ລາວໄທເນັ້ນສັມພັນທຸຣະກິຈ

ມະນີຈັນ
2015.05.29
F-Thongloun ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ກະຊວງ ການຕ່າງປະເທດ ລາວ ແລະ ທ່ານວິຣະພົງ ຣາມາງກຸນ ປະທານ ສະມາຄົມ ໄທ-ລາວ ເພື່ອມິຕພາບ ທີ່ໂຮງແຮມ Conrad ບາງກອກ ວັນທີ 28 ພຶສພາ 2015
RFA

ສະມາຄົມ ມິຕພາບ ໄທ-ລາວ ຈັດງານ ສລອງ ຄວາມ ສັມພັນ ລາວ-ໄທ ຄົບຮອບ 65 ປີ ຢູ່ ບາງກອກ, ເມື່ອ ວັນທີ 28 ພຶສພາ 2015 ນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ຣັຖມົນຕຣີ ກະຊວງ ການ ຕ່າງ ປະເທດ ສປປລາວ ເຂົ້າ ຮ່ວມ.

ທ່ານ ທອງລຸນ ໄດ້ ກ່າວ ໃນ ຫົວຂໍ້ 40 ປີ ສປປລາວ, ແລະ ເສັ້ນທາງ ສູ່ ອະນາຄົດ, ໂດຍເນັ້ນ ເຖິງ ຄວາມ ສັມພັນ ລາວ-ໄທ, ໃນ ຣະຍະ ຜ່ານມາ ດັ່ງ ມີເນື້ອໃນ ຕອນນຶ່ງ ວ່າ:

"ພວກເຮົາ ນໍາໃຊ້ ທ່າແຮງ ເປັນ ບ້ານພີ່ ເມືອງນ້ອງ ເອີ້ນວ່າ ເປັນຍາດ ພີ່ນ້ອງ ແທ້ຈິງ, ພວກເຮົາ ບໍ່ສາມາດ ທີ່ ຈະຍົກ ປະເທດ ຂອງ ພວກເຮົາ ອອກຈາກ ກັນໄດ້, ຈຸດ ຢູ່ໂຕນີ້ ຈັ່ງເຫັນວ່າ ລາວ-ໄທ ນັ່ງເວົ້າ ກັນໄດ້ ປຶກສາ ຫາຣື ກັນໄດ້".

ທ່ານ ເວົ້າວ່າ ສິ່ງ ສໍາຄັນ ສິ່ງນຶ່ງ ທີ່ ດໍາເນີນ ຄວບຄູ່ ກັບ ຄວາມ ສັມພັນ ລາວ-ໄທ ນັ້ນ ຄື ການ ລົງທຶນ. ໃນ ຫລາຍໆ ປີ ຜ່ານມາ ນັກ ລົງທຶນ ໄທ ໄດ້ ເປັນ ອັນດັບ ນຶ່ງ ໃນການ ລົງທຶນ ຢູ່ ລາວ, ແຕ່ ປີ ຜ່ານມາ ການ ລົງທຶນ ຂອງ ໄທ ໄດ້ ຫລຸດລົງ ເປັນ ອັນດັບ ສອງ. ດັ່ງນັ້ນ ຈຶ່ງ ຢາກໃຫ້ ນັກ ລົງທຶນ ໄທ ເຂົ້າໄປ ລົງທຶນ ໃນ ລາວ ໃຫ້ຫລາຍ ຂຶ້ນ ເປັນ ອັນດັບ ນຶ່ງ ອີກ ຄັ້ງນຶ່ງ ຊຶ່ງ ທາງການ ລາວ ກໍເປີດ ກວ້າງ ການ ລົງທຶນ ຫລາຍ ປະເພດ ແລະ ຍິນດີ ໃຫ້ ຄວາມ ສະດວກ ທຸກດ້ານ.

ທ່ານ ທອງລຸນ ກ່າວ ຕື່ມວ່າ ປັຈຈຸບັນ ສປປລາວ ຈໍາເປັນ ຕ້ອງໄດ້ ເພິ່ງ ການ ລົງທຶນ ຂອງ ໄທ ຢູ່ ຫລາຍ ປະເພດ, ເພື່ອ ຊ່ວຍໃຫ້ ລາວ ອອກຈາກ ການ ເປັນ ປະເທດ ດ້ອຍ ພັທນາ, ເປັນຕົ້ນ ລົງທຶນ ໃນ ໂຄງການ ສ້າງ ຖນົນ ຫົນທາງ ໂຮງໝໍ ສຸຂສາລາ ເພາະ ຣັຖບານ ລາວ ຈະ ບໍ່ສາມາດ ເຮັດໄດ້ ຕາມ ລໍາພັງ ແນ່ນອນ.

ໃນການ ຈັດງານ ສລອງ ຄັ້ງນີ້, ມີ ບໍຣິສັດໄທ ຫລາຍ ບໍຣິສັດ ທີ່ ລົງທຶນ ຢູ່ລາວ ເປັນຕົ້ນ ບໍຣິສັດ ນໍ້າຕານ ມິດລາວ, ປຕທ, ບໍຣິສັດ SCG ໄດ້ ມາຈັດ ການ ສະແດງ ແຜນການ ລົງທຶນ ຢູ່ ລາວ ໃນ ປັຈຈຸບັນ ຮວມເຖິງ ການ ວາງແຜນ ໃນ ອະນາຄົດ ໃຫ້ ຜູ້ສົນໃຈ ໄດ້ ສຶກສາ ຂໍ້ມູລ ເພີ່ມຕື່ມ ສໍາລັບ ຜູ້ ທີ່ຈະໄປ ລົງທຶນ ໃນ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.