ຣົດໄຟ ລາວ,ວຽດນາມ ແມ່ນ ການເມືອງ: ນັກວິຊາການ

ການລົງນາມເຊັນສັນຍາ ຣະຫວ່າງ ສສ ວຽດນາມ ແລະ ສປປ ລາວ. ທ່ານ ຫງວຽນ ຟູ ຈ໊ອງ ຫົວໜ້າພັກ ຄອມມິວນິສວຽດນາມ (ຜູ້ທີສອງຈາກຊ້າຍ) ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ (ຜູ້ທີສາມ)
ການລົງນາມເຊັນສັນຍາ ຣະຫວ່າງ ສສ ວຽດນາມ ແລະ ສປປ ລາວ. ທ່ານ ຫງວຽນ ຟູ ຈ໊ອງ ຫົວໜ້າພັກ ຄອມມິວນິສວຽດນາມ (ຜູ້ທີສອງຈາກຊ້າຍ) ທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ (ຜູ້ທີສາມ) (ຮູບພາບຈາກ: ຂປລ ປະເທດລາວ)

0:00 / 0:00

ແກ້​ຂໍ້​ມູນ​ ໃຫ້​ແຈ່ມ​ແຈ້ງ ເພີ່ມ​ຕື່ມ: 2019-03-10

ຫລັງຈາກທີ່ ລາວ ໄດ້ເຊັນຂໍ້ຕົກລົງໂຄງການທາງຣົດໄຟ ກັບ ວຽດນາມ ມູນຄ່າປະມານ 5 ຕື້ ໂດລາ ໃນເດືອນກຸມພາ, ນັກວິຊາການຕ່າງ ປະເທດ ໄດ້ໃຫ້ຄຳເຫັນວ່າ, ຍັງບໍ່ມີສະຖາບັນການເງິນໃດ ສົນໃຈລົງທຶນໃສ່ ໂຄງການນີ້ ຍ້ອນວ່າປະເທດລາວ ຈະບໍ່ສາມາດໃຊ້ໜີ້ຄືນໄດ້.

ທ່ານ Murray Hiebert ເຈົ້າໜ້າທີ່ໂຄງການສຶກສາ ເອເຊັຍຕາເວັນອອກສ່ຽງໃຕ້ ປະຈຳສູນສຶກສານາໆຊາດ ແລະຍຸທສາດ ຢູ່ສະຫະຣັຖ ອາເມຣິກາ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ຂ້າພະເຈົ້າບໍ່ຄິດວ່າ ຈະມີສະຖາບັນການເງິນໃດ ໃຫ້ຄວາມສົນໃຈລົງທຶນໃສ່ໂຄງການນີ້, ແຕ່ ສະບັນການເງິນສະແດງຄວາມເປັນຫ່ວງ ນຳປະເທດລາວ, ວ່າຈະມີໜີ້ສິນເພີ້ມຂຶ້ນ ແລະ ເປັນການຍາກທີ່ປະເທດລາວ ຈະໃຊ້ໜີ້ຄືນໄດ້."

ໂຄງການທາງລົດໄຟ ລາວ-ວຽດນາມ ມີຄວາມຍາວ 555 ກິໂລແມັດ ເລີ້ມຈາກແຂວງຄຳມ່ວນ ໄປຫາ ທ່າເຮືອວູງອາງ ຂອງວຽດນາມ ໃນນັ້ນປະເທດລາວ ຈະຮັບຜິດຊອບສ້າງ 452 ກິໂລແມັດ ໃນຂນະທີ່ ວຽດນາມຮັບຜິດຊອບສ້າງ ຢູ່ໃນວຽດນາມ 103 ກິໂລແມັດ.

ມູນຄ່າຂອງໂຄງການຣົດໄຟປະມານ 5 ຕື້ ໃນນັ້ນ ປະເທດລາວ ຈະຕ້ອງໄດ້ຈ່າຍສ້າງມູນຄ່າ ເກືອບ 4.1 ຕື້ໂດລາ ໃນຄວາມຍາວ 452 ກິໂລແມັດ ໃນຂນະທີ່ ວຽດນາມຈະໃຊ້ຈ່າຍເງິນສ້າງພຽງແຕ່ ປະມານ 900 ໂດລາ ໃນຄວາມຍາວ 103 ກິໂລແມັດ.

