ຣາຄາຣົດຈະແພງຫາກຈໍາກັດ ຈໍານວນ ນໍາເຂົ້າ

ໄມຊູລີ
2014.09.26
f-default ຣາຄາຣົດຈະແພງ ຫາກຈໍາກັດ ຈໍານວນ ນໍາເຂົ້າ
RFA

 

ພາຍຫຼັງ ທີ່ ທາງການ ລາວ ປະກາດ ວ່າ ຈະກັບມາ ຈຳກັດ ໂກຕ້າ ການນຳຣົດ ເຂົ້າໃນ ປະເທດ ນັ້ນໄດ້ສ້າງ ຄວາມ ກັງວົນ ໃນກຸ່ມ ຕົວແທນ ຈຳໜ່າຍ ຣົດ ຮວມທັງ ປະຊາຊົນ. ນັກ ທຸລະກິດ ທ່ານນຶ່ງ ກ່າວວ່າ ການນຳໃຊ້ ມາຕການ ດັ່ງກ່າວນີ້ ຜູ້ທີ່ເສັຽ ຜົນປໂຍດ ກໍ່ຈະແມ່ນ ປະຊາຊົນ ແລະ ຍັງຈະເຮັດ ໃຫ້ ຣາຄາຣົດ ແພງຂຶ້ນ ອາຈມີການ ຍາດຊິງກັນ ຊື້ ຣົດ. ດັ່ງ ເຈົ້າຂອງຮ້ານ ຂາຍຣົດ ໃນ ນະຄອນ ຫຼວງ ວຽງຈັນ ຜູ້ຂໍສງວນ ຊື່ ເວົ້າວ່າ:

“ແນ່ນອນ ແຫຼະ ຄັນແມ່ນ ເພິ່ນໃຊ້ ຣະບົບ ນີ້ເນາະ ພວກຕົວແທນ ຈຳໜ່າຍຣົດ ພວກຮ້ານ ຂາຍຣົດ ກະຊິເອົາ ຣົດ ເຂົ້າມາຫຼາຽ ບໍ່ໄດ້.ເມື່ອເອົາຣົດ ເຂົ້າມາຫຼາຽ ບໍ່ໄດ້ ຣາຄາຣົດ ມັນກະຕ້ອງ ສູງຂຶ້ນເນາະ ເພາະວ່າ ຄວາມ ຕ້ອງການຣົຖ ມັນມີຫຼາຽ ລະການສນອງ ພັດມີໜ້ອຽ ຜູ້ທີ່ໄດ້ ຮັບຜົນ ກະທົບ ກະຊິແມ່ນ ປະຊາຊົນ ຜູ້ຊື້ຣົຖ ເອງ ເນາະ ເພາະວ່າ ຍາດກັນຊື້ ລະກະຊື້ ໃນຣາຄາ ທີ່ ແພງຂຶ້ນ”.

ເຫດຜົນ ທີ່ ທາງການ ລາວ ອ້າງ ເພື່ອມາ ຕັດສິນໃຈ ທີ່ ຈະນຳ ຣະບົບ ໂກຕ້າ ຣົດ ມາໃຊ້ຄືນ ກໍ່ເພື່ອຢາກ ຫາມາຕການ ສະກັດກັ້ນ ຄວາມ ບໍ່ໂປ່ງສັຍ ໃນການນຳ ພາຫະນະ ເຂົ້າ ປະເທດ ຢາກແກ້ໄຂ ບັນຫາ ຣົດຕິດຂັດ ໃນຕົວເມືອງ ແລະ ຢາກຮັກສາ ສະພາບ ແວດລ້ອມ. ໃນ ຂນະດຽວກັນ ພໍ່ຄ້າຣົດ ຫຼາຍຄົນ ກໍ ກັງວົນວ່າ ທາງການ ກຳລັງ ຈະເຮັດໃຫ້ ກົນໄກ ຕລາດການຄ້າ ຂາຍຣົດ ທີ່ ດີຢູ່ແລ້ວ ຖືກ ລົບກວນ ຈະເຮັດໃຫ້ ຣາຄາຣົດ ແພງຂຶ້ນ ເກີນ ຄວາມເປັນຈິງ ຊຶ່ງເຫັນວ່າ ທາງການ ແກ້ບັນຫາ ຣົດຕິດ ບໍ່ຖືກຈຸດ.

ຖ້າຢາກ ແກ້ໄຂໃຫ້ ຖືກຈຸດ ກໍ່ຄວນຈະ ປັບປຸງ ຣະບົບ ການຂົນສົ່ງ ມວນຊົນ ໃຫ້ດີຂຶ້ນ ຈະດີກວ່າ ເປັນຕົ້ນວ່າ ພັທນາ ຣະບົບ ຣົດເມ ຣົດປະຈຳ ທາງ ແລະ ຣົດໃຫ້ ບໍຣິການ ຕ່າງໆ.

ເປັນເວລາ ກວ່າ 10 ປີ ມາແລ້ວ ທີ່ ທາງການລາວ ໄດ້ຍົກເລີກ ຣະບົບ ໂກຕ້າຣົດ ເພື່ອສົ່ງເສີມ ການຄ້າ ພາຍໃນ ແລະ ມີການພົວພັນ ການຄ້າ ກັບ ພາຍນອກ ເຮັດໃຫ້ ຮະບົບການ ຄ້າຂາຍ ເປັນໄປຕາມ ກົນໄກ ເສຖກິດ ຕລາດ ພໍ່ຄ້າຣົດ ສາມາດ ນຳຣົດ ເຂົ້າມາເທົ່າໃດ ກໍ່ໄດ້ ແລ້ວແຕ່ ຄວາມສາມາດ ທີ່ ຈະຂາຍໄດ້.

ມາຮອດ ປີ 2014 ພັດວ່າ ຈະ ກັບມາໃຊ້ ຄືນອີກ ຊາວລາວ ຫຼາຍຄົນ ຈຶ່ງ ບໍ່ແນ່ໃຈວ່າ ທາງການລາວ ກຳລັງ ຄິດຫຍັງຢູ່? ຈະແກ້ ບັນຫາ ໄດ້ຖືກຈຸດ ແທ້ບໍ່?

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.