ການເຜີຍແຜ່ທັມມະນູນ ສາສນາ ຄຣິສຕຽນ

ມະນີຈັນ
2020.09.18
F-Christians ຊາວບ້ານ ບ້ານກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ຮ່ວມພິທີນະມັສການພຣະເຈົ້າ ປະຈຳສັປດາ ຖ່າຍຮູບເມື່ອ: ເດືອນ ພຶສພາ ປີ 2019
ຖ່າຍຮູບໂດຍ: ຊາວບ້ານ ບ້ານກະລຶມວັງແຂ້

ຫຼາຍແຂວງຢູ່ປະເທດລາວ ໄດ້ຈັດກອງປະຊຸມ ເຜີຍແຜ່ທັມນູນວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວສາສນາ ຄຣິສຕຽນຂອງສູນລວມ ຄຣິສຕະຈັກ ຂ່າວປະເສີດແຫ່ງປະເທດລາວ ເພື່ອຄຸ້ມຄອງການນັບຖື ແລະ ການເຄື່ອນໄຫວ ສາສນາຄຣິສຕຽນ ໃນລາວໃຫ້ດີຂຶ້ນ.

ພ້ອມດຽວກັນ ກໍເພື່ອປົກປ້ອງສິດເສຣີພາບ ຂອງຊາວຄຣິສຕຽນລາວ ໃນແຕ່ລະແຂວງ ແລະ ປ້ອງກັນ ບໍ່ໃຫ້ມີເຫດການ ທີ່ບໍ່ເພິ່ງປຣາຖນາ, ດັ່ງທີ່ເຄີຍເກີດຂຶ້ນຫຼາຍກໍຣະນີ ໃນຊຸມປີທີ່ຜ່ານມາ, ດັ່ງເຈົ້າໜ້າທີ່ ສູນລວມ ຄຣິສຕະຈັກ ຂ່າວປະເສີດ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 17 ກັນຍາ ນີ້ວ່າ:

“ທາງສູນລວມຄຣິສຕະຈັກ ຂ່າວປະເສີດແຫ່ງປະເທດລາວນີ້ກະໄດ້ ຮ່ວມມືກັນກັບກະຊວງພາຍໃນ ກັບແນວລາວສ້າງຊາດຈັ່ງຊີ້ນະ ເພື່ອ ວ່າທາງກະຊວງພາຍໃນ ຫລືທາງແນວລາວ ສ້າງຊາດ ຈະເຂົ້າໃຈວ່າຄຣິສຕຽນ ເຮົາເຮັດຫຍັງ ເປັນແນວໃດ ແລ້ວກະຂໍ້ມູນ ອິຫຍັງແນ່ ຈັ່ງຊີ້ນະ. ຈັ່ງຊັ້ນພວກເຮົາໄດ້ ເຜີຍແຜ່ໂຕນີ້ ອອກມາແລະເພິ່ນອະນຸຍາດ ໃຫ້ ທົ່ວປະເທດ ໃນ ປະເທດລາວ ນີ້ໄປ ເຜີຍແຜ່ເລີຍ.”  

ທ່ານກ່າວຕື່ມວ່າ ແຕ່ກ່ອນມີແຕ່ຊາວຄຣິສຕຽນລາວ ທີ່ຢູ່ອາສັຍໃນນະຄອນຫຼວງວຽງຈັນ ແລະ ຕາມໂຕເມືອງໃຫຍ່ເທົ່ານັ້ນ ທີ່ໄດ້ຮັບການ ຍອມຮັບວ່າແມ່ນຊາວຄຣິສຕຽນ. ແຕ່ຊາວຄຣິສຕຽນລາວ ທີ່ຢູ່ຕ່າງແຂວງ ຫຼື ຢູ່ເຂດຫ່າງໄກຫຼາຍຄົນ ພັດຍັງບໍ່ເປັນທີ່ຍອມຮັບ ໃນສັງຄົມ ແລະ ມັກຖືກກ່າວຫາວ່າ ເປັນກຸ່ມຄົນບໍ່ດີ ທັງຈາກເຈົ້າໜ້າທີ່ ຂັ້ນບ້ານ ແລະຊາວ ບ້ານບາງຄົນ.

