ສື່ສັງຄົມອອນລາຍໃນລາວ ຍັງຖືກ ຈຳກັດ
2017.04.16
ປະຊາຊົນລາວໃນປະເທດ ທີ່ຢາກສະແດງຄວາມຄິດເຫັນ ໃນສື່ສັງຄົມອອນລາຍ ມີຫລາຍຂຶ້ນ ຍ້ອນການເຂົ້າເຖິງ ອິນເຕີເນັດ ເພີ້ມຂຶ້ນ, ແຕ່ຈະຕ້ອງບໍ່ໄປ ຂັດກັບແນວທາງ ນະໂຍບາຍ ຂອງພັກ-ຣັຖ.
ການສະແດງຄວາມຄິດເຫັນ ຂອງຄົນລາວ ໃນສື່ສັງຄົນອອນລາຍ ຫຼາຍຂຶ້ນ ດັ່ງປະຊາຊົນ ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
"ແນ່ນອນວ່າສະພາບການຂອງໂລກ ກໍຈະເອື້ອອຳນວຍໃນເສຣີພາບ ໃນການນຳສະເໜີຂ່າວ ໄດ້ຫຼາຍຂຶ້ນ ປະເທດລາວ ເຮົາມີອິນເຕີເນັດ ໄວຂຶ້ນ ສາມາດໃຊ້ໄດ້ແລ້ວ ກໍມີ ເຟສບຸກ ຂຶ້ນມາໃຫ້ໃຊ້ ກໍມີສິດ ເສຣີພາບ ໃນການນຳສະເໜີ ກໍຫລາຍຂຶ້ນ".
ການສະແດງຄວາມຄິດເຫັນ ນັ້ນຕ້ອງເປັນໄປໃນທາງສ້າງສັນ ຕາມຂໍ້ກຳນົດ ຂອງ ທາງການ, ດັ່ງປະຊາຊົນ ທ່ານນັ້ນ ກ່າວຕື່ມ ອີກວ່າ:
"ອັນນີ້ ທຸກຄົນກໍເປັນກະບອກສຽງ ຂອງປະຊາຊົນຄືກັນ ສາມາດນຳສະເໜີໄດ້ ຖ້າວ່າປະຊາຊົນ ບ້ານນີ້ ມີຂໍ້ຄວາມຄິດເຫັນ ແນນນັ້ນ ແນວນີ້ ເຮົາກໍນຳສເໜີ ອອກໄປໄດ້ ແຕ່ວ່າຢູ່ ໃນລັກສນະ ສ້າງສັນ".
ໃນປີທີ່ 2016 ທີ່ຜ່ານມາ ເຈົ້າໜ້າທີ່ທາງການລາວ ໄດ້ຈັບກຸມຜູ້ໃຊ້ ສື່ສັງຄົມລາວ 3 ຄົນຖືກຈັບໃນຂໍ້ຫາ ວິຈານແນວທາງຂອງ ພັກ-ຣັຖ. ອີງຕາມສະຖິຕິ ຈາກເວັບໄຊ Internet User Statistics, ໄດ້ຮູ້ວ່າ ຢູ່ປະເທດລາວ ມີຜູ້ໃຊ້ ອິນເຕີເນັດ 1,400,000 ຄົນ ໃນຂນະທີ່ ພົລເມືອງ ລາວມີ 6.8 ລ້ານ ຄົນ.