ສິດທິຂອງແມ່ຍິງລາວໃນ ວົງການ ທຸຣະກິຈ
2017.10.19

ໃນຣະຍະຜ່ານມາເທົ່າເຖິງປັດຈຸບັນ ສີດທິແມ່ຍິງລາວ ໃນວົງການຜູ້ນໍາ ໃນການດຳເນີນ ທຸຣະກິດ ຍັງຖືກຈຳກັດ ຫລາຍຢູ່ ເປັນຕົ້ນການເປັນ ຜູ້ບໍຣິຫານ ໃນຣະດັບສູງ ຍ້ອນການບໍ່ຍອມຮັບ ຂອງສັງຄົມ ແລະວັທນະທັມ ທີ່ຖືວ່າຜູ້ຊາຍ ມີຄວາມສາມາດ ຫຼາຍກວ່າ. ດັ່ງເຈົ້າຫນ້າທີ່ ນະ ຄອນຫລວງວຽງຈັນ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວໃນວັນທີ 18 ຕຸລາ ນີ້ວ່າ:
"ແມ່ຍິງມາມີບົດບາດ ໃນເຣື້ອງທຸຣະກີດ ນັ້ນມີຫນ້ອຍ ບໍ່ມີຫລາຍ ແລ້ວກໍບໍ່ເຫັນສິມາມີບົດບາດ ໃນການທີ່ຈະຕັດສິນ ນະໂຍບາຍ ກ່ຽວກັບ ທຸຣະກິດ ຄືຢູ່ປະເທດ ຂອງລາວເຮົານີ້ ຍັງຍຶດຖືເຣື້ອງວັທນະທັມ ອັນເກົ່າຢູ່ວ່າຈັ່ງໃດ ຜູ້ຊາຍກໍຍັງ ເປັນຜູ້ນຳນໍ ມູມມອງຕ່າງໆ ຂອງຄົນຢູ່ ໃນອົງກອນເອງ ກໍຂ້ອນຂ້າງ ໜ້ອຍຫັ້ນນ່າ ຈະເປັນຜົລອີກອັນນຶ່ງ ທີ່ເຮັດໃຫ້ແມ່ຍິງ ມີບົດບາດໃນເຣື້ອງທຸຣະກິດຫັ້ນ ມີຄວາມຫຍຸ້ງຍາກ".
ທ່ານກ່າວຕື່ມວ່າ ໃນທຸກມື້ນີ້ ນັກທຸຣະກິດລາວໃຫຍ່ໆ ຣະດັບຜູ້ບໍຣິຫານ ຫລື ເຈົ້າຂອງບໍຣິສັດ ສ່ວນຫລາຍຈະເປັນຜູ້ຊາຍ ບໍ່ວ່າຈະເປັນ ທຸຣະກິດໃນຂນາດໃດ ແມ້ແຕ່ທຸຣະກິດການຜລິດ ຫລືສົ່ງອອກ ຍ້ອນວັທນະທັມຄວາມເຊື່ອ ແລະການຍອມຮັບ ຈາກສັງຄົມລາວ ຮ່ວມທັງ ລູກຈ້າງ ສ່ວນໃຫຍ່ ກໍມັກຜູ້ຊາຍ ຫລາຍກວ່າແມ່ຍິງ ທີ່ເປັນຜູ້ບໍຣິຫານ ຜູ້ຈັດການ.
ສຳລັບແມ່ຍິງແລ້ວ ສ່ວນຫຼາຍກໍຈະເປັນຜູ້ຮອງ ຫລືຜູ້ນຳດຳເນີນງານ ຣະດັບຕ່ຳກວ່າຜູ້ຊາຍ ໃນຫລາຍທຸຣະກິດ ນອກຈາກ ຮ້ານເສີມສວຍ ຮ້ານຂາຍເສື້ອຜ້າ ຫລືຮ້ານຂາຍຂອງຍ່ອຍ. ທ່ານວ່າ ສາເຫດອີກອັນນື່ງ ທີ່ແມ່ຍິງລາວ ຍັງບໍ່ຖືກຍອມຮັບໃນວົງການ ທຸຣະກິດຣະດັບສູງນັ້ນ ແມ່ນການຕັດສິນໃຈ ແລະການສະແດງອອກ ຍັງບໍ່ທັນຜູ້ຊາຍ:
"ຖືກກົດດັນທາງດ້ານວັທນະທັມ ແລ້ວກໍຖືກກົດດັນ ທາງດ້ານໂອກາດແດ່ ຖ້າທຽບໃສ່ຜູ້ຊາຍ ແມ່ຍິງກໍຍັງບໍ່ລື້ງເຄີຍ ທີ່ຈະໃຫ້ແມ່ຍິງເປັນຫົວ ຫນ້າຫັ້ນນ່າ ຜູ້ຊາຍຂະເຈົ້າ ຈະມີການຕັດສິນໃຈຫຼາຍກວ່າ ຄືແບບກ້າສ່ຽງ ແຕ່ວ່າແມ່ຍິງເຮົາ ຈະສ່ຽງຢູ່ແຕ່ວ່າ ຕ້ອງມີຄວາມຣະມັດຣະວັງ ຫລາຍ. ແຕ່ຖ້າວ່າມີແມ່ຍິງ ມາມີບົດບາດ ທາງທຸຣະກິດນັ້ນ ຈະເຮັດໃຫ້ທຸຣະກິດ ບໍ່ຂຍາຍໄວ ແຕ່ຫມັ້ນຄົງກວ່າ".
ອົງການສຶກສາໂລກປະຈຳລາວ ໄດ້ລົງນາມບົດບັນທຶກ ຄວາມເຂົ້າໃຈກັບ ຣັຖບານລາວ ໃນການແກ້ໄຂບັນຫາດັ່ງກ່າວ ໃນຈຸດປະສົງເພື່ອ ຊ່ອຍແມ່ຍິງລາວ ໃຫ້ມີຄວາມສາມາດ ໃນວົງການດຳເນີນ ທຸຣະກິດ ເທົ່າທຽມກັບຜູ້ຊາຍໃນອະນາຄົດ ຊຶ່ງອົງການ ນີ້ໄດ້ຮັບທຶນຊ່ອຍເຫຼືອ ຈາກກະຊວງຕ່າງປະເທດ ສະຫະຣັດ ຫ້ອງການ ເອເຊັຽປາຊີຝິກ.