ດັ່ງນັ້ນຈຶ່ງເກີດເຫດການຕ່າງໆຂຶ້ນ ເປັນຕົ້ນ ມີຊາວຄຣິສຕຽນລາວ ຖືກຮຽກໄປສຶກສາອົບຮົມ, ຖືກຂັບໄລ່ອອກຈາກບ້ານ ແລະບາງກໍຣະນີ ກໍຖືກຈັບ ຄຸມຂັງຍ້ອນທາງບ້ານ ບໍ່ເຂົ້າໃຈ ການເຄື່ອນໄຫວ ຂອງຊາວຄຣິສຕຽນ.

ພາຍຫລັງແຕ່ລະແຂວງ ໄດ້ສໍາເຣັດກອງປະຊຸມນີ້ແລ້ວ ເຊື່ອວ່າ ຄວາມເຂົ້າໃຈ ຣະຫວ່າງຊາວຄຣິສຕຽນລາວ ແລະ ເຈົ້າໜ້າທີ່ທ້ອງຖິ່ນຈະ ເປັນໄປໃນທາງທີ່ດີຂຶ້ນແລະສາມາດຈັດ ກິຈກັມຕ່າງໆໄດ້ຢ່າງຖືກຕ້ອງຕາມກົດໝາຍ. ທ່ານກ່າວອີກວ່າ ສໍາລັບພີ່ນ້ອງຊາວຄຣິສຕຽນລາວ ທີ່ຖືກທາງການທ້ອງຖິ່ນ ຄວບຄຸມຕົວ ເປັນຕົ້ນກໍຣະນີ ຂອງອາຈານ ສີທົນ ທິບພະວົງ ຄຣູສອນສາສນາຄຣິສຕຽນ ຢູ່ບ້ານກະລຶມວັງແຂ້ ເມືອງຊົນບູຣີ ແຂວງສວັນນະເຂດ ເມື່ອເດືອນເມສາ ທີ່ ຜ່ານມາ ກໍຄົງໄດ້ປ່ອຍໃຫ້ ເປັນໄປຕາມ ຂະບວນການຂອງ ເຈົ້າໜ້າທີ່.

ອາຈານສອນສາສນາ ຄຣິສຕຽນ ໃນລາວທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນັ້ນວ່າ ກອງປະຊຸມເຜີຍແຜ່ ທັມນູນນັ້ນກໍເພື່ອ ສະແດງໃຫ້ເຫັນວ່າສາສນາຄຣິສຕຽນ ແລະ ຄໍາສອນຂອງພຣະເຍຊູ ໄດ້ເປັນທີ່ຮັບຮູ້ ຂອງທາງການລາວແລ້ວ ແລະມີເຈົ້າໜ້າທີ່ແຕ່ລະເມືອງ ເປັນພະຍານ ເພື່ອຄຸ້ມຄອງ ການເຄື່ອນໄຫວ ຂອງ ຊາວຄຣິສຕຽນລາວ ແຕ່ລະ ທ້ອງຖິ່ນ ຕາມພາລະບົດບາດ ທີ່ໄດ້ບັນຍັດ ໄວ້ໃນທັມນູນ, ດັ່ງທ່ານກ່າວວ່າ:

“ທາງຣັຖບານ ຂະເຈົ້າຮັບຮູ້ເປັນທາງການແລ້ວ ຮັບຮອງທັມນູນຂອງຄຣິສຕຽນ ເປັນທາງການແລ້ວເໝືອນກັບສາສນາພຸດ. ແລ້ວກະ ຂະເຈົ້າຮັບຮອງສາສນາ ຄຣິສຕຽນ ນີ້ຂຶ້ນມາ. ຂະເຈົ້າ ຈະເຜີຍແຜ່ ຢູ່ໃນແຂວງນຶ່ງນີ໋ ຈະເປີດກອງປະຊຸມ ບ່ອນນຶ່ງ ຈະເອີ້ນພວກເປັນ ສໍານັກງານ ອົງການ ເຈົ້າໜ້າທີ່ມາຮ່ວມ ເປັນໂຕແທນ ກໍບອກໃຫ້ໂຕແທນຫັ້ນ ໄດ້ອະທິບາຍ ແຕ່ລະບ້ານ ຮັບຮູ້.”

