນວໃດກໍຕາມ ເຖິງແມ່ນວ່າການພົວພັນຮ່ວມມື ລະຫວ່າງລາວ-ວຽດນາມ ຈະດີຂຶ້ນ ແຕ່ຊາວລາວຈໍານວນນຶ່ງ ທີ່ໄດ້ຮັບຜົລກະທົບ ຈາກການເຂົ້າມາລົງທຶນດ້ານຕ່າງໆ ຂອງຊາວວຽດນາມ ພັດຍັງບໍ່ໄດ້ຮັບການແກ້ໄຂ ແລະໂຄງການບາງສ່ວນ ກໍໍບໍ່ມີຄຸນນະພາບ.

ດັ່ງເຈົ້າໜ້າທີ່ລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 17 ພຶສພາ ນີ້ວ່າ:

“ແຕ່ໃດມາຢູ່ແລ້ວກັບວຽດ ການພົວພັນພິເສດ ການລົງທຶນ ກະແມ່ນຫຼາຍແນ່ຫັ້ນແຫຼະ ດືງດູດການລົງທຶນ ແຕ່ວ່າກະມາລົງທຶນຫຼາຍ ບາງສ່ວນກະມີຄຸນນະພາບ ບາງສ່ວນເຮົາກະບໍ່ເຫັນຄຸນນະພາບ ເຮົາເວົ້າເຣື່ອງການຄຸ້ມຄອງ.”

ທ່ານຄໍາເຈນ ວົງໂພສີ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ໄດ້ກ່າວຕໍ່ສື່ມວນຊົນລາວ ໃນວັນທີ່ 13 ພຶສພາ ທີ່ຜ່ານມານີ້ ເນື່ອງໃນໂອກາດຕຣຽມສເລີມສລອງ ປີສາມັກຄີ ລາວ-ວຽດນາມ ໃນປີ 2022 ນີ້ວ່າ ໝາກຜົນການພົວພັນຮ່ວມມື ທີ່ພົ່ນເດັ່ນໃນໄລຍະຜ່ານມາ ລາວ-ວຽດນາມ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ແລະສືບຕໍ່ໄດ້ຮັບການເສີມຂຍາຍ ເປັນຕົ້ນ ການຮ່ວມມື ລະຫວ່າງການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຮ່ວມມືດ້ານການຄ້າ-ການລົງທຶນ.

ໃນຂະນະທີ່ ຄວາມຮ່ວມມື ລະຫວ່າງລາວ-ວຽດນາມ ໄດ້ຜັນຂຍາຍຢ່າງບໍ່ຢຸດຢັ້ງນັ້ນ ແຕ່ກໍມີຊາວລາວຈໍານວນນຶ່ງທີ່ເຫັນວ່າ ພວກເຂົາເຈົ້າ ໄດ້ຮັບຜົລກະທົບຈາກຫຼາຍໂຄງການ ຂອງນັກລົງທຶນວຽດນາມ ເປັນຕົ້ນ ໂຄງການກໍ່ສ້າງສນາມບິນໜອງຄ້າງ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຂອງບໍຣິສັດຮອງແອງອັດຕະປື ທີ່ຂຶ້ນກັບບໍຣິສັດ ຮອງແອງຢາຣາຍ ຂອງວຽດນາມ ເຊິ່ງປັດຈຸບັນ ຍັງຄ້າງຄ່າຊົດເຊີຽ ໃຫ້ແກ່ເນື້ອທີ່ປູກເຂົ້າຂອງຊາວບ້ານ ທີ່ຖືກດິນແດງຂອງໂຄງການໄຫຼໃສ່ນາ.

ດັ່ງຊາວບ້ານ ທ່ານນຶ່ງ ກ່າວວ່າ:

“ກໍາລັງຖືກຢູ່ທຸກມື້ນີ້ ທາງຂັ້ນເທິງເ ພິ່ນກະມາກວດຄືນແລ້ວ ມາອາທິດນີ້ ລະດູຝົນນີ້ ມັນເຂົາເຈົ້າຈົກເດິ່ນ ຖືວ່າມັນສິ່ງແວດລ້ອມອື່ນໆຫັ້ນນ່າ ມາຈາກໂຄງການເດິ່ນບິນນີ້ລະ ຫຼຸລັ່ງລົງມາໃສ່ນານ່າ.”

ໃນຂະນະດຽວກັນ ຊາວບ້ານຢູ່ເມືອງນອງ ແຂວງສວັນນະເຂດ ທີ່ຖືກຜົລກະທົບຈາກການລົງທຶນ ທາງດ້ານກະສິກັມຂອງບໍຣິສັດ ສຸກຮຸ່ງເຮືອງ ຈໍາກັດຜູ້ດຽວ ຂອງນັກລົງທຶນວຽດນາມ ຢູ່ບ້ານນາລົງເກົ່າ ເຊິ່ງໄດ້ບຸກເບີກເນື້ອທີ່ ແລະດຸດດິນຂອງຊາວບ້ານໃກ້ຄຽງ ຈົນໄດ້ຮັບຄວາມເສັຍຫາຍ ອີກທັງຍັງຕັນການໄຫຼຂອງນໍ້າຫ້ວຍ ເຮັດໃຫ້ນໍ້າຫ້ວຍໄຫຼລົ້ນຖ້ວມນາຂອງຊາວບ້ານຕື່ມ ຕັ້ງແຕ່ປີກາຍນັ້ນ ມາຮອດປັດຈຸບັນ ກໍບໍ່ໄດ້ມີການຊົດເຊີຽໃຫ້ຊາວບ້ານເທື່ອ.

