ຫຼັກໝາຍເຂດແດນລາວ-ວຽດນາມ ຈະປັກແລ້ວປີຫນ້າ


2013.08.21
f-lao-viet ຊາຍແດນ ອັນຍາວຫຍຽດ ຂອງລາວ ແລະວຽດນາມ ແຕ່ເໜືອ ຮອດໃຕ້
RFA

 

ກະຊວງການຕ່າງປະເທດວຽດນາມຖແລງວ່າ ລາວແລະວຽດນາມ ຈະສຳເຣັດ ການປັກຫລັກຫມາຍ ເຂດແດນ ທີ່ມີຄວາມຍາວ ຣະຫວ່າງກັນ 2,067 ກິໂລແມດ ໃນປີ 2014.

ຣັຖມົນຕຣີ ການຕ່າງປະເທດວຽດນາມ ທ່ານ ຟາມບີນມີນ ແລະ ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ການຕ່່າງປະເທດລາວ ໄດ້ພົບປະກັນ ໃນມື້ວັນຈັນ ທີ່ເມືອງກາວໂລ ແຂວງຫຍ່າອານ ພາກກາງ ຂອງວຽດນາມ ຊື່ງເປັນແຂວງ ທີ່ມີຊາຍແດນ ປະມານ 419 ກິໂລແມັດ ຕິດກັບ 3 ແຂວງຂອງລາວ ເພື່ອທົບທວນ ວຽກງານການ ຮ່ວມປັກຫລັກຫມາຍ ເຂດແດນຣະຫວ່າງສອງປະເທດ ທີ່ໄດ້ດຳເນີນມາເປັນເວລາ 15 ປີ.

ໃນສມັຍທີ່ປະເທດຝຣັ່ງເສດປົກຄອງອິນໂດຈີນແບບອານານິຄົມຣະຫວ່າງກາງ ສັດຕະວັດທີ 19 ຈົນຮອດປີ 1949 ເສັ້ນເຂດແດນ ຣະຫວ່າງ ລາວກັບວຽດນາມໄດ້ແຕ້ມຂຶ້ນໂດຍຜູ້ວ່າຣາຊາການທົ່ວໄປ ຂອງອິນໂດຈີນ ຊື່ງໃນການປັກຫລັກຫມາຍຊາຍແດນ ປັດຈຸບັນ ທັງປະເທດລາວ ແລະ ວຽດນາມ ໄດ້ເຮັດວຽກຮ່ວມກັນ ເພື່ອຄໍ້າປະກັນວ່າ ຫລັກທີ່ຖືກປັກ ຕາມເສັ້ນຊາຍແດນ ນັ້ນຖືກຕ້ອງຕາມ ທີ່ຝຣັ່ງເສດ ໄດ້ແຕ້ມໃວ້ ໃນແຜນທີ່.

ປະເທດລາວ ແລະ ວຽດນາມ ໄດ້ລົງນາມ ໃນການປັກຫລັກ ຫມາຍເຂດແດນ ຣະຫວ່າງກັນ ໃນປີ 1977. ເທົ່າເຖິງປັດຈຸບັນ ສາມາດ ປັກຫລັກຫມາຍ ຂນາດໃຫຍ່ ທີ່ເປັນຫີນອ່ອນ ໄດ້ພຽງແຕ່ 835 ຫລັກ ໃນຈຳນວນ 793 ຈຸດ ໃນໂຄງການ ສ້າງຕັ້ງຫລັກຫມາຍ ເຂດແດນ ຣະຫວ່າງ ສອງປະເທດ ຣະຫວ່າງປີ 2008 ຫາ 2014 ແລະທັງສອງຝ່າຍ ກໍໄດ້ເລັ່ງລັດ ໃນການສ້ອມແປງ ຫລັກເກົ່າ ເພີ້ມຫລັກໃຫມ່ ເພື່ອໃຫ້ແລ້ວ ໃນປີ 2014.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.