ທາງການສິ້ງຊອມຜູ້ໃຊ້ ເຟສບຸກ

0:00 / 0:00

ໃນຣະຍະ ຜ່ານມາ ແລະ ໃນ ປັດຈຸບັນ ຣັຖບານ ລາວ ພຍາຍາມ ກີດກັ້ນ ບໍ່ໃຫ້ ປະຊາຊົນ ຂຽນບົດ ຫລື ສົນທະນາ ກ່ຽວກັບ ວຽກບ້ານ ການເມືອງ ທີ່ ຂັດຕໍ່ ແນວທາງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ, ເປັນຕົ້ນ ການອອກ ຄຳເຫັນ ຜ່ານ ສື່ ສັງຄົມ ອອນລາຍ.

ຊາວໜຸ່ມ ລາວ ທີ່ ໃຊ້ ເຟສບຸຄ ຜູ້ນຶ່ງ ໃຫ້ ສຳພາດ ຕໍ່ ເອເຊັຽ ເສຣີ ວ່າ, ເຟສບຸກ ຂອງຕົນ ເຄີຍ ຖືກ ບລັອກ ຫຼື ປິດ ຊົ່ວຄາວ ມາຫຼາຍສິບ ເທື່ອແລ້ວ ແລະ ຫລ້າສຸດ ແມ່ນ ອາທິດ ຜ່ານ ມາ ກໍຖືກສັ່ງ ໃຫ້ປິດ ຍ້ອນວ່າ ໄດ້ໂພສ ຂໍ້ຄວາມ ທີ່ ຕັ້ງຄຳຖາມ ຕໍ່ ຣັຖບານ ເຖິງ ຜົລ ປະໂຫຍດ ຂອງ ໂຄງການ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ.

ທ່ານ ຢືນຢັນ ວ່າ ການອອກ ຄຳເຫັນ ນັ້ນ, ບໍ່ໄດ້ມີ ເຈດຕະນາ ໃສ່ຮ້າຍ ປ້າຍສີ ພັກ-ຣັຖ, ພຽງແຕ່ ເປັນການ ວິຈານ ຍ້ອນ ຕ້ອງການ ຢາກຮູ້ ເທົ່ານັ້ນ:

"ສິ່ງທີ່ຄວນ ວິຈານ ເຮົາ ກໍວິຈານ. ອັນພວກທີ່ ໄປ ໃສ່ຮ້າຍ ປ້າຍສີ ນັ້ນ ກໍ ບໍ່ສົມຄວນ ຄື ເອົາຮູບ ເຂົາມາ ຕັດຕໍ່ ໃສ່ ຫົວໝາ ມັນ ກະຜິດ ກົດໝາຍ. ເຮົາບໍ່ໄດ້ ເຮັດແນວ ນັ້ນ ຖ້າເຮັດ ແນວນັ້ນ ຖືກ ລັອກຕາຍ ໄປແລ້ວ".

ໜຸ່ມລາວ ຜູ້ນີ້ ກ່າວວ່າ ຕຳຣວດ ໄອທີ ຂອງ ສປປລາວ ກວດສອບ ການໃຊ້ ເຟສບຸຄ ຂອງ ປະຊາຊົນ ລາວ ທີ່ ຢູ່ພາຍໃນ ປະເທດ ແລະ ຢູ່ ປະເທດໄທ, ແລ້ວ ຣາຍງານ ໃຫ້ ທິມງານ ຂອງ ເຟສບຸຄ, ໃຫ້ ລັອກ ເຟສບຸກ ຂອງ ຜູ້ທີ່ເວົ້າ ເຖິງ ເຣຶ່ອງ ການເມືອງ ຢູ່ ເລື່ອຍໆ, ຊຶ່ງ ທ່ານ ຄິດວ່າ ບໍ່ ຖືກຕ້ອງ ບໍ່ຄວນເຮັດ ທ່ານ ກ່າວ ວ່າ:

