ນັກວິຊາການ ດ້ານເສຖກິຈລາວ ທ່ານນຶ່ງ ໄດ້ໃຫ້ທັສນະ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນເຣື້ອງການຄັດເລືອກ ພະນັກງານ ຢູ່ລາວ ເມື່ອບໍ່ດົນ ມານີ້ວ່າ, ສ່ວນໃຫຍ່ແລ້ວ, ການຄັດເລືອກ ພະນັກງານ ຫຼື ການເລື່ອນຕຳແໜ່ງ ໃຫ້ພະນັກງານ ຜູ້ມີຜົລງານດີເດັ່ນ ຍັງບໍ່ມີຄວາມຍຸຕິທັມ, ມີການຊື້ຈ້າງເລື່ອນຕຳແໜ່ງ, ແລະ ທັງມີການຫຼິ້ນເສັ້ນຫຼິ້ນສາຍ ເພື່ອຊັບຊ້ອນລູກຫຼານ ຜູ້ມີອຳນາດ, ເຂົ້າໄປໃນ ອົງການຈັດຕັ້ງ ຂອງຣັດ ທີ່ມີຜົລປໂຍດສູງ, ດັ່ງທ່ານໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີວ່າ:
“ມີໆ, ຄວາມຈິງມີ, ຄວາມຈິງມັນມີ, ບໍ່ປະຕິເສດໄດ້ດອກ, ຄັນບໍ່ມີ ເຂົາກະບໍ່ຊື້ຊັ້ນຊື້ຕຳແໜ່ງ, ບໍ່ຈ້າງເຂົ້າດອກ, ຫຼືວ່າ ຊິຮອດຍາມອອກລະກະ ບໍ່ອອກ. ຊື້ຂ້າມໄປບ່ອນໃດ ມີທຸຣະກິຈ ທີ່ດິນເບາະ, ຜົລປໂຍດມັນມີ, ມີແນ່ນອນ. ບາດບ່ອນທີ່ມັນເປັນເງິນ ເປັນຄຳ, ມັນກະມີ ແຕ່ລູກເຈົ້າ ຫຼານນາຍຫັ້ນແຫຼະ, ພາສອກພາສີ, ການຫງອກການເງິນ ອີ່ສັງຕ່າງໆ. ບ່ອນໃດບໍ່ເປັນເງິນເປັນຄຳ, ເຂົາກະເອົາຢູ່ ສັບຊ້ອນໄປ.”
ທ່ານກ່າວຕື່ມວ່າ, ບັນຫາດັ່ງກ່າວ ໄດ້ເຮັດໃຫ້ ການບໍຣິຫານງານ ໃນພາກຣັດ, ຂາດປະສິທທິພາບ, ຄືມີ ພະນັກງານ ທີ່ບໍ່ໄດ້ຜ່ານການເລືອກເຟັ້ນ ທີ່ຜ່ານການປະຕິບັດ ວຽກງານໂຕຈິງ, ເຮັດວຽກບໍ່ເປັນ ກໍໄດ້ເຂົ້າໄປ ເຮັດວຽກໃນຕຳແໜ່ງສຳຄັນ. ສຸດທ້າຍ, ກໍເກີດມີການສໍ້ຣາສບັງຫຼວງ ຢ່າງແຜ່ຫຼາຍ, ແລະ ບໍ່ສາມາດ ເອົາຜິດກັນໄດ້ ຍ້ອນມີແຕ່ຄົນເຈົ້າຄົນຂ້ອຍ.
ໃນຂນະດຽວກັນ, ເມື່ອບໍ່ດົນມານີ້, ຍານາງ ປານີ ຢ່າ ທໍ່ ຕູ້, ກັມມະການ ກົມການເມືອງ ສູນກາງພັກ ແລະ ປະທານສະພາ ແຫ່ງຊາຕລາວ, ກໍໄດ້ກ່າວ ໃນກອງປະຊຸມໃນນະຄອນຫຼວງວຽງຈັນ ເມື່ອທ້າຍເດືອນມົກກະຣາ ທີ່ໄດ້ເຜີຍແຜ່ຜ່ານສື່ມວນຊົນ ທ້ອງຖິ່ນ ຂອງລາວ ວ່າ ການເລື່ອນຊັ້ນ ແລະ ເລື່ອນຕຳແໜ່ງ ໃຫ້ແກ່ພະນັກງານ, ໃນອົງການຈັດຕັ້ງຂອງຣັດ, ຍັງບໍ່ເປັນໄປ ຕາມຣະບຽບ ທີ່ກຳນົດໄວ້ ແລະ ບໍ່ອີງ ໃສ່ການປະເມີນວຽກງານ ທີ່ຮັບຜິດຊອບໂຕຈິງ:
“ຕົວຢ່າງ ບັນຫາວຽກງານເລື່ອນຊັ້ນ ເລື່ອນຕຳແໜ່ງພັກ, ພະນັກງານນີ້ ແມ່ນຕ້ອງເຮັດວຽກເປັນໝູ່ຄນະ ແມ່ນພວກເຮົາ ໄດ້ເຮັດລະເບາະ, ລະກະຕ້ອງເຮັດແຕ່ລຸ່ມຂຶ້ນຫາເທິງ ເພາະວ່າ ອ້າຍນ້ອງຢູ່ລຸ່ມພຸ້ນ ບັນດາກົມນີ້ ເຫັນໄດ້ເໝິດ ພະນັກງານ ຂອງຕົນເອງ ວ່າຜູ້ໃດເຮັດວຽກດີ, ຜູ້ໃດເຮັດວຽກບໍ່ທັນດີ, ຜູ້ໃດມີຄວາມຮັບຜິດຊອບ, ຜູ້ໃດ ຍັງເລີ່ນເລີ້ ຕໍ່ການປະຕິບັດໜ້າທີ່.”
ນອກຈາກນີ້, ເມື່ອວັນທີ 13 ກຸມພາ ທີ່ຜ່ານມານີ້, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ, ກໍໄດ້ກ່າວ ໃນກອງປະຊຸມຂແນງພາຍໃນ ທົ່ວປະເທສ ທີ່ຈັດຂຶ້ນ ໃນນະຄອນຫຼວງວຽງຈັນ ວ່າ ໃນການຄັດເລືອກ ພະນັກງານຣັຖກອນ ໃນປີນີ້ ຫ້າມມີ ການຄັດເລືອກ ພະນັກງານ ທີ່ ເປັນລັກສນະ ໃຊ້ເສັ້ນສາຍເດັດຂາດ ເພາະໃນໄລຍະຜ່ານມາ ການເລືອກເຟັ້ນ ພະນັກງານ ທີ່ ມີລັກສນະເສັ້ນສາຍ ມີແຜ່ຫຼາຍແລ້ວ, ອັນເປັນນຶ່ງ ໃນສາເຫຕ ທີ່ເຮັດໃຫ້ ການບໍຣິຫານຣັດ ບໍ່ມີປະສິທທິພາບ.