ດັ່ງຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ກ່າວວ່າ:

“ບໍ່ເຫັນເຂົາແກ້ໄຂຫຍັງເລີຍໃດ໋ ຂ້ອຍຖາມດິນນາ ບໍຣິສັດວ່າ ຊົດເຊີຽແລ້ວ ຊົດເຊີຽໃຫ້ໃຜບໍ່ເຫັນ ໃຜເອົາໄປກິນໝົດເງິນອັນນັ້ນ ຊຸມເຮົາກະບໍ່ຮູ້ ຖາມບໍຣິສັດ ບໍຣິສັດວ່າຊົດເຊີຽແລ້ວ ລໍາບາກແຫຼະຄັນນາຂ້ອຍນີ້ ຈັກເທົ່າໃດປີແຫຼະ ຍັງເຮັດບໍ່ໄດ້ ມັນເຊາະໝົດແຫຼະ.”

ນອກຈາກນີ້ ໃນປັດຈຸບັນ ຊາວວຽດນາມອີກຈໍານວນຫຼາຍ ໄດ້ເຂົ້າມາລົງທຶນເຮັດທຸຣິກິຈ ຢູ່ຫຼາຍແຂວງໃນລາວ ນັບມື້ນັບຫຼາຍ ແຕ່ຈະອອກຊື່ຄົນລາວ ໃນການຈົດທະບຽນທຸຣະກິຈ ເປັນຕົ້ນ ໂຮງງານຮັບຊື້ເຫຼັກເສດ ເຊິ່ງຜູ້ປະກອບການທຸຣະກິຈຊາວລາວ ກໍເຫັນວ່າ ເປັນການເຂົ້າມາແຂ່ງຂັນກັບຄົນລາວ ແລະບາງເທື່ອກໍຍາດແຍ່ງລູກຄ້າສ່ວນນຶ່ງ.

ດັ່ງເຈົ້າຂອງໂຮງງານເຫຼັກເສດ ຢູ່ແຂວງຫຼວງພຣະບາງ ກ່າວວ່າ:

“ໂອ້ກະຫຼາຍ ເຂົາໃຫ້ຄົນລາວຕາງໜ້າເໝິດ ໃຫ້ຄົນລາວເປັນາຍໜ້າໃຫ້ ກະແລ້ວແຕ່ຕລາດໃຜຕລາດມັນ ສ່ວນຫຼາຍກະຄົນລາວ ເຂົາເຈົ້າກະຕື່ນໂຕຫຼາຍ ກະຢາກຂາຍໃຫ້ຄົນລາວຄືກັນ ເຂົາເຈົ້າຈະຕ້ອງໄປຊອກເອງ ຕ້ອງໄປເລາະໄປຊອກເອງ.”

ບໍ່ພຽງແຕ່ເທົ່ານັ້ນ ຍັງມີນັກລົງທຶນຊາວວຽດນາມອີກຫຼາຍຣາຍ ທີ່ເຂົ້າມາລົງທຶນເຮັດທຸຣະກິຈ ປະເພດການທ່ອງທ່ຽວໃນລາວ ໂດຍສະເພາະ ໂຮງແຮມ, ເຮືອນພັກ ໃນຫຼາຍເມືອງ ແລະຫຼາຍແຂວງ ເຊິ່ງຜູ້ປະກອບການໂຮງແຮມ ແລະເຮືອນພັກຊາວລາວ ຖືກຍາດແຍ່ງລູກຄ້າ ທີ່ເປັນຊາວວຽດນາມໄປ ແລະອາຈມີຫຼາຍຂຶ້ນ ໃນອະນາຄົດ.

ດັ່ງຜູ້ປະກອບການ ໂຮງແຮມແຫ່ງນຶ່ງ ຢູ່ແຂວງອັດຕະປື ກ່າວວ່າ:

“ຄົນວຽດນາມ ກະຢູ່ອັດຕະປື ມີຫຼາຍເຕີບໃດ໋ ເປັນຂອງຄົນວຽດ ເປັນໂຮງແຮມ ເປັນບ້ານພັກນີ້ແຫຼະ ຮ້ານອາຫານສ່ວນຫຼາຍ ຄົນເຂົາໃຊ້ບໍຣິການຂອງເຂົາ ສ່ວນຫຼາຍ ກະແນວນັ້ນແຫຼະ ກະມີຜົລກະທົບແນ່.”

ແລະຫຼ້າສຸດນີ້ ໃນວັນທີ່ 15 ພຶສພາ ທີ່ຜ່ານມາ ປະທານປະສະພາແຫ່ງຊາດລາວ ແລະປະທານສະພາແຫ່ງຊາດວຽດນາມ ຫາກໍໄດ້ເຮັດພິທີເປີດໂຄງການກໍ່ສ້າງ ສວນສາທາຣະນະມິຕພາບ ລາວ-ວຽດນາມ ຂນາດ 3 ເຮັກຕ້າຣ໌ ຢູ່ເຂດບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອເປັນໂຄງການທີ່ມີຄວາມໝາຍ ດ້ານປວັດສາດ-ການເມືອງ ຢ່າງເລິກເຊິ່ງລະຫວ່າງ ລາວ ແລະວຽດນາມ ແລະເປັນສັນຍາລັກ ແຫ່ງການສ້າງສາຍພົວພັນ ມິຕພາບ ແລະຄວາມຮ່ວມມືລະຫວ່າງ 2 ປະເທດນໍາດ້ວຍ, ແຕ່ຍັງບໍ່ທັນມີຣາຍລະອຽດເພີ່ມຕື່ມ ວ່າຈະມີການກໍ່ສ້າງສໍາເຣັດເມື່ອໃດ ແລະຈະຖືກຜົລກະທົບຕໍ່ຊາວບ້ານໃກ້ຄຽງ ຫຼືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.