"ຖ້າຈະ ກວດສອບ ກໍໄປ ກວດສອບ ພວກເຮັດ ເຟສ ເພື່ອຄ້າ ຂອງເຖື່ອນ ພຸ້ນ ບໍ່ຈຳເປັນ ຕ້ອງມາ ກວດສອບ ຜູ້ ຄິດຕ່າງ ເພາະ ຄຳວ່າ ປະຊາທິປະໄຕ ປະຊາຊົນ ຕ້ອງມີສິດ ຄິດຕ່າງ ຢູ່ແລ້ວ. ຄວາມ ຢາກບອກ ໃນໃຈ ມັນກະມີ ຫຼາຍເຣື້ອງ ຜູ້ໃດ ມີເງິນ ກໍ ພົ້ນຄະດີ ຜູ້ໃດ ບໍ່ມີເງິນ ກະຕິດຄຸກ ບໍ່ມີການ ລໍລົງອາຍາ ບໍ່ມີການ ໄຕ່ສວນ ບໍ່ມີການ ສອບຖາມ ຫຍັງເທື່ອ, ຄື ເຫດການ ອ້າຍ ບຸນທັນ ນີ້ ແຫລະ ຕ່າງຊາດ ກໍເຂົ້າໄປ ຊ່ວຍ ບໍ່ໄດ້ ທັງທີ່ເພິ່ນ ເປັນຄົນ ຂອງ ສາກົນ".

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ເຣຶ່ອງນີ້ ເອເຊັຽ ເສຣີ ໄດ້ຖາມ ໄປຍັງສູນ ອິນເຕີເນັດ ແຫ່ງຊາດ ຂອງລາວ ເຣຶ່ອງ ຣະບຽບ ກົດຫມາຍ. ເຈົ້າຫນ້າທີ່ ທ່ານນຶ່ງ ອະທິບາຍ ວ່າ ດຳຣັດ ເລກ ທີ 327 ວ່າດ້ວຍ ການຄຸ້ມຄອງ ຂໍ້ມູນ ຂ່າວສານ ຜ່ານ ອິນເຕີເນັດ ກຳນົດ ຊັດເຈນ ແລ້ວວ່າ ບໍ່ ອະນຸຍາດ ໃຫ້ມີການ ເຜີຍແຜ່ ຂໍ້ມູນ ໃດໆ ທີ່ ມີເນື້ອຫາ ຕໍ່ຕ້ານ ພັກ-ຣັຖ:

"ຖ້າເຮົາ ສະແດງ ຄຳເຫັນ ທາງ ການເມືອງ ໃສ່ຮ້າຍ ປ້າຍສີ ມັນກໍບໍ່ ຖືກຕ້ອງ. ຖ້າພຽງຕັ້ງ ຄຳຖາມ ຫຼາຍຄົນ ກະຄື ຈະຕັ້ງ ຄຳຖາມໄດ້ ແຕ່ກໍຕ້ອງ ເບິ່ງວ່າ ຕັ້ງ ຄຳຖາມ ຫາພາກ ສ່ວນ ໃດ, ມັນອາດ ມີຫຼາຍ ສ່ວນ ກ່ຽວຂ້ອງ ກັນ. ກໍມີ ແຕ່ວ່າ ຖ້າຜູ້ໃດ ໃຊ້ ເຟສບຸຄ ຂໍໃຫ້ຄິດ ຕິຕອງວ່າ ມັນເປັນການ ແຕະຕ້ອງ ສັງຄົມບໍ່ ຫຼື ແຕະຕ້ອງ ບຸກຄົນ ອື່ນ".

ການລັອກ ເຟສບຸຄ ຢູ່ ສປປລາວ ເປັນ ປັນຫາ ທີ່ ຊາວເນັຕ ວິພາກ ວິຈານ ກັນມາດົນ ແລ້ວ ໂດຍຜູ້ໃຊ້ ເຟສບຸຄ ທີ່ ຫາກໍຖືກ ສັ່ງໃຫ້ປິດ ເວົ້າວ່າ ບໍ່ເຄີຍ ຄິດຢ້ານ ເພາະ ເຟສບຸຄ ຄື ຊ່ອງທາງ ທີ່ ປະຊາຊົນ ໃນ ທົ່ວໂລກ ໃຊ້ ສື່ສານກັນ ໄດ້ ຢ່າງເສຣີ. ຂໍພຽງ ໝັ້ນໃຈ ວ່າ ການໂພສ ຂໍ້ມູນ ຕ່າງໆ ອອກໄປ ແມ່ນຂໍ້ ເທັດຈິງ ແລະ ບໍ່ສົມຄວນ ທີ່ຈະຖືກສັ່ງ ໃຫ້ປິດ.