ຊາວວຽດນາມເຂົ້າມາຢູ່ຕາມ ຊາຍແດນ ລາວ

ອະວາຣີ
2014.12.21
F-Lao-Viet-Border ລາວແລະວຽດນາມ ຖ່າຍຮູປຮ່ວມກັນ ໃນເຂດຫລັກໝາຍ ຊາຍແດນ ລາວ-ວຽດນາມ
News.vn

 

ທາງການ ລາວ ແລະ ວຽດນາມ ຈະ ຮ່ວມກັນ ແກ້ໄຂ ການ ໂຍກ ຍ້າຍ ເຂົ້າມາຢູ່ ຕາມເຂດ ໃກ້ ຊາຍແດນ ລາວ ຂອງ ຊາວ ວຽດ ນາມ ແລ້ວ ຍັງມີການ ມາ ແຕ່ງງານ ແບບ ຜິດ ກົດໝາຍ ກັບ ຄົນລາວ ເພື່ອ ຫວັງຢູ່ ໃນ ລາວ ແບບ ຖາວອນ. ເຈົ້າໜ້າທີ່ ກະ ຊວງ ແຮງງານ ແລະ ສວັດດີການ ສັງຄົມ ຂອງ ລາວ ທ່ານນຶ່ງ ຍອມຮັບ ກ່ຽວກັບ ເຣື່ອງນີ້ວ່າ:

“ຍ້າຍມານີ່ ລັກມາ ກະບໍ່ ປະຕິເສດ ມີແຕ່ເຂົາມາ ເຂົ້າມາ ຢາມພີ່ ຢາມນ້ອງ ຢູ່ດົນຫລາຍ ກະເອົາ ເມັຽແຫລະ ຕັ້ງເຮືອນ ແບບ ນັ້ນ.”

ເຈົ້າໜ້າທີ່ ທ່ານນີ້ ຍອມຮັບ ອີກວ່າ ບັນຫາ ຊາວວຽດນາມ ໂຍກ ຍ້າຍ ເຂົ້າມາ ຢູ່ ລາວ ແລະ ແຕ່ງງານ ກັບ ຊາວລາວ ຢ່າງ ບໍ່ ຖືກຕ້ອງ ຕາມ ກົດໝາຍ ນີ້ ເປັນບັນຫາ ຮ້າຍແຮງ ອາດຈະເປັນ ອັນຕະຣາຍ ຕໍ່ຄວາມ ໝັ້ງຄົງ ຂອງຊາດ. ບັນຫາ ທີ່ ຮ້າຍແຮງ ອີກຢ່າງນຶ່ງ ແມ່ນບັນຫາ ວຽດນາມ ຍັບຍ້າຍ ຊາຍແດນ ເຂົ້າມາ ໃນດິນ ລາວ. ຊາວລາວ ຜູ້ນຶ່ງ ໃນເມືອງ ເຊໂປນ ແຂວງ ສວັນນະເຂດ ເວົ້າວ່າ, ວຽດນາມ ລັກໂລບ ເອົາດິນລາວ ໄປແລ້ວ ເຖິງ 15 ກິໂລແມັດ ໃນເຂດ ເມືອງ ເຊໂປນ.

ເມື່ອຕົ້ນເດືອນ ທັນວາ ນີ້ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການ ຕ່າງ ປະເທດ ລາວ ໄດ້ພົບປະ ຫາລື ກັບ ທ່ານ ຟາມ ບິ່ນ ມິ່ນ ຣັຖມົນຕຣີ ການ ຕ່າງ ປະເທດ ວຽດນາມ ທີ່ ນະຄອນ ຫລວງ ວຽງຈັນ. ທັງສອງ ຣັຖມົນຕຣີ ໄດ້ຕົກລົງ ຈະ ຮ່ວມມືກັນ ຫລາຍຂື້ນ ເພື່ອ ແກ້ໄຂ ບັນຫາ ການໂຍກຍ້າຍ ເຂົ້າມາ ຢູ່ລາວ ແລະ ການຕ່າງງານ ກັບ ຄົນລາວ ຢ່າງ ຜິດ ກົດໝາຍ ຂອງ ຊາວ ວຽດນາມ.

ສໍາຣັບ ການປັກ ຫລັກ ໝາຍ ແບ່ງເຂດ ຊາຍແດນ ນັ້ນ ຄນະ ກັມມະການ ຊາຍແດນ ລາວ ແລະ ວຽດນາມ ໄດ້ຕົກລົງ ກັນ ໃນ ກອງ ປະຊຸມ ທີ່ ນະຄອນ ຫຼວງພຣະບາງ ເມື່ອກາງປີ ນີ້ວ່າ ທັງສອງ ປະເທດ ໄດ້ ປັກຫລັກ ຊາຍແດນ ຣະຫວ່າງກັນ ສຳເຣັດ ແລ້ວ ໂດຍ ພື້ນຖານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.