ລາວກໍາພູຊາຈະປະທ້ວງ ວຽດນາມ

ສິດນີ
2015.06.21
F-kml ສະພາ ສິດທິ ມະນຸດຊົນ ຊາວລາວ ທີ່ ສະຫະຣັຖ ອະເມຣິກາ ແລະ ເຄືອຂ່າຍ ປະຊາຊົນ ຂເມນ ເພື່ອ ກໍາພູຊາ ຮ່ວມກັນ ຈັດການ ຊຸມນຸມ ປະທ້ວງ ຂຶ້ນຢູ່ ຕໍ່ໜ້າ ສະຖານທູດ ວຽດນາມ ໃນ ນະຄອນ ຫລວງ ວໍຊິງຕັນ ດີຊີ ໃນ ວັນທີ 6 ຕຸລາ 2014
RFA

ນັກ ເຄື່ອນໄຫວ ເພື່ອ ປະຊາ ທິປະໄຕ ລາວ ແລະ ກຳພູຊາ, ຈະ ຮ່ວມ ຊຸມນຸມ ເພື່ອ ຮຽກຮ້ອງ ໃຫ້ ວຽດນາມ ຍຸຕິ ການ ຝ່າຝຶນ ສິດທິ ມະນຸດ ໃນລາວ ແລະ ກຳພູຊາ.

ໃນ ມື້ ວັນທີ 26 ມິຖຸນາ ປີ 2015 ເລີ້ມ ຈາກ ເວລາ 10 ໂມງ ເຊົ້າ ຫາ 3 ໂມງ ແລງ, ກຸ່ມ ນັກ ເຄື່ອນໄຫວ ເພື່ອ ປະຊາ ທິປະໄຕ ແລະ ສິດທິ ມະນຸດ ລາວ ແລະ ກຳພູຊາ ທີ່ ສະຫະຣັດ, ຈະ ຮ່ວມກັນ ຊຸມນຸມ ຢູ່ ທີ່ ຫໍ ສະພາ ສະຫະຣັດ, ເພື່ອ ຮຽກຮ້ອງ ໃຫ້ ຣັຖບານ ຄອມມຸຍນິສ ວຽດນາມ ຢຸດ ການ ຝ່າຝຶນ ສິດທິ ມະນຸດ. ການຍຶດ ພື້ນທີ່ ແລະ ການ ເອົາລາວ ແລະ ກຳພູຊາ ເປັນ ຫົວເມືອງ ຂື້ນ, ດັ່ງ ຍານາງ ບຸນຈັນ ແສນທະວົງ ຜູ້ ປະສານ ງານ ຝ່າຍ ລາວ ກ່າວ ກ່ຽວກັບ ການ ຊຸມນຸ່ມ ໃນ ວັນ ດັ່ງກ່າວ ວ່າ: ... ສຽງ....

ກຸ່ມ ດັ່ງກ່າວ ເວົ້າວ່າ ການ ຊຸມນຸມ ເທື່ອນີ້ ນອກຈາກ ຈະ ຮຽກຮ້ອງ ໃຫ້ ວຽດນາມ ຢຸດ ຝ່າຝຶນ ສິດທິ ມະນຸດ, ການ ຍຶດ ພື້ນທີ່ ຊາວບ້ານ ການ ຕັດໄມ້ ທຳລາຍ ປ່າ ແລະ ການ ເອົາລາວ ແລະ ກຳພູຊາ ເປັນ ຫົວເມືອງ ຂຶ້ນ ແລ້ວ ຍັງ ເປັນການ ບີບ ບັງຄັບ ໃຫ້, ຣັຖບານ ຜະເດັດການ ຄອມມຸຍນິສ ວຽດນາມ ເຄົາຣົບ ນັບຖື ສິດທິ ທາງ ສາສນາ ສິດທິ ໃນການ ປາກເວົ້າ ແລະ ສິດທິ ໃນການ ດຳຣົງ ຊີວີດ ຂອງ ຊົນເຜົ່າ ມົງຕາຫຍາ ໃນ ວຽດນາມ ນຳອີກ ຮ່ວມດ້ວຍ ການ ຮຽກຮ້ອງ ໃຫ້ ນານາຊາດ ຍຸຕິ ການ ຂາຍ ອາວຸດ ໃຫ້ ແກ່ ວຽດນາມ ຫ້າມ ນານໆຊາດ ອະນຸຍາດ ວຽດນາມ ເຂົ້າເປັນ ສະມາຊິກ ອົງການ ການຄ້າ ເສຣີ ເອເຊັຽ ປາຊີຟີກ.

ນະໂຍບາຍ ການ ຂຍາຍ ອຳນາດ ທາງດ້ານ ທະຫານ ແລະ ການເມືອງ ຂອງ ວຽດນາມ ໄປ ຫາປະເທດ ເພື່ອນບ້ານ ດັ່ງລາວ ແລະ ກຳພູຊາ ຕ້ອງ ຢຸດຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.