ພັກ-ຣັຖເຕືອນຣະວັງກຸ່ມ ຄົນ ບໍ່ດີ
2014.03.21
ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ສັ່ງໃຫ້ ສະມາຊິກ ແລະ ອົງການ ຈັດຕັ້ງ ທຸກຂັ້ນ ໃຫ້ ຕິດຕາມ ເບິ່ງ ການ ເຄື່ອນ ໄຫວ ຂອງກຸ່ມ ທີ່ຕ້ານ ຣັຖບານ ຫຼື ຄົນບໍ່ດີ ຢ່າງ ເຂັ້ມງວດ ທີ່ ຫວັງ ທຳຣາຍ ຄວາມ ໝັ້ນຄົງ ຂອງພັກ ຣັຖບານ ແລະ ຣະບອບ ໃໝ່ ສປປ ລາວ.
ເຈົ້າໜ້າທີ່ ຣະດັບ ສູງ ຈາກ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ຜູ້ ຂໍສງວນ ຊື່ງ ເປີດເຜີຍ ເມື່ອບໍ່ດົນ ຜ່ານມາ ວ່າ ຄະນະ ກົມ ການ ເມືອງ ສູນກາງ ພັກ ໄດ້ອອກ ຄຳສັ່ງ ໃຫ້ ເຈົ້າໜ້າທີ່ ຂອງພັກ ແລະ ຣັຖບານ ທຸກຂັ້ນ ໃນທົ່ວ ປະເທດ ໃຫ້ ເພິ້ມມາຕການ ກວດກາ ກຸ່ມຄົນ ບໍ່ດີ ເຂັ້ມງວດ ຂື້ນ.
ໂດຍສະເພາະ ໃນຣະຍະ ສລອງວັນ ຄົບຮອບ 59 ປີ ຂອງ ການສ້າງຕັ້ງ ພັກ ປະຊາຊົນ ປະຕິວັດ ລາວ ໃນວັນທີ່ 22 ເດືອນ ມິນາ ປີ 2014 ນີ້. ເຈົ້າໜ້າທີ່ ຂັ້ນສູງ ຂອງພັກ ທ່ານນີ້ ກ່າວຕື່ມວ່າ
“ໃນຣະຍະ ຜ່ານມາ ພວກອິດທິ ກຳລັງ ປໍຣະປັກ ແລະ ພວກກຸ່ມຄົນ ບໍ່ດີ ໄດ້ສວຍໃຊ້ ທຸກເລ້ຫລ່ຽມ ກົນອຸບາຍ ທຸກ ຮູບການ ທຸກ ຊ່ອງທາງ ແລະ ທຸກວິທີ ທາງ ເພື່ອ ແຊກແຊງ ມ້າງເພ ທຳຣາຍ ຣະບອບໃໝ່ ຂອງ ພວກເຮົາ; ນອກຈາກນັ້ນ ບັນຫາ ຄວາມຮັບ ຜິດຊອບ ແລະ ການ ປະກອບສ່ວນ ຂອງ ພະນັກງານ ຣັຖກອນ ຕໍ່ວຽກງານ ປ້ອງກັນ ຄວາມສງົບ ຍັງບໍ່ທັນ ສູງ ເທົ່າທີ່ ຄວນ.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຢໍ້າວ່າ ກຸ່ມຄົນ ບໍ່ດີ ໄດ້ ພຍາຍາມ ຍຸຍົງ ສົ່ງເສີມ ໃຫ້ ພະນັກງານ ຂອງ ພັກຂອງຣັດ ຂາດຄວາມ ເຊື່ອໝັ້ນ ໃນການ ນຳພາ ຂອງ ພັກ ບໍ່ຢາກ ປະຕິບັດ ຕາມຄຳສັ່ງ ຂອງ ສູນກາງ ພັກ ໂດຍສະເພາະ ໃນດ້ານ ການຮັກສາ ຄວາມ ໝັ້ນຄົງ ຂອງຊາດ.
ສປປລາວ ເປັນ ປະເທດ ຄອມມຸຍນິສ ປົກຄອງ ດ້ວຍ ອຳນາດ ຜະເດັດການ ຂອງ ພັກດຽວ ພັກ ປະຊາຊົນ ປະຕິວັດ ລາວ ຜູກຂາດ ອຳນາດ ບໍ່ ອະນຸຍາດ ໃຫ້ມີຜູ້ ຂັດຄ້ານ ຣັຖບານເລີຍ. ຖ້າມີ ຜູ້ໃດ ກ້າຂັດຄ້ານ ພັກແລະຣັັດ ກໍ ຈະປາບປາມ ທັນທີ. ພັກ ປະຊາຊົນ ປະຕິວັດ ລາວ ຖືກສ້າງ ຕັ້ງເມື່ອ ປີ 1955 ແຍກອອກ ຈາກພັກ ຄອມມຸຍນິສ ອິນໂດຈີນ ນຳໂດຍ ໂຮ່ຈິ່ມິນ.