ດໍາຣັດເຄັ່ງຄັດສື່ສັງຄົມ ອອນລາຍ

ອະວາຣີ
2015.02.13
F-reporter ອົງການ ນັກຂ່າວ ບໍ່ມີພົມແດນ ຊຶ່ງຕັ້ງຖານຢູ່ປະເທດຝຣັ່ງ
Reporters sans frontières

ອົງການ ຂ່າວ ບໍ່ມີ ພົມແດນ ຊຶ່ງ ຕັ້ງຖານ ຢູ່ ປະເທດ ຝຣັ່ງ ໄດ້ອອກ ຣາຍງານ ກ່ຽວກັບ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ໃນ ເກືອບ ທຸກ ປະເທດ ໃນໂລກ. ກ່ຽວກັບ ສປປລາວ ອົງການ ນັກຂ່າວ ບໍ່ມີ ພົມແດນ ຣາຍງານ ວ່າ ສປປລາວ ເປັນ ປະເທດ ນຶ່ງ ທີ່ ຈຳກັດ ແລະ ຄວບຄຸມ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ເຄັ່ງຄັດ ຂຶ້ນ.

ປີນີ້ ສປປລາວ ເຄັ່ງຄັດ ຂື້ນ ເປັນ ອັນດັບ ທີ່ 171 ໃນ ຈຳນວນ ທັງໝົດ 180 ປະເທດ ຕົກ ຈາກ ອັນດັບ ທີ່ 168 ເມື່ອ ປີກາຍ; ຫລື ຈະເວົ້າ ອີກ ຢ່າງນຶ່ງ ນັກຂ່າວ ແລະ ປະຊາຊົນ ລາວ ໂດຍ ທົ່ວໄປ ມີ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ໜ້ອຍລົງ. ຣັຖບານ ລາວ ຄວບຄຸມ ນັກຂ່າວ ໜັງສືພິມ ໂທຣະທັດ ແລະ ວິທຍຸ ຢ່າງ ເຂັ້ມງວດ ອະນຸຍາດ ໃຫ້ ອອກຂ່າວ ຍ້ອງຍໍ ສັລເສີນ ພັກຣັດ ເທົ່ານັ້ນ.

ອົງການ ນັກຂ່າວ ບໍ່ມີ ພົມແດນ ອະທິບາຍ ວ່າ ຣັຖບານ ສປປ ລາວ ກໍຄື ຣັຖບານ ຜະເດັດການ ອື່ນໆ ບໍ່ ອະນຸຍາດ ໃຫ້ມີ ສື່ມວນຊົນ ທີ່ ເປັນ ເອກກະຣາດ ເຊັ່ນ ບໍ່ຍອມ ໃຫ້ ວິທຍຸ ໂທຣະທັດ ແລະ ໜັງສືພິມ ອອກຂ່າວ ຫລື ສາຣະຄະດີ ທີ່ ມີຫລາຍ ຄວາມຄິດ ຄວາມ ເຫັນ ຫລາຍມຸມ ຫລາຍແງ່ ແລະ ຫລາຍ ທັສນະ; ໜັງສືພິມ ສະບັບໃດ ກໍລົງ ຂ່າວ ອັນດຽວ ກັນ ກ່າຍ ມາຈາກ ໜັງສືພິມ ກະບອກ ສຽງ ຂອງ ພັກ-ຣັດ.

ແຕ່ໃດມາ ນັກຂ່າວ ລາວ ກໍ ລ້ວນແຕ່ ແມ່ນ ພະນັກງານ ຂອງຣັດ ເຮັດຫຍັງ ກໍຢ້ານ ຢ້ານຜິດ ຈຳເປັນ ຕ້ອງ ອົດກັ້ນ ແລະ ກໍຄວບຄຸມ ຕົວເອງ ຕລອດ ເວລາ. ເມື່ອ ບໍ່ດົນ ຜ່ານມາ ຄນະ ຜູ້ນຳ ສປປລາວ ແຮງ ຈຳກັດ ສິດ ເສຣີພາບ ໃນການ ປາກເວົ້າ ອອກຂ່າວ ເຄັ່ງຄັດ ຂຶ້ນ ໂດຍໄດ້ ອອກ ດຳຣັດ ວ່າດ້ວຍ ການ ຄຸ້ມຄອງ ການໃຊ້ ອິນເຕີເນັດ. ກ່ອນນັ້ນ ອົງການ ແລະ ຣັຖບານ ຕ່າງ ປະເທດ ກໍ ຕຳນິ ຕິ ຕຽນ ທາງການ ລາວ ຢ່າງ ແຮງ ທີ່ ບໍ່ຍອມ ສືບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ດີເດັ່ນ ຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.