ລາວ-ຫວຽດນາມ ເພີ່ມທະວີຄວາມຮ່ວມມື ດ້ານເສດຖະກິດ

ທາງການ ລາວ-ຫວຽດນາມ ເພີ່ມທະວີ ຄວາມຮ່ວມມື ທາງດ້ານການຄ້າ ລະຫວ່າງ ສອງປະເທດ ໃນຫລາຍດ້ານ ເພື່ອສ້າງຂະຫຍາຍຕົວ ເພີ່ມຂຶ້ນ.

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ (ຮູບຊ້າຍມື) ຈັບມືກັບທ່ານ ຫວໍ ວັນ ເຖືອງ, ໃນລະຫວ່າງປະຊຸມຮ່ວມກັນທີ່ ທຳນຽບປະທານາທິບໍດີ ໃນນະຄອນຫຼວງຮ່າໂນຍ ວັນທີ 6 ມັງກອນ 2024. Nhac NGUYEN / AFP

ທາງການລາວ-ຫວຽດນາມ ເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືທັງສອງຝ່າຍ ເພື່ອຄຸ້ມຄອງຕະຫລາດ, ຕ້ານ-ສະກັດກັ້ນ ການລະເມີດທຸລະກິດ ແລະ ການຄ້າ ຕິດພັນກັບການລັກລອບ ຂົນສິນຄ້າ ຂ້າມຊາຍແດນ, ການສໍ້ໂກງທາງການຄ້າ ແລະ ຂົນສົ່ງສິນຄ້າຜິດກົດໝາຍ ລະຫວ່າງສອງປະເທດ.

ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ ປະເທດລາວແມ່ນໄດ້ດຸນການຄ້າ ກັບປະເທດຫວຽດນາມ ມາຕະຫລອດ ຂະນະ ທີ່ສິນຄ້າທີ່ສົ່ງອອກໄປປະເທດຫວຽດນາມນັ້ນ ສ່ວນໃຫຍ່ ມາຈາກການເຂົ້າມາຜະລິດ-ສົ່ງອອກຂອງຄົນຫວຽດນາມ ຢູ່ໃນປະເທດລາວ.

ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສາ ນີ້ວ່າ:

“ສິນຄ້າຂອງວຽດນາມຫວ້າ ກໍມີຫລາຍຢ່າງຢູ່ໄດ໋ ການນຳເຂົ້າຈາກຫວຽດນາມ ສ່ວນຫລາຍມີແຕ່ຂະເຈົ້າມາລົງທຶນ ດຽວນີ ທັງບັນດາໂຮງຈັກໂຮງງານ ທັງບໍລິສັດ ກະຜະລິດ ສົ່ງອອກ ເພາະວ່າ ຈຳໜ່າຍພາຍໃນໄທເຮົາ ມັນກະຈຳນວນ ຄົນມັນກະໜ້ອຍ.”

ທ່ານ ກ່າວອີກວ່າ ເຖິງວ່າ ຫວຽດນາມ ຈະຂາດດຸນການຄ້າໃຫ້ກັບປະເທດລາວ ແຕ່ຫວຽດນາມ ກະມີເປົ້າໝາຍທີ່ຊັດເຈນວ່າ ໃນການເພີ່ມທະວີ ຄວາມຮ່ວມມືໃນຄັ້ງນີ້ ຫວຽດນາມ ມີຄວາມຕ້ອງການນຳເຂົ້າ ວັດຖຸດິບ ປະເພດຕ່າງໆ ແລະ ໄຟຟ້າຈຳນວນຫລາຍ ທີ່ຜະລິດ ຢູ່ໃນປະເທດລາວ.

ໃນປີ 2022 ທີ່ຜ່ານມາ ສິນຄ້າ ທີ່ລາວສົ່ງອອກໄປປະເທດຫວຽດນາມ ປະກອບມີ ຢາງພາລາ, ໄມ້ ແລະ ຜະລິດຕະພັນໄມ້, ປຸ້ຍ, ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ສາລີ ແລະ ອື່ນໆລວມມູນຄ່າ ປະມານ 1,400 ຕື້ໂດລ້າ ສະຫະລັດ.