ແຕ່ ທ່ານ Murray Hiebert ກ່າວວ່າ ເປັນພຽງໂຄງການ ທາງອຸດົມການ, ແຕ່ບໍ່ແມ່ນ ໂຄງການທີ່ຈະເກີດຂຶ້ນໃນໄວໆ ນີ້:

“ຂ້າພະເຈົ້າຄິດວ່າ ໂຄງການດັ່ງກ່າວ ມັນສຳລັບຄົນຫຸ່ນຕໍ່ໄປ, ຄົງຈະບໍ່ສາມາດເກີດຂຶ້ນໃນເວລາໄວໆ ນີ້ ແລະມັນກໍຍາກທີ່ປະເທດລາວ ຈະສາມາດເອົາເງິນມາສ້າງ ໂຄງການນີ້ໄດ້. ມັນເປັນໂຄງການທາງດ້ານອຸດົມການ ແຕ່ໃນຄວາມຈິງ ມັນເປັນໂຄງການ ທີ່ແພງ.”

ທ່ານ Murray Hiebert ກ່າວຕື່ມອີກວ່າ:

"ສິ່ງທີ່ລາວກຳລັງເຮັດຢູ່ນີ້ ກໍເພື່ອສະແດງໃຫ້ວຽດນາມ ເຫັນວ່າ, ຍັງເປັນປະເທດເພື່ອນມິດກັນຢູ່, ແລະ ສະເພາະໂຄງການນີ້ ເປັນພຽງແຕ່ ທາງການທູດ ເທົ່ານັ້ນ, ແຕ່ບໍ່ແມ່ນໂຄງການທາງດ້ານເສຖກິດ."

ອົງການຮ່ວມມືສາກົນ ຂອງເກົາຫລີໃຕ້ ຫລື KOICA ເປັນຜູ້ເຮັດການສຶກສາ ຄວາມເປັນໄປໄດ້, ແຕ່ ກໍຍັງບໍ່ມີການເຜີຍແຜ່ ຂໍ້ມູລຣາຍລະອຽດເລື້ອງນີ້ ໃຫ້​ສາ​ທາ​ຣະ​ນະ​ຊົນ ໄດ້​ຮັບ​ຮູ້. ເຖິງ​ຢ່າງ​ໃດ ກໍ​ດີ, ອົງ​ການ​ດັ່ງ​ກ່າວ ໄດ້​ໃຫ້ ຂໍ້​ມູນ​ພື້ນ​ຖານ ຂອງ​ການ​ສຶກ​ສາ ຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ເມື່ອ​ວັນ​ທີ 4 ມີ​ນາ, ແລະ ວ່າ ຣາຍ​ລະ​ອຽດ​ປີກ​ຍ່ອຍ​ ໃນ​ການ​ສຶກ​ສາ ນັ້ນ, ກົມ​ຄຸ້ມ​ຄອງ​ທາງ​ຣົດ​ໄຟ​, ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ເປັນ​ພາກ​ສ່ວນ​ທີ່​ຈະ​ໃຫ້​ຂໍ້​ມູນ​ໄດ້.

ດຣ Keith Barney ອາຈານສອນ ຢູ່ມະຫາວິທຍາໄລແຫ່ງຊາດ ອອດສເຕຣເລັຽ ໄດ້ກ່າວຕໍ່ເອເຊັຍເສຣີວ່າ: ເປັນທີ່ໜ້າເສັຍດາຍທີ່ພວກ ເຮົາບໍ່ສາມາດເຂົ້າເຖິງຂໍ້ມູນ ບົດວິພາກທາງເສຖກິດທີ່ອົງການ KOICA ເປັນຜູ້ເຮັດມັນເປັນເລື້ອງຍາກທີ່ຈະເວົ້າວ່າ ໂຄງການທາງຣົດໄຟ ສາຍນີ້ ມັນຈະໃຫ້ຜົນຕອບຮັບ ທາງດ້ານການເງິນ ແລະເສຖກິດ, ແຕ່ມັນມີຄວາມສ່ຽງ ທີ່ຈະເກີດຄວາມບໍ່ໂປ່ງໃສ ແລະ ການຂາດຄວາມ ຮັບຜິດຊອບ ຢູ່ໃນໂຄງການດັ່ງກ່າວ.

