0:00 / 0:00
ການປະຕິບັດ ກົດໝາຍ ຂອງເຈົ້າໜ້າທີ່ ໄອຍະການ ແລະ ສານ ຂອງລາວ ຍັງມີນອກ-ມີໃນ ສະນັ້ນ ປະຊາຊົນ ຈຶ່ງບໍ່ໃຫ້ ຄວາມເຊື່ອຖືເທົ່າທີ່ຄວນ.
ປະຊາຊົນທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ ວິທຍຸເອເຊັຽເສຣີ ວ່າ ໃນສ່ວນຕົວແລ້ວ ລາວ ມີຄວາມເຊື່ອຖື ຕໍ່ເຈົ້າໜ້າທີ່ໄອຍະການ ແລະ ສານ ພຽງແຕ່ 40 ເປີເຊັນ ເທົ່ານັ້ນ ເພາະລາວຍັງເຫັນວ່າ ການຕັດສິນຄດີ ສ່ວນຫຼາຍ ກໍຈະແມ່ນຄົນ ທີ່ມີເງິນມີໂອກາດ ຊະນະຄະດີ.