ລາວ-ໄທສັນຍາຮ່ວມມືພັທນາ

ມະນີຈັນ
2014.11.27
F-Lao-Thai ພິທີຮັບຕ້ອນ ນາຍົກ ຣັຖມົນຕຣີ ໄທ ປຣະຢຸດ ຈັນໂອຊາ (ຂວາ) ມາຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ
Lao News Agency

 

ຣັຖບານ ລາວ-ໄທ ໄດ້ ລົງນາມ ໃນ ຂໍ້ຕົກລົງ 3 ສະບັບ ເພື່ອເສີມ ຂຍາຍ ການ ພົວພັນ ແລະ ຮ່ວມມື ຣະຫວ່າງ ກັນ. ຕາມຣາຍງານ ຂ່າວ KPL. ການ ລົງນາມ ມີຂຶ້ນ ເມື່ອ ວັນທີ 26 ພຶສຈິກາ 2014 ທີ່ ນະຄອນ ຫລວງ ວຽງຈັນ ໃນ ຣະຫວ່າງ ທີ່ ນາຍົກ ຣັຖມົນຕຣີ ໄທ ປຣະຢຸດ ຈັນໂອຊາ ຢ້ຽມຢາມ ລາວ ຢ່າງ ເປັນ ທາງການ 2 ວັນ 26 ຫາ 27 ພຶສຈິກາ 2014.

ໃນນັ້ນ ມີບັນທຶກ ຄວາມ ເຂົ້າໃຈ ກ່ຽວກັບ ໂຄງການ ພັທນາ ໂຮງ ພຍາບານ ແຂວງ ບໍ່ແກ້ວ ຣະຍະ 2. ບັນທຶກ ຄວາມ ເຂົ້າໃຈ ກ່ຽວ ກັບ ການ ຮ່ວມມື ໃນຂແນງ ວິທຍາສາດ ເທັກໂນໂລຈີ ແລະ ວິວັທນາການ ແລະ ຂໍ້ຕົກລົງ ກ່ຽວກັບ ການ ສັນຫາ ເງິນທຶນ ສໍາລັບ ໂຄງການ ສ້າງທາງ ຈາກ ເມືອງ ຫົງສາ ແຂວງ ໄຊຍະບູລີ ໄປຫາ ບ້ານ ຊຽງແມນ ແຂວງ ຫລວງ ພຣະບາງ.

ກ່ອນພິທີ ລົງນາມ ໄດ້ ມີການ ປຶກສາ ຫາຣື ກັນ ຣະຫວ່າງ ນາຍົກ ຣັຖມົນຕຣີ ລາວ-ໄທ ແລະ ໄດ້ຕົກລົງ ກັນວ່່າ ຈະຂຍາຍ ຄວາມ ສັມພັນ ແລະ ຮ່ວມມື ໃຫ້ ເລິກເຊິ່ງ ຂຶ້ນ ຕື່ມ ໃນການ ກະກຽມ ເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊຽນ ໃນ ປີໜ້າ.

ພ້ອມດຽວກັນ ນັ້ນ ກໍເຫັນ ພ້ອມນໍາກັນ ວ່າ ຈະ ສໍາຣວດ ແລະ ປັກຫລັກ ໝາຍ ຊາຍແດນ ແລະ ປາບປາມ ການຄ້າ ຢາເສບຕິດ ຮວມ ເຖິງ ການຮັກສາ ຄວາມ ປອດພັຍ ຕາມແນວ ຊາຍແດນ ຂອງ ສອງ ປະເທດ ນໍາດ້ວຍ.

ເວົ້າ ສະເພາະ ການຮ່ວມມື ເຣື່ອງ ແຮງງານ ຣັຖບານ ໄທ ຈະຂຶ້ນ ທະບຽນ ແລະ ຄຸ້ມຄອງ ຄົນງານ ລາວ ຕໍ່ໄປ. ໃນ ຣະຫວ່າງ ການ ຢ້ຽມຢາມ ຍັງມີ ພິທີ ມອບ-ຮັບ ເງິນ ແລະ ອຸປກອນ ການ ສຶກສາ ມູລຄ່າ 2 ລ້ານ ໂດລາ ສະຫະຣັຖ ສໍາລັບ ວິທຍາລັຍ ການຊ່າງ 4 ແຫ່ງ ໃນແຂວງ ຫລວງ ພຣະບາງ ວຽງຈັນ ສວັນນະເຂດ ແລະ ໂຮງ ຮຽນ ເທັກນິກ ກະສິກັມ ດົງ ຄໍາຊ້າງ ໃນ ນະຄອນ ຫຼວງວຽງຈັນ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.