ດຳຣັດຄຸ້ມຄອງອົງການຈັດຕັ້ງ ສັງຄົມ
2015.09.09
ປະຈຸບັນ ທາງການ ລາວ, ໂດຍ ແມ່ນ ກະຊວງ ພາຍໃນ ມີຄວາມ ຄືບໜ້າ ໃນການ ປັບປຸງ ຮ່າງ ດຳຣັດ ວ່າດ້ວຍ ການຄຸ້ມຄອງ ສະມາຄົມ, ອົງການ ຈັດຕັ້ງ ທີ່ ບໍ່ຫວັງ ຜົນ ກຳໄລ ແລະ ມູນນິທິ ເພື່ອ ປ່ຽນແທນ ດຳຣັດ ສະບັບ ເກົ່າ, ທີ່ ປະກາດໃຊ້ ໃນ ປີ 2009.
ກະຊວງ ພາຍໃນ ຊີ້ແຈງ ໃຫ້ຜູ້ທີ່ ເຂົ້າຮ່ວມ ກອງປະຊຸມ ໃນ ນະຄອນຫຼວງ ວຽງຈັນ ຮັບຮູ້ ເມື່ອ ວັນທີ 27 ສິງຫາ 2015 ນີ້ ວ່າ, ຮ່າງດຳຣັດ ສະບັບ ດັ່ງກ່າວ ອາຈ ສາມາດ ປະກາດ ນຳໃຊ້ ໄດ້ ໃນທ້າຍ ປີ ນີ້. ດັ່ງ ເຈົ້າໜ້າທີ່ ຈາກ ອົງການ ຈັດຕັ້ງ ທີ່ ບໍ່ຫວັງ ຜົນ ກຳໄລ ທີ່ ເຂົ້າຮ່ວ ກອງປະຊຸມ ຜູ້ ຂໍສງວນ ຊື່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ໃນ ກອງປະຊຸມ ເນາະ, ເພິ່ນກະໄດ້ ນຳສະເນີ 3 ຫົວຂໍ້ ໃຫຽ່, ມີຮ່າງ ແນະນຳ ອົງການ ຈັດຕັ້ງ ສາກົນ ລະກະໄດ້ ໂອ້ລົມ ເນື້ອໃນ ວ່າດ້ວຍ ສະມາຄົມ ເນາະ, ແລະ ທາງ ກະຊວງ ພາຍໃນ ເພິ່ນໄດ້ ຊີ້ແຈງ ລະກະ ສະຫຼຸບຜົນ ວ່າ ທ້າຍ ປີ ນີ້, ລະຊິ ປະກາດ ນຳໃຊ້ ໂຕວ່າດ້ວຍ ສະມາຄົມ ທີ່ ບໍ່ຫວັງ ຜົນກຳໄລ ນີ້".
ເຖິງຢ່າງໃດ ກໍ່ຕາມ, ຫຼາຍ ພາກສ່ວນ ກໍ່ ກະແດງ ຄວາມ ເປັນຫ່ວງ ວ່າ, ພວກ ເຂົາເຈົ້າ ບໍ່ມີ ໂອກາດ ມີ ສ່ວນຮ່ວມ ໃນ ຂະບວນການ ສ້າງ ດໍາຣັດ ສະບັບ ຕ່າງໆ, ໃນການ ປັບປຸງ ດໍາຣັດ ສະບັບ ນີ້ ຫຼາຍ ເທົ່າທີ່ຄວນ.
ກ່ອນໜ້ານີ້ ຄື ເມື່ອ ທ້າຍປີ 2014 ອົງການ ຈັດຕັ້ງ ສາກົລ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ ໃນລາວ, ກໍ່ໄດ້ ສະແດງ ຄວາມ ເປັນຫ່ວງ ວ່າ ດຳຣັດ ວ່າດ້ວຍ ສະມາຄົມ, ອົງການ ຈັດຕັ້ງ ທີ່ບໍ່ຫວັງ ຜົນກຳໄລ ແລະ ມູນນິທິ ຈະ ຂັດຂວາງ ການ ປະຕິບັດ ງານ ຂອງ ພວກເຂົາເຈົ້າ ເປັນຕົ້ນ ວຽກງານ ໃນ ການຊ່ວຍ ພັທນາ, ເພາະ ຈະຕ້ອງໄດ້ ຣາຍງານ ໃຫ້ ອົງການ ຈັດຕັ້ງ ຂອງ ຣັຖ ຂັ້ນ ກະຊວງ ຮັບຮູ້ ແລະ ຮັບຮອງ ທຸກໆ ການ ເຄື່ອນໄຫວ ກ່ອນ ຈຶ່ງ ຈະລົງມື ປະຕິບັດ ເຄື່ອນໄຫວ ວຽກງານ ໄດ້.