ຊາວຄຣິສຕຽນລາວ ຜູ້ຂໍສງວນຊື່ ທ່ານນຶ່ງ ເຊື່ອວ່າ ຕໍ່ໄປນີ້ການເຊື່ອຖືສາສນາ ຄຣິສຕຽນໃນລາວ ຮວມທັງສິດທິຕ່າງໆ ໃນການເຄື່ອນໄຫວ ກໍຈະສະດວກຂຶ້ນ ບໍ່ໄດ້ຖືກຈໍາກັດຄືແຕ່ກ່ອນ ເພາະໄດ້ຮັບການຮັບຮອງ ຈາກ ຣັຖບານລາວແລ້ວ:

“ກໍໂຕນີ້ໝາຍຄວາມວ່າ ມັນປະກາດເປັນທາງການແລ້ວ ກະເຮັດໃຫ້ທັງປະເທດເຮົານີ໋ ຍອມຮັບສາມາດເຊື່ອຖືໄດ້ຫັ້ນນະ ມັນກະບໍ່ໄດ້ຈໍາກັດຄື ແຕ່ກ່ອນ. ແຕ່ກ່ອນມັນສິມີບັນຫາ ດີກວ່າແຕ່ກ່ອນເພາະວ່າທາງການ ກະຮູ້ຫຍັງໝົດແລ້ວ ທາງຣັຖບານກະຮູ້ຊັດເຈນ ແລະແຈ່ມແຈ້ງແລ້ວ.”

ແລະຊາວຄຣິສຕຽນລາວ ຜູ້ຂໍສງວນຊື່ອີກທ່ານນຶ່ງ ກໍເວົ້າວ່າ ພາຍຫລັງກອງປະຊຸມ ດັ່ງກ່າວ ໄດ້ສໍາເຣັດລົງແລ້ວ ເຊື່ອວ່າຊາວຄຣິສຕຽນ ຈະມີ ສິດທິຫລາຍຂຶ້ນ ແລະຫວັງວ່າຈະສາມາດ ເຜີຍແຜ່ສາສນາໄດ້ໂດຍ ບໍ່ມີບັນຫາ:

“ກະຄິດວ່າຫລັງຈາກທີ່ໄດ້ປະກາດ ທັມນູນກ່ຽວກັບສາສນາແລ້ວ ຈະບໍ່ມີບັນຫາໃນອະນາຄົດ ເນາະ ອາຈສະດວກສະບາຍຫລາຍຂຶ້ນ ເປັນຊ່ອງ ທາງນຶ່ງໃນການເປີດກວ້າງ ໃນການ ເຄື່ອນໄຫວ ສາສນາ ຄິດວ່າປະມານນັ້ນ.”  

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແນ່ງ ກ່າວວ່າ ທັມນູນວ່າດ້ວຍການຈັດຕັ້ງ ແລະການ ເຄື່ອນໄຫວສາສນາ ຄຣິສຕຽນ ໃນລາວ ຈະເປັນ ປໂຍດແກ່ດໍາຣັສ 31/ນຍ ວ່າດ້ວຍການຄຸ້ມຄອງ ວຽກງານ ທາງດ້ານສາສນາ ຍ້ອນຈະ ຊ່ວຍຫລຸດຜ່ອນ ຄວາມບໍ່ເຂົ້າໃຈກັນ ຣະຫວ່າງ ອໍານາດການປົກຄອງ ຂັ້ນທ້ອງຖິ່ນ ກັບຊາວ ຄຣິສຕຽນລາວ ແລະ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ກໍຈະຕ້ອງເຄົາຣົບສິດທິ ຂອງຊາວຄຣິສຕຽນລາວ ຫລາຍຂຶ້ນ:

“ກະຖືວ່າເປັນປໂຍດຢູ່ດອກ ສໍາລັບທັມນູນຂອງຄຣິສຕຽນ ນີ້ເນາະ ຫລື ວ່າພຣະເຍຊູເຮົານີ້ນະ. ດຽວນີ້ຂ້າພະເຈົ້າ ກະເຫັນວ່າ ມັນກະຕ້ອງມີ ການຫລຸດຜ່ອນຫັ້ນແຫລະ ເພາະວ່າຄັນວ່າ ທັມນູນນອກມາ ມັນກະຕ້ອງໄດ້ເຄົາຣົບ ຕາມຣັຖທັມນູນ ແລະກົດໝາຍຫັ້ນ ແຫລະອັນສໍາຄັນ.”