ສ່ວນ ສິນຄ້າ ທີ່ລາວນຳເຂົ້າ ຈາກຫວຽດນາມ ປະກອບມີ ນໍ້າມັນເຊື້ອໄຟ, ໝາກໄມ້ ແລະ ຜັກ, ເຫລັກ ແລະ ເຫລັກກ້າ, ອຸປກອນ ເຄື່ອງມື-ເຄື່ອງຈັກ, ຜະລິດຕະພັນເຫລັກ ແລະ ອື່ນໆ ລວມມູນຄ່າ ປະມານ 428 ຕື້ ໂດລ້າ ສະຫະລັດ.

ສຳລັບ ແຜນການຄວາມຮວ່ມມື ໃນປີ 2024 ນີ້ ທັງສອງປະເທດ ລາວ-ຫວຽດນາມ ໄດ້ຫາລື 6 ວຽກສຳຄັນ ເປັນຕົ້ນ ສອງກະຊວງ ອຸດສາຫະກຳ ແລະ ການຄ້າ ຂອງລາວ ແລະຫວຽດນາມ ຈະເພີ່ມມູນຄ່າ ການຄ້າສອງຝ່າຍ ໃຫ້ບັນລຸ 10-15% ຕໍ່ປີ, ຈະສົ່ງເສີມສິນຄ້າ ແລະ ການຜະລິດ ເພື່ອສົ່ງອອກ.

ຕ້ານ ແລະ ສະກັດກັ້ນ ການຄ້າຊາຍແດນນອກລະບົບ ຫລື ຄ້າຂາຍຂອງເຖື່ອນ ຕາມຊາຍແດນ, ປັບປຸງພື້ນຖານໂຄງຮ່າງການ ຄ້າຊາຍແດນ, ຄົນຄວ້າ ເພື່ອທົດລອງສ້າງເຂດເສດຖະກິດ ແລະ ມີນິຄົມອຸດສາຫະກຳ ຢູ່ສະຖານທີ່ ທີ່ເໝາະສົມ ໂດຍສະເພາະ ແຂວງທີ່ມີຊາຍແດນ ຕິດຈອດກັນ ໂດຍຝ່າຍລາວ ຂໍໃຫ້ຊຽວຊານ ຈາກປະເທດຫວຽດນາມ ເປັນຜູ້ສຶກສາ ແລະ ຄົ້ນຄວ້າ ຄວາມເປັນໄປໄດ້.

ຄົ້ນຄວ້າ ທີ່ຈະສ້າງສາງນໍ້າມັນເຊື້ອໄຟ ຢູ່ໃນປະເທດລາວ ເພື່ອຮອງຮັບການນຳເຂົ້າມາຈາກຫວຽດນາມ ເນື່ອງຈາກ ລາວ ມີປະລິມານການນຳເຂົ້ານໍ້າມັນ ໃນໄລຍະຜ່ານມາ ປະມານ 150-160 ລ້ານລິດ ຕໍ່ເດືອນ ແຕ່ການນຳເຂົ້ານໍ້າມັນ ຈາກຫວຽດນາມ ມີພຽງແຕ່ 10% ເທົ່ານັ້ນ ຖ້າການນຳເຂົ້າເຊື້ອໄຟຈາກຫວຽດນາມຂອງລາວ ເພີ່ມຂຶ້ນ ກໍຈະເຮັດໃຫ້ມູນຄ່າ ສອງຝ່າຍເພີ່ມຂຶ້ນໃນຕໍ່ໜ້າ ແລະ ວຽກງານອື່ນໆ ທີ່ຕິດພັນກັບການຄ້າ-ການລົງທຶນສອງຝ່າຍ.

