ກົດຫມາຍວ່າດ້ວຍສານທະຫານ ລາວ
2013.12.17
ໃນເຊົ້າວັນທີ 17 ທັນວາ 2013, ໃນທີ່ປະຊຸມ ຂອງສະພາແຫ່ງຊາດສະໄໝສາມັນຄັ້ງທີ 6 ຊຸດທີ 7 ໄດ້ມີການສະເໜີໃຫ້ ສະມາຊິກສະພາ ປະຊາຊົນລາວພິຈາຣະນາ ແລະປະກອບຄໍາຄິດຄໍາເຫັນໃນຮ່າງກົດໝາຍ ວ່າດ້ວຽສານທະຫານ. ຂໍ້ສເນີດັ່ງກ່່າວແມ່ນສເນີໂດຍພົລຕຼີ ຈັນສະ ໝອນ ຈັນຍະລາດ ຮອງຣັຖມົນຕຣີກະຊວງປ້ອງກັນປະເທດຂອງລາວ. ໃນຮ່າງກົດໝາຽສະບັບນີ້ປະກອບດ້ວຽ 9 ພາກ 5 ໝວດແລະ 58 ມາດຕຣາ. ດັ່ງທ່ານກ່າວກ່ຽວກັບກົດຫມາຍນີ້ວ່າ:
"ກ່ຽວກັບເຫດຜົນແລະຄວາມຈໍາເປັນໃນການສ້າງຮ່າງກົດໝາຽ ວ່າດ້ວຽສານທະຫານ. ການສ້າງຣັຖ ປະຊາທິປະໄຕປະຊາຊົນ ໂດຽປະຊາຊົນ ແລະເພື່ອປະຊາຊົນ ຕາມມະຕິກອງປະຊຸມໃຫ່ຽຄັ້ງທີ 8 ແລະ 9 ຂອງພັກແລະການເຊື່ອມໂຍງສາກົນໃນປັດຈຸບັນ, ມັນໄດ້ເລັ່ງທວງໃຫ້ພວກ ເຮົາຕ້ອງມີກົດໝາຽວ່າດ້ວຽສານທະຫານ. ນັ້ນກໍ່ເພາະວ່າ ສານທະຫານ ມັນແມ່ນສານໜຶ່ງໃນຣະບົບສານປະຊາຊົນແຫ່ງສປປ ລາວ ໄດ້ຈັດ ຕັ້ງຂຶ້ນ ຢູ່ໃນກອງທັບປະຊາຊົນລາວ".
ທ່ານຍັງເວົ້າຕື່ມອີກວ່າ ການມີກົດໝາຽວ່າດ້ວຽ ສານທະຫານ ກໍ່ເພື່ອຮັບປະກັນ ໃນການພິຈາຣະນາ ຕັດສິນ ແລະການພິພາກສາຄະດີອາຍາ ໃຫ້ມີຄຸນນະພາບມີຄວາມຖືກຕ້ອງໂປ່ງໄສຍຸຕິທັມ.ທັງນັ້ນກໍ່ເພື່ອປົກປ້ອງ ສິດຜົນປະໂຫຍດອັນຊອບທັມຂອງຄູ່ຄວາມເຮັດໃຫ້ກອງທັບມີຄວາມ ເຂັ້ມແຂງ ມີຣະບຽບວິໄນທີ່ເຂັ້ມງວດ ແລະ ເພື່ອເປັນເຄື່ອງມື ເປັນບ່ອນອີງໃຫ້ສານທະຫານ ໃນການປະຕິບັດໜ້າທີ່ ຢ່າງກົງໄປກົງມາ ເຕັມ ສ່ວນ ຕາມສິດແລະພາລະບົດບາດທີ່ໄດ້ກຳນົດໄວ້.
ເປັນເທື່ອທຳອິດ ນັບແຕ່ຣັຖບານສປປລາວຍຶດອຳນາດ ຈາກຣັຖບານພຣະຣາຊອານາຈັກລາວມາໄດ້ເມື່ອ 38 ປີກ່ອນ ທີ່ຈະມີກົດໝາຽວ່າດ້ວຽ ສານທະຫານ. ກ່ອນໜ້ານີ້ປະກົດວ່າບໍ່ເຄີຽ ໄດ້ຍິນວ່າຣະບົບກອງທັບ ປະຊາຊົນປະຕິວັດລາວໄດ້ມີການພິຈາຣະນາຕັດສິນແລະພິພາກສາລົງ ໂທສຕໍ່ບັນດານາຽ ແລະພົລທະຫານລາວ ທີ່ກະທຳຜິດດ້ວຽວິທີໃດກໍຕາມ ແຕ່ທີ່ເຫັນຜ່ານມາແມ່ນຢາກເຮັດແນວໃດກໍ່ເຮັດ ຈະເອົາຜູ້ໃດໄປລົງ ໂທສກໍ່ບໍ່ໄດ້ມີການຕັດສິນ ຜ່ານສາຽຕາມະຫາຊົນເລີຽດັ່ງທີ່ເຄີຽເກີດຂຶ້ນກັບນາຽພົລທະຫານນາຽໜຶ່ງທີ່ມີຊື່ສຽງທີ່ໃຊ້ຊື່ວ່ານາຽພົລ ບຸນ ພົມມະຫາ ໄຊ ຊະຕາກັມຂອງທ່ານຈະເປັນແນວໃດບໍ່ມີຜູ້ໃດຮູ້ຈົນເທົ່າທຸກວັນນີ້ ແລະນາຽທະຫານຄົນອື່ນໆກໍ່ຍິ່ງເປັນການຍາກທີ່ຈະຮູ້ຊະຕາກັມໄດ້.