ກອງປະຊຸມເຜີຍແຜ່ ທັມນູນວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວສາສນາ ຄຣິສຕຽນ ຂອງສູນລວມ ຄຣິສຕະຈັກ ຂ່າວປະເສີດ ແຫ່ງ ປະເທດລາວ ໄດ້ຈັດຂຶ້ນຢູ່ຫ້ອງປະຊຸມ ຫ້ອງວ່າ ການ ແຂວງບໍລິຄໍາໄຊ ໃນມື້ວັນທີ 16 ກັນຍາ 2020 ໂດຍມີທັງຊາວຄຣິສຕຽນລາວ ແລະ ເຈົ້າໜ້າທີ່ທາງການລາວ ເຂົ້າຮ່ວມ ແລະກອງປະຊຸມ ລັກສນະນີ້ ຈະຈັດຂຶ້ນ ໃນແຂວງຕ່າງໆ ຂອງລາວ ຊຶ່ງຫລາຍແຂວງ ກໍໄດ້ຈັດໄປແລ້ວ ເປັນຕົ້ນແຂວງ ບໍ່ແກ້ວ ແລະ ສວັນນະເຂດ ຂະນະທີ່ແຂວງອື່ນໆ ກໍກໍາລັງກະກຽມ ຈັດຂຶ້ນໃນມໍ່ໆນີ້. ທັມນູນວ່າດ້ວຍການຈັດຕັ້ງແລະການ ເຄື່ອນໄຫວສາສນາ ຄຣິສຕຽນ ຂອງສູນລວມ ຄຣິສຕະຈັກ ຂ່າວປະເສີດ ແຫ່ງປະເທດລາວ ສະບັບເລກທີ 137/ຄຂລ ມີ 8 ໝວດ, 24 ມາດຕຣາ ຖືກອະນຸມັດນໍາໃຊ້ ໃນມື້ວັນທີ 19 ທັນວາ 2019.

ຂໍ້ສໍາຄັນທີ່ກໍານົດໄວ້ຢູ່ໃນທັມນູນ:

ມາຕຣາ 5 ກ່ຽວກັບໜ້າທີ່ຂອງການຈັດຕັ້ງສາສນາ ຊຶ່ງຂໍ້ 6 ຣະບຸວ່າ ມີສິດຈັດກອງປະຊຸມສັມມະນາ ຝຶກອົບຮົມ ແລກປ່ຽນຄວາມຄິດເຫັນ ກ່ຽວກັບສາສນາ ຕາມການອະນຸມັດ ຂອງ ກະຊວງພາຍໃນ.

ມາຕຣາ 6 ກ່ຽວກັບສິດຂອງການຈັດຕັ້ງສາສນາ ຊຶ່ງຂໍ້ 5 ຣະບຸວ່າ ມີສິດເຜີຍແຜ່ແລະ ສນອງຂໍ້ມູນກ່ຽວກັບ ສາສນາ ໃຫ້ສາສນິກຊົນ ໃຫ້ຖືກຕ້ອງສອດຄ່ອງ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ດໍາຣັຖ ຣະບຽບການ ແລະຮີດຄອງປະເພນີ ອັນດີງາມຂອງເຜົ່າ ກໍຄືຂອງຊາດ; ແລະຂໍ້ 6 ຣະບຸວ່າມີສິດເຂົ້າຮ່ວມ ກອງປະຊຸມ ປຶກສາຫາຣື ສັມນາ ແລະ ຝຶກອົບຮົມ ດ້ານ ສາສນາ ແລະອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.