ຂະນະທີ່ ຊາວບ້ານນາງໜຶ່ງ ໃນເມືອງໃໝ່ ແຂວງຜົງສາລີ ກ່າວວ່າ ສິນຄ້າທີ່ນຳເຂົ້າມາຈາກຫວຽດນາມ ສ່ວນຫລາຍຈະເປັນ ພືດຜັກ, ໝາກໄມ້, ຂະໜົມ ແລະ ເຄື່ອງນຸ່ງຫົ່ມ ເນື່ອງຈາກ ແຂວງຜົງສາລີ ຢູ່ຕິດກັບຊາຍແດນ ຂອງປະເທດຫວຽດນາມ ຈຶ່ງເຮັດໃຫ້ ຊາວຫວຽດນາມ ນຳເຂົ້າສິນຄ້າເຂົ້າມາຂາຍໄດ້ງ່າຍ ຂາຍໝົດ ກໍກັບຄືນປະເທດຫວຽດນາມ. ບາງຄົນ ກໍນຳເຂົ້າສິນຄ້າມາສົ່ງແມ່ຄ້າ ພໍ່ຄ້າ ຊາວລາວຂາຍ ເຊິ່ງສິນຄ້າຫວຽດນາມ ຈະເປັນທີ່ນິຍົມຂອງຊາວລາວໃນພື້ນທີ່ ຫລາຍສົມຄວນ ເພາະ ມີລາຄາຖືກກວ່າ ເມື່ອທຽບໃສ່ສິນຄ້າຈີນ ແລະ ໄທ ທີ່ມີລາຄາແພງ. ດັ່ງຊາວບ້ານນາງນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂາຍເຄື່ອງນຸ່ງບໍ ເຄື່ອງໃຊ້ຫຍັງ ເຂົາກະຍັງມາຢູ່ ເຂົາກໍວາງຂາຍຕາມຕະລາດເດ້ ຂອງຫວຽດນາມຫັ້ນນ່າ ຜັກໝີ່ ເຂົາກໍເອົາມາໄດ໋ ກະມັນມໍ້ເດ້ ໜ້ອຍດຽວກໍຮອດຫາກັນແລ້ວເດ້ເນາະ ມາແຕ່ເຊົ້າມາຂາຍ ບາງເທື່ອ ກໍມາສົ່ງໃຫ້ແມ່ຄ້າເນາະ ມາສົ່ງແມ່ຄ້າແລ້ວ ເຂົາກໍກັບໄປອີກ.”

ຊາວບ້ານນາງໜຶ່ງ ຢູ່ເມືອງຊຳໃຕ້ ແຂວງຫົວພັນ ກ່າວວ່າ ເຖິງຈະຢູ່ຕິດກັບປະເທດຫວຽດນາມ ແຕ່ ສິນຄ້າ ຫວຽດນາມ ທີ່ນຳເຂົ້າມາຂາຍເຂດເມືອງຊຳໃຕ້ ກະມີບໍ່ຫລາຍປານໃດ ສ່ວນຫລາຍ ຈະເປັນຂະໜົມ, ເຄື່ອງນຸ່ງ ແລະ ເຄື່ອງໃຊ້ຄົວເຮືອນ. ດັ່ງຊາວບ້ານນາງນີ້  ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອໍ ໃຊ້ໆມີແຕ່ຢູ່ວ່າ ກະບໍ່ຫລາຍ ກະມີແຕ່ພວກຂາຍຂະໜົມ ເປັນປະເພດເຄື່ອງນຸ່ງ ແລ້ວກະອັນນ່າ ເຄື່ອງໃຊ້ຄົວເຮືອນກະມີ ແຕ່ກໍບໍ່ຫລາຍ.”  

ຊາວບ້ານນາງໜຶ່ງ ໃນແຂວງຊຽງຂວາງ ກ່າວວ່າ ສິນຄ້າຂອງຫວຽດນາມ ທີ່ນຳເຂົ້າມາຂາຍໃນລາວ ກະມີບາງປະເພດເທົ່ານັ້ນ ເຊິ່ງສວ່ນໃຫຍ່ ຈະເປັນປະເພດເຂົ້າໜົມ ແລະ ເຄື່ອງນຸ່ງຫົ່ມ ຫາກຈະທຽບໃສ່ສິນຄ້ານຳເຂົ້າຈາກໄທ ຖືວ່າ ໜ້ອຍຫລາຍກວ່າສິນຄ້າໄທ ຫລາຍສົມຄວນ ແຕ່ສຳລັບຊາວລາວ ທີ່ອາໄສຢູ່ຕິດກັບຊາຍແດນຫວຽດນາມ ກໍຈະມີການຄ້າຖືກຫລາຍກວ່າ. ດັ່ງຊາວບ້ານນາງນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອັນກະມີຢູ່ເນາະ ແຕ່ວ່າບໍ່ຫລາຍ ມັນເປັນຕາມເຂົາຂາຍ ຕາມທ້ອງຕະລາດເນາະ ແຕ່ກີ້ ເປັນປະເພດເຂົ້າໜົມບໍ ທີ່ມາເອົາເຂົ້າມາແຕ່ຫວຽດນາມ ແລ້ວເຄື່ອງໃຊ້ສອຍແດ່ໜ້ອຍໜຶ່ງ ກະຕາມປົກກະຕິຫັ້ນແຫລະເນາະຜ່ານມາ.”

