APF ຈະບໍ່ຈັດຢູ່ສປປລາວ
2015.10.01
ຄນະ ກັມມະການ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ຖອນຕົວ, ບໍ່ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ໃນປີ 2016 ຍ້ອນວ່າ ຖືກ ທາງການ ລາວ ແຊກແຊງ ແລະ ຖືກ ກົດດັນ ຈາກ ອົງການ ຈັດຕັ້ງ ທາງ ສັງຄົມຂອງ ອາຊຽນ.
ການຖອນ ຕົວ ນັ້ນ ໄດ້ມີຂຶ້ນ ໃນ ຕອນທ້າຍ ຂອງ ກອງ ປະຊຸມ ຣະຫວ່າງ ຄນະ ກັມມະການ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ແລະ ຄນະ ກັມມະການ ຈັດກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ນະຄອນຫຼວງ ວຽງຈັນ ໃນ ວັນທີ 30 ກັນຍາ ນີ້. ຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ທ່ານ ນຶ່ງ ທີ່ໄດ້ ເຂົ້າຮ່ວມ ກອງປະຊຸມ ນັ້ນ.
ທ່ານ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ: ໃນການ ຖອນຕົວ ຄັ້ງນີ້ ຄນະ ກັມມະການ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ໃຫ້ ເຫດຜົນ ວ່າ ບໍ່ມີຄວາມ ພ້ອມ ທີ່ ຈະຈັດ. ແຕ່ ຄວາມຈິງ ຄື ບໍ່ສາມາດ ທີ່ ຈະຈັດກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຂຶ້ນໄດ້ ຢູ່ລາວ ຍ້ອນວ່າ ຣັຖບານ ລາວ ເຂົ້າ ແຊກແຊງ ກອງປະຊຸມ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງ ອາຊຽນ ກໍກົດດັນ ເລື້ອງ ບັນຫາ ສິດທິ ມະນຸດ.
ເຈົ້າໜ້າທີ່ ທ່ານ ດຽວກັນ ນີ້ ກ່າວຕື່ມ ອີກວ່າ ທາງການ ລາວ ມີການຈັດ ສາກ ໂດຍ ການກຽມ 9 ຄໍາຖາມ ໃຫ້ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ລາວ ເພື່ອຖາມ ຄນະ ກັມການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຊຶ່ງ ໃນນັ້ນ ຄຳຖາມນຶ່ງ ແມ່ນ ກ່ຽວກັບ ວ່າ ເປັນຫຍັງ ຈຶ່ງ ຈະຍົກເອົາ ເລື້ອງ ທ່ານ ສົມບັດ ສົມພອນ ເປັນ ຫົວຂໍ້ ເຂົ້າຢູ່ ໃນວາລະ ກອງ ປະຊຸມ.
ອົງການ ຈັດຕັ້ງ ທາງສັງຄົມ ຂອງ ອາຊຽນ ແລະ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ບໍ່ຍອມ ມອບສິດ ຈັດຕັ້ງ ກອງປະຊຸມ ໃຫ້ ຄນະ ກັມມະການ ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ຢູ່ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ຢູ່ ປະເທດ ມາເລເຊັຽ ໃນ ເດືອນ ເມສາ ທີ່ ຜ່ານມາ.
ເຫດຜົນ ກໍມີຢູ່ວ່າ ຄນະ ກັມມະການ ອົງການ ຈັດຕັ້ງ ທາງ ສັງຄົມ ຂອງລາວ ບໍ່ເຫັນດີ ໃຫ້ເອົາ ຫົວຂໍ້ ເຣື້ອງ ກຸ່ມ ຮັກ ຮ່ວມເພດ, ຄົນ ພື້ນເມືອງ, ການ ສ້າງເຂື່ອນ ແລະ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຂອງລາວ ເຂົ້າໄປ ສົນທະນາ ຢູ່ໃນ ກອງ ປະຊຸມ.
ຫົວຂໍ້ ທີ່ວ່ານັ້ນ ເປັນຫົວຂໍ້ ທີ່ ຣັຖບານ ສປປລາວ ບໍ່ມັກ ໃນ ຂນະທີ່ ຫົວຂໍ້ ເລົ່ານັ້ນ ເປັນ ບັນຫາ ທີ່ ສະມາຊິກ ອົງການ ຈັດຕັ້ງ ທາງສັງຄົມ 9 ປະເທດ ອາຊຽນ ຕ້ອງການ ທີ່ຈະນຳ ຂຶ້ນ ເວົ້າ ຢູ່ໃນ ກອງປະຊຸມ ນັ້ນ.