ປະຊາຊົນລາວ ພາກັນ ຕິດຕາມ ກອງປະຊຸມ ສຸດຍອດ ອາຊຽນ ຢ່າງໃກ້ຊິດ ຍ້ອນເຫັນວ່າ ມີຄວາມ ສຳຄັນ ຕໍ່ຊີວິດ ການເປັນຢູ່ ໃນ ອະນາຄົດ. ປະຊາຊົນ ແຂວງ ອຸດົມໄຊ ທ່ານນຶ່ງ ຢາກໃຫ້ມີ ການ ປະຊຸມ ການປ້ອງກັນ ຜົນກະທົບ ຈາກເຫດ ຟັຍພິບັດ ຕ່າງໆໃນລາວ ນຳດ້ວຍ. ດັ່ງທ່ານກ່າວ ຕໍ່ ເອເຊັຍເສຣີ ໃນວັນທີ 6 ກັນຍາ ວ່າ:
"ໂອເບິ່ງຫລາຍ ເບິ່ງ ໂທຣະພາບແດ່ ຟັງວິທຍຸແດ່ ສຳຄັນ ເພາະວ່າ ເປັນພາກພື້ນ ອາຊຽນ ໂອບາມາ ກະບໍ່ເຄີຍມາ ສົນໃຈ ຫຼາຍຄົນຢູ່ ບໍ່ເຄີຍມີ ມາກ່ອນເນາະ ຫາກໍ່ເປັນຄັ້ງ ປະຫວັດສາດ ກະຢາກໃຫ້ ແກ້ບັນຫາ ພັຍພິບັດ ຫຍັງຕ່າງໆ ເພາະວ່າ ມັນເກີດຂຶ້ນ ຫຼາຍເນາະ ຢູ່ໃນລາວ ໃຫ້ເຂົາມາເຮັດ ແນວໃດ ແກ້ໄຂ ພັຍພິບັດ ຕ່າງໆ ນີ້ນະ ຢາກເວົ້າ ແນວນັ້ນ ເວົ້າໃສ່ ກອງປະຊຸມ".
ທ່ານ ກ່າວຕື່ມອີກວ່າ ນອກຈາກ ຕົນແລ້ວ ປະຊາຊົນ ອີກຫຼາຍຄົນ ໃນເຂດດຽວກັນ ກໍພາກັນ ຕິດຕາມ ເນື້ອໃນຂອງ ກອງປະຊຸມ ດັ່ງກ່າວ ຊຶ່ງ ມີການຣາຍງານ ໃຫ້ ປະຊາຊົນ ເບິ່ງ ແລະ ຟັງ ໂດຍຕລອດ ແຕ່ຊາວບ້ານ ບໍ່ໄດ້ນຳເອົາ ເນື້ອຫາຂອງ ກອງປະຊຸມ ມາເວົ້າກັນ ເປັນກຸ່ມ ຫລື ສະແດງ ຄວາມຄິດເຫັນ ໃນສັງຄົມ ແຕ່ຢ່ງໃດ, ແຕ່ເຖີງແນວໃດ ກໍຕາມ ຕົນເອງ ດີໃຈ ທີ່ເຫັນ ປະຊາຊົນ ຈຳນວນຫລາຍ ໃຫ້ຄວາມ ສົນໃຈ ຕໍ່ກອງປະຊຸມ ໃນຄັ້ງນີ້.
ໃນຂນະດຽວກັນ ຊາວແຂວງຫົວພັນ ທ່ານນຶ່ງ ເວົ້າວ່າ ກອງປະຊຸມ ສຸດຍອດ ອາຊຽນ ແລະ ກອງປະຊຸມຕ່າງໆ ໃນຄັ້ງນີ້ ຈະໃຫ້ຜົນດີ ຕໍ່ລາວ ຫຼາຍດ້ານ ເປັນຕົ້ນ ດ້ານທຸຣະກິຈ ຊຶ່ງ ຈະເຮັດໃຫ້ ປະຊາຊົນ ເຂົ້າໃຈ ກ່ຽວກັບ ທຸຣະກິຈ ຢ່າງເລິກຊຶ້ງ ກວ່າເກົ່າ. ດັ່ງ ທ່ານກ່າວວ່າ:
"ກະແນ່ນອນ ກະສີມືມີຜົນ ຢູ່ດອກ ເພາະວ່າ ມັນກະເຮັດໃຫ້ ຄວາມຮັບຮູ້ ເຂົ້າໃຈ ເລິກຊຶ້ງຂຶ້ນ ບາງອັນ ດ້ານທຸຣະກິຈ ການຕັດສິນ ບັນຫາ ທຸຣະກິຈ ນີ້ກະຊິ ເດັ່ນຊັດຂຶ້ນ ກະແນ່ນອນ ຄ່ອຍເບິ່ງວ່າ ເພິ່ນຊິຕົກລົງກັນ ແນວໃດ ຜົນປະໂຫຍດ ນີ້ແຫລະ ແນ່ນອນ ແຫຼະ".
ນອກຈາກ ປະຊາຊນລາວ ແລ້ວ ຍັງມີ ປະຊາຊົນ ອີກຫຼາຍ ປະເທດ ທົ່ວໂລກ ທີ່ຕິດຕາມ ຂ່າວສານ ຂອງ ກອງປະຊຸມ ສຸດຍອດ ອາຊຽນ, ມີນັກຂ່າວ ປະມານ 1,000 ຄົນ ກຳລັງ ຣາຍງານຂ່າວ ຢູ່.