ດຣ Keith Barney ຍັງກ່າວຕື່ມີອີກວ່າ: ເປັນທີ່ຈະແຈ້ງແລ້ວວ່າ ຍັງບໍ່ມີການເຊື່ອມຕໍ່ ໃສ່ລະຫວ່າງ ແຂວງຄຳມ່ວນ ຂອງລາວ ກັບ ແຂວງນະຄອນພະນົມ ຂອງໄທ ຊຶ່ງ ດຣ Keith Barney ກໍຍັງມີ ຄຳຖາມວ່າ ມັນຈະກຸ້ມຄ່າສຳລັບ ປະເທດລາວ ທີ່ຈະເຮັດ ໂຄງການ ດັ່ງກ່າວ ທີ່ມີລາຄາແພງກັບວຽດນາມ ທີ່ບໍ່ມີໂຄງການເຊື່ອມຈອດກັບປະເທດໄທ.

ກ່ຽວກັບເລື້ອງນີ້ ໃນວັນທີ 6 ມີນາ ເອເຊັຽເສຣີ ໄດ້ໂທຫາ ທ່ານ ແສງສີວິໄຊ ວ່າການຫົວໜ້າກົມທາງຣົດໄຟກະຊວງໂຍທາທິການ ແລະ ຂົນສົ່ງ, ແຕ່ທ່ານປະຕິເສດ ທີ່ຈະໃຫ້ຄຳເຫັນໃນເລື້ອງນີ້. ແຕ່ໜັງສືພິມວຽງຈັນທາມ ຂອງລາວ ໄດ້ລາຍງານໃນວັນທີ 25 ກຸມພາ ວ່າ ໂຄງການທາງລົດໄຟ ລາວ-ວຽດນາມ ຈະເປັນການປະກອບສ່ວນຫລວງຫລາຍ ຕໍ່ຄວາມພຍາຍາມຂອງຣັຖບານລາວ ທີ່ຈະຫັນປ່ຽນ ປະເທດລາວ ຈາກປະເທດບໍ່ມີ ທາງອອກສູ່ທະເລ ໃຫ້ກາຍເປັນປະເທດ ເຊື່ອມຈອດດ້ວຍເສັ້ນທາງ.

ເຖີງຢ່າງໃດກໍຕາມ ທີ່ຜ່ານມາສະຖາບັນການເງິນສາກົນ ຫລື IMF ກໍສະແດງຄວາມເຫັນ ຫ່ວງກ່ຽວກັບໜີ້ສິນ ຂອງປະເທດລາວ ໃນປີ 2017 ທີ່ກວມເອົາປະມານ 60 ເປີເຊັນຂອງ ລວມຍອດຜລິຕພັນພາຍໃນ ຂອງລາວ ທີ່ມີມູນຄ່າ 17 ຕື້ໂດລາ. ແຕ່ຖ້າມີ ໂຄງການທາງ ຣົດໄຟ ລາວ-ວຽດນາມ ສາຍນີ້ເກີດຂຶ້ນ ຍິ່ງຈະເຮັດໃຫ້ປະເທດລາວ ຕົກເປັນໜີ້ຢ່າງມະຫາສານ.

ແກ້​ຂໍ້​ມູນ ໃຫ້​ແຈ່ມ​ແຈ້ງ​ເພີ່ມ​ຕື່ມ: ອົງການຮ່ວມມືສາກົນ ຂອງເກົາຫລີໃຕ້ ຫລື KOICA ເປັນຜູ້ເຮັດການສຶກສາ ຄວາມເປັນໄປໄດ້, ແຕ່ ກໍຍັງບໍ່ມີການເຜີຍແຜ່ ຂໍ້ມູລຣາຍລະອຽດເລື້ອງນີ້ ໃຫ້​ສາ​ທາ​ຣະ​ນະ​ຊົນ ໄດ້​ຮັບ​ຮູ້. ເຖິງ​ຢ່າງ​ໃດ ກໍ​ດີ, ອົງ​ການ​ດັ່ງ​ກ່າວ ໄດ້​ໃຫ້ ຂໍ້​ມູນ​ພື້ນ​ຖານ ຂອງ​ການ​ສຶກ​ສາ ຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ ເມື່ອ​ວັນ​ທີ 4 ມີ​ນາ, ແລະ ວ່າ ຣາຍ​ລະ​ອຽດ​ປີກ​ຍ່ອຍ​ ໃນ​ການ​ສຶກ​ສາ ນັ້ນ, ກົມ​ຄຸ້ມ​ຄອງ​ທາງ​ຣົດ​ໄຟ​, ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ເປັນ​ພາກ​ສ່ວນ​ທີ່​ຈະ​ໃຫ້​ຂໍ້​ມູນ​ໄດ້