ຣັຖບານລາວໃຫ້ຣັຖກອນ ເຮັດວຽກ ຢູ່ບ້ານ

ຣັຖບານລາວ ໃຫ້ ພະນັກງານ ຣັຖກອນ ເຮັດວຽກ ຢູ່ບ້ານ ແຕ່ວັນທີ 30 ມີນາ ເຖິງ 19 ເມສາ ນີ້ ຍົກເວັ້ນ ຜູ້ທີ່ໄດ້ຮັບ ມອບໝາຍ ສະເພາະ ໜ້າວຽກ.

ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ RFA

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ອອກຄໍາສັ່ງວ່າດ້ວຍການເພີ່ມທະວີ ມາຕການສະກັດກັ້ນການຣະບາດ ຄວບຄຸມ ແລະຕຣຽມ ຄວາມພ້ອມ ຮອບດ້ານເພື່ອຕ້ານໂຄວິດ-19 ໂດຍໃຫ້ພະນັກງານ ຣັຖກອນ ຢຸດເຮັດວຽກ ຢູ່ຫ້ອງການ ນັບຕັ້ງແຕ່ວັນທີ 30 ມີນາ ເຖິງ ວັນທີ 19 ເມສາ 2020 ຍົກເວັ້ນຜູ້ທີ່ໄດ້ຮັບມອບໝາຍ ໃຫ້ປະຕິບັດໜ້າທີ່ ໃນການຄວບຄຸມ ແລະປ້ອງກັນໂຄວິດ-19 ແລະ ເຈົ້າໜ້າທີ່ ຮັກສາຄວາມປອດພັຍ, ດັ່ງເຈົ້າໜ້າທີ່ປະຕິບັດງານ ຄະນະສະເພາະກິດຄວບຄຸມໂຄວິດ-19 ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 30 ມີນາ ນີ້ວ່າ:

“ມີຄໍາສັ່ງອອກເດ໋ ມື້ວານ ມີຖແລງການ ປະຕິບັດຈົນຮອດວັນທີ 19 ເດືອນ 4 ມີແຕ່ພວກທີ່ຈໍາເປັນນະ, ຄັນພວກໃດທີ່ຈໍາເປັນຣັຖບານສັ່ງ ກະໄດ້ເຮັດໜ້າທີ່ຕໍ່ ໂຕໃດບໍ່ຈໍາເປັນກໍພັກກ່ອນ ເພິ່ນກໍບອກ ຢູ່ໃສກະ ໃຫ້ເຝົ້າຣະວັງຕິດຕາມ ຄືກັນໝົດທຸກຄົນ ຫັ້ນແຫລະ ທຸກພາກສ່ວນ.”

ທ່ານເວົ້າວ່າ ຜູ້ທີ່ຍັງໄປເຮັດວຽກຢູ່ຫ້ອງການ ຄືທະຫານ,ຕໍາຣວດ ເຈົ້າໜ້າທີ່ດັບເພີງ ພະນັກງານໄຟຟ້າ ນໍ້າປະປາ ສື່ສານ ທະນາຄານ ສະຖາບັນການເງິນ ຕລາດຫລັກຊັບ ແພດ-ໝໍ ອາສາສມັກ ແລະ ພະນັກງານ ທີ່ໄດ້ຮັບມອບໝາຍ ຈາກຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ສ່ວນຜູ້ອື່ນໆ ໃຫ້ເຮັດວຽກຢູ່ເຮືອນ ຂອງຕົນເອງ.

ສໍາລັບພະນັກງານຣະດັບສູງ ຂອງກະຊວງຕ່າງໆ ທີ່ຕ້ອງມາເຮັດ ເປັນຕົ້ນ ກະຊວງສາທາຣະນະສຸຂ ທີ່ຕ້ອງມາຕິດຕາມ ກວດກາວຽກງານ ການເຝົ້າຣະວັງໂຄວິດ-19, ກະຊວງອຸດສາຫະກັມແລະການຄ້າ ຕິດຕາມກວດກາເຣື່ອງຣາຄາສິນຄ້າ, ກະຊວງແຮງງານ ແລະສວັດດິການ ສັງຄົມ ຕິດຕາມ ກວດກາຄົນງານລາວ ແລະຕ່າງປະເທດ ທີ່ໄດ້ຮັບຜົລກະທົບ ຈາກ ໂຄວິດ-19.

ເຈົ້າໜ້າທີ່ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ນັບແຕ່ວັນທີ 30 ມິນາ ນີ້ເປັນຕົ້ນໄປ ພະນັກງານ ຣັຖກອນ ສ່ວນຫລາຍບໍ່ໄດ້ ໄປເຮັດວຽກ ຢູ່ຫ້ອງການ ຈົນຮອດວັນທີ 19 ເມສາ:

“ຊ່ວງນີ້ເພິ່ນພັກຕາມທີ່ວ່າເພິ່ນ ແຈ້ງການຫັ້ນນະ ປະມານໄລຍະ ວັນທີ 20 ເດືອນ 4 ເພິ່ນ ສິແຈ້ງການອອກມາໃໝ່.”

ປັດຈຸບັນ ໂຮງງານຕັດຫຍິບ, ໂຮງງານອື່ນໆ ແລະໂຄງການໃຫຍ່ ທີ່ມີຄວາມສ່ຽງຕໍ່ການຣະບາດຂອງ ໂຄວິດ-19 ຖືກສັ່ງໃຫ້ປິດ, ຍົກເວັ້ນ ໂຮງງານຜລິດສິນຄ້າ ບໍຣິໂພກ, ຢາປົວພຍາດ, ເຄຶ່ອງປ້ອງກັນການ ຣະບາດ ແລະອຸປະກອນການແພດ ແຕ່ຕ້ອງປະຕິບັດຕາມມາຕການ ປ້ອງກັນຂອງຄະນະສະເພາະກິດ.

ເຈົ້າຂອງໂຮງງານທີ່ຖຶກສັ່ງໃຫ້ປິດ ຕ້ອງມີການຄຸ້ມຄອງຄົນງານ ໃຫ້ພັກຢູ່ທີ່ພັກຂອງຕົນ ແລະປະຕິບັດນະໂຍບາຍ ສວັດດິການ ໃຫ້ແກ່ຄົນ ງານເຫລົ່ານັ້ນ ໃນໄລຍະພັກວຽກນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org