ລາວ-ໄທ ແກ້ໄຂບັນຫາເຂດແດນ
2015.01.26

ກອງປະຊຸມ ຄນະ ກັມມາທິການ ຮ່ວມ ໃນ ການຮ່ວມມື ລາວ-ໄທ ຊຶ່ງ ເລີ້ມຂຶ້ນ ຈາກ ວັນທີ່ 22 ຫາ ວັນທີ 24 ມົກກະຣາ ທີ່ ນະຄອນຫລວງ ວຽງຈັນ ນັ້ນ ທັງສອງ ຝ່າຍ ໄດ້ບັນລຸ ຂໍ້ຕົກລົງ ການປັກຫລັກ ໝາຍ ເຂດແດນ ແລະ ຫລາຍ ບັນຫາ ກ່ຽວຂ້ອງ ກັບຈຸດ ຕັ້ງ ຫລັກໝາຍ ຕາມ ເຂດແດນ, ຕາມຣາຍງານ ໜັງສືພິມ ທາງການ ລາວ.
ປະທານ ຮ່ວມ ຝ່າຍລາວ ໄດ້ແກ່ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງປະເທດ, ຝ່າຍໄທ ໄດ້ແກ່ ທ່ານ ພົນເອກ ທະນາສັກ ປະຕິມາ ປຣະກອນ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ຕ່າງ ປະເທດ.
ບັນຫາ ທີ່ຕົກລົງ ກັນນັ້ນ ຮ່ວມທັງ ຫລັກໝາຍ ເຂດແດນ ເພີ້ມຕື່ມ 6 ຫລັກເດີມ, ການໃຊ້ ອຸປກອນ ຈີປີແອັສ ຈາກ ດາວທຽມ ເພື່ອ ກວດສອບ ເບິ່ງ ຫລັກໝາຍ ທີ່ ຫັກເພ ໃນເຂດ ແດນ ຂອງລາວ, ແລະ ໃຫ້ຄໍາ ແນະນໍາ ສໍາລັບ ການສໍາຣວດ ເພີ້ມຕື່ມ ໃນພາກໃຕ້ ຂອງ ໜອງບົວ ທີ່ ອານຸ ກັມມະການ ຮ່ວມຝ່າຍ ເທັກນິກ ໄດ້ ຕົກລົງກັນ.
ສອງຝ່າຍ ໄດ້ຮັບຟັງ ຜົນ ຂອງການ ສ້າງແຜນທີ່ ໃໝ່ຕາມ ລໍາ ແມ່ນໍ້າຂອງ ມາຕຣາ ສ່ວນ 1 ຕໍ່ 25,000 ຮ່ວມກັນ ແລະ ການສ້າງ ເສັ້ນໝາຍ ເຂດແດນ ຢູ່ໃນ ບໍຣິເວນ ດັດແປງ ໃໝ່, ໄດ້ຮັບຟັງ ຣາຍງານ ຂອງ ຄນະ ເຮັດວຽກ ກ່ຽວກັບ ການຮ່າງ ແຜນການ ແມ່ບົດ ເຣື້ອງ ເອກສານ ອ້າງອີງ ສໍາລັບ ການສໍາຣວດ ແລະ ຕັ້ງ ຫລັກໝາຍ ເຂດແດນ ຕາມລໍາ ແມ່ນໍ້າຂອງ. ນອກນັ້ນ ຍັງໄດ້ ພິຈາຣະນາ ບັນຫາ ເສັ້ນ ເຂດແດນ ທີ່ ບໍ່ແຈ້ງຂາວ ເປັນຕົ້ນ ຢູ່ ນໍ້າເຫືອງ ແລະ ສ່ວນເຫລືອ ແມ່ນຢູ່ ຫ້ວຍໂດນ ແລະ ວັງເຕົ່າ ຊ້ອງເມັກ.
ປັດຈຸບັນ ລາວ ແລະ ໄທ ໄດ້ສໍາເຣັດ ປັກຫລັກ ໝາຍ ເຂດແດນ ທາງບົກ 90 ສ່ວນຮ້ອຍ ແລ້ວ ໂດຍໄດ້ ປັກ ຫລັກໝາຍ 210 ຫລັກ ໃນຣະຍະ ທາງ 676 ກິໂລແມັດ ນັບແຕ່ ປີ 1997 ມານີ້.
ສອງຝ່າຍ ຕົກລົງກັນ ວ່າ ການສໍາຣວດ ເຂດແດນ ແລະ ການຕັ້ງ ຫລັກ ໝາຍ ເຂດແດນ ທາງບົກໃຫ້ ສໍາເຣັດ ໃນ ປີໜ້າ, ສ່ວນການ ຕັ້ງ ຫລັກໝາຍ ເຂດແດນ ຕາມ ແມ່ນໍ້າຂອງ ອາຈ ສໍາເຣັດ ພາຍໃນ ປີ 2018.