ລາວ-ຣັດເຊັຽລົງນາມ ຮ່ວມມື

ສິດນີ
2017.09.26
F-Laos-Russia ນາຍົກຣັຖມົນຕຣີ ຣັດເຊັຽ ທ່ານ ດຣີມີຕຣີ ເດວາເດັບ ກັບ ນາຍົກຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລີດ
Screen captured LNTV video

ທາງການຣັຖເຊັຽ ໄດ້ລົງນາມ ຄວາມຮ່ວມມື ຫລາຍດ້ານກັບ ສປປລາວ ຮ່ວມດ້ວຍ ຄວາມຮ່ວມມື ທາງດ້ານທະຫານ. ການຮ່ວມມືດັ່ງກ່າວ ໄດ້ລົງນາມ ຫລັງຈາກ ການພົບພໍ້ກັນ ຣະຫວ່າງ ນາຍົກ ຣັຖມົນຕຣີ ຣັດເຊັຽ ທ່ານ ດຣີມີຕຣີ ເດວາເດັບ ກັບ ນາຍົກ ຣັຖມົນຕຣີລາວ ທ່ານ ທອງລຸນ ສີສຸລີດ ຣະຫວ່າງ ຜູ້ຈັດການບໍຣິສັດ  ຜລິດອາວຸດ ສົ່ງອອກ ໂຣໂຊບາຣອນ ຂອງ ຣັຖເຊັຽ ທ່ານ ອາເລັກຊານເດີ ໄມຄີບ ກັບ ທ່ານ ສຸວອນ ຫລວງບຸນມີ ຮອງຣັຖມົນຕຣີ ປ້ອງກັນປະເທດ ແລະ ເສນາທິການ ທະຫານ ສູງສຸດ ສປປລາວ.

ສອງປະເທດຍັງໄດ້ລົງນາມ ຄວາມຮ່ວມມື ໃນໂຄງການນີວເຄລັຽ ພົລເຮືອນ ຮ່ວມດ້ວຍການລົງນາມ ສ້າງເຂື່ອນ ໄຟຟ້າ ເຊກອງ 5 ທີ່ ແຂວງອັດຕະປື ຣະຫວ່າງ ບໍຣິສັດ ໄຣຊີນາ ຂອງ ຣັຖເຊັຽ ກັບ ລັດວິສາຫະກິດ ໄຟຟ້າລາວ ຊ້ອງຫນ້າສອງ ນາຍົກ ຣັຖມົນຕຣີ.

ນອກຈາກນັ້ນ ສອງຝ່າຍຍັງໄດ້ ລົງນາມຄວາມຮ່ວມມື ທາງດ້ານພລັງງານ ແລະ ການຄົມມະນາຄົມ ແລະ ຂົນສົ່ງນຳອີກ. ການລົງນາມ ກ່ຽວກັບ ພລັງງານ ນັ້ນໄດ້ລົງນາມ ຣະຫວ່າງ ຣັຖມົນຕຣີພລັງງານ ຂອງ ສອງປະເທດ ແລະຂໍ້ຕົກລົງ ກ່ຽວກັບການ ຄົມມະນາຄົມ ແລະ ຂົນສົ່ງນັ້ນ ໄດ້ລົງນາມ ຣະຫວ່າງ ຣັຖມົນຕຣີ ກະຊວງ ໂຍທາ ແລະຂົນສົ່ງ ຂອງ ສອງປະເທດ ຮ່ວມດ້ວຍ ການລົງນາມ ຄວາມຮ່ວມມື ທາງອາກາດ ການສົ່ງຜູ້ຮ້າຍຂ້າມແດນ ແລະ ຄວາມຮ່ວມມື ໃນການປາບປາມ ແລະຕ້ານການຟອກເງິນ ແລະການສົ່ງເງິນ ໄປໃຫ້ຜູ້ກໍ່ ການຮ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.