ທາງດ້ານ ທ່ານ ອະດິສອນ ເສມແຍ້ມ ຈາກສະຖາບັນ ເອເຊຍສຶກສາ, ຈຸລາລົງກອນ ມະຫາວິທະຍາໄລ ຂອງປະເທດໄທ ກ່າວວ່າ ການເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ການຮວ່ມມືສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ ໃນຄັ້ງນີ້ ກະເປັນພຽງຄວາມຮວ່ມມື ທາງດ້ານການຄ້າ-ການລົງທຶນທົ່ວໄປ ເນື່ອງຈາກ ລາວ ແລະ ຫວຽດນາມ ມີຊາຍແດນຕິດຈອດກັນຫລາຍແຂວງ ເຊິ່ງຈະສ້າງມູນຄ່າ ການຄ້າ-ການລົງທຶນ ໄດ້ຢ່າງມະຫາສານ.

ແຕ່ເລື້ອງທີ່ສຳຄັນ ທີ່ຫວຽດນາມ ມີຄວາມຕ້ອງການຫລາຍທີ່ສຸດ ກະຄື ເລື້ອງໄຟຟ້າ ແລະ ແຮ່ທາດ ເຊິ່ງເປັນແຫລ່ງຊັບພະຍາກອນ ທຳມະຊາດ ທີ່ມີມູນຄ່າ ແລະ ເປັນທີ່ຕ້ອງການຂອງຫວຽດນາມ ໂດຍ ຫວຽດນາມ ໂດຍເອົາສາຍສຳພັນ ທາງການທູດ ລະຫວ່າງລາວ-ຫວຽດນາມ ມີຄວາມແໜ້ນແຟ້ນກັນມາ ທັງການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະງົບ ທີ່ມີມາຢ່າງຍາວນານ ຫລາຍກວ່າ 60 ປີ ມາເປັນຕົວ ເຊື່ອມຂະຫຍາຍ.

ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກະເປັນຄວາມຮ່ວມມືການຄ້າ ການລົງທຶນ ການຄ້າລະຫວ່າງຊາຍແດນ ລະຫວ່າງແຂວງກັບແຂວງຫວຽດນາມ ເຂົ້າມາລົງທຶນພວກແຮ່ ເລື້ອງຂອງໄຟຟ້າ ອັນພວກເຮົານີ້ ມັນກະເປັນການສຳພັນ ທາງດ້ານເສດຖະກິດ ຄວາມສຳພັນທາງດ້ານການຄ້າ ການລົງທຶນ ເຊິ່ງມັນຂະຫຍາຍຂຶ້ນມາຈາກ ມິດຕະພາບ.”

ໃນປີ 2023 ທີ່ຜ່ານມານີ້ ກາຍນລົງທຶນຂອງສອງຝ່າຍ ລາວ-ຫວຽດນາມ ສາມາດບັນລຸໄດ້ປະມານ 1,521 ລ້ານ ໂດລ້າສະຫະລັດ ຫລຸດລົງປະມານສອງສ່ວນ 100 ທຽບໃສ່ປີ 2022.

ມູນຄ່າການລົງທຶນທັງໝົດ ຂອງຫວຽດນາມຢູ່ໃນປະເທດລາວ ປະຕິບັດໄດ້ປະມານ 166 ລ້ານ ໂດລ້າ ສະຫະລັດ ເພີ່ມຂຶ້ນ 65.3 ສ່ວນ 100 ທຽບໃສ່ປີ 2022.

ປັດຈຸບັນ ມີນັກລົງທຶນ ຂອງຫວຽດນາມ ໄດ້ມາຈົດທະບຽນລົງທຶນຢູ ປະເທດລາວ ຈຳນວນ 245 ໂຄງການ ມີມູນຄ່າ ປະມານ 5.5 ຕື້ ໂດລ້າສະຫະລັດ. ໃນ ຂະນະທີ່ ການລົງທຶນ ຂອງລາວໃນ ປະເທດຫວຽດນາມ ມີ 18 ໂຄງການ ມູນຄ່າ ປະມານ 110 ລ້ານ ໂດ້ລ້າ ສະຫະລັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org