ດາວທຽມຂອງລາວຈະຂຶ້ນສູ່ ອາວະກາດ 2015

ມະນີຈັນ
2014.05.28
F-default ດາວທຽມຂອງລາວຈະຂຶ້ນສູ່ ອາວະກາດ 2015
RFA

 

ບໍຣິສັດ ຈີນ ທີ່ ສ້າງ ດາວທຽມ ໜ່ວຍ ທໍາອິດ ໃຫ້ລາວ ຈະ ສົ່ງ ດາວທຽມ ນັ້ນ ຂຶ້ນສູ່ ວົງໂຄຈອນ ໃນປີ 2015. ຕາມ ຣາຍງານ ຂ່າວ ໃນ ວັນທີ 27 ພຶສຈິກາ 2014.

ດາວທຽມ ໜ່ວຍທໍາອິດ ຂອງລາວ ທີ່ ເລີ້ມຜລິດ ໂດຍ ບໍຣິສັດ ດາວທຽມ ໂທຣະຄົມນາຄົມ ເຄື່ອນທີ່ ເຂດ ເອເຊັຽ ປາຊີຝິກ ຂອງຈີນ ແລະ ບໍຣິສັດ ສັນຍາ ຈ້າງ ນຶ່ງອີກ ທີ່ ບໍ່ບອກຊື່ ຈະຖືກ ສົ່ງຂຶ້ນ ສູ່ ວົງຈອນ ຊ່ອງ 128 ຈຸດ 5 ອົງສາ ຊຶ່ງ ເປັນຊ່ອງ ຫລື slot ທີ່ ຖືກຈັດສັນ ໃຫ້ ໂດຍ ອົງການ ໂທຣະຄົມນາຄົມ ນາໆຊາດ.

ຂ່າວ ທາງການ ລາວ ຣາຍງານ ວ່າ ມີ ເຈົ້າໜ້າທີ່ ໜຸ່ມນ້ອຍ ຂອງລາວ ຈໍານວນ 42 ຄົນ ກໍ່ຫາຈົບ ການຝຶກອົບຮົມ ເບື້ອງຕົ້ນ 3 ເດືອນ ກ່ຽວກັບ ການສື່ສານ ຂໍ້ມູລ ດາວທຽມ ເພື່ອຕຣຽມ ຄວາມພ້ອມ ໃນການ ປະຕິບັດ ງານ ຂອງ ດາວທຽມ ໜ່ວຍນີ້.

ການສ້າງ ແລະ ສົ່ງ ດາວທຽມ ໜ່ວຍທໍາອິດ ຂອງລາວ ຂຶ້ນສູ່ ວົງໂຄຈອນ ນັ້ນ ເປັນໄປຕາມ ຂໍ້ຕົກລົງ ກູ້ຢືມຈີນ 250 ລ້ານໂດລາ ສະຫະຣັຖ ຊຶ່ງ ຣັຖບານ ລາວ ໄດ້ລົງນາມ ກັບ 2 ບໍຣິສັດ ດັ່ງກ່າວ ຂອງຈີນ ເມື່ອປີ 2011 ແລະ ກໍ ເປັນສ່ວນນຶ່ງ ຂອງ ການຮ່ວມມື ເພື່ອ ພັທນາ ເທັກໂນໂລຈີ ດ້ານຂໍ້ ມູລຂ່າວສານ ຣະຫວ່າງ 2 ປະເທດ ລາວ-ຈີນ ນໍາດ້ວຍ. ດາວທຽມ ໜ່ວຍ ທໍາອິດນີ້ ຈະຊ່ວຍ ຮັບສົ່ງ ຂໍ້ມູລ ສໍາລັບ ການ ບໍຣິການ ໂທຣະທັດ ແລະໂທຣະສັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.