ສາສນາຄຣິສຕຽນໃນລາວ ຍັງຖືກ ຄວບຄຸມ
2018.07.12
ມາເຖິງປັດຈຸບັນ ໃນພາກປະຕິບັດຕົວຈິງ ທາງການ ສປປລາວ ຍັງຈໍາກັດການເຜີຍແຜ່ ສາສນາຄຣິສຕຽນ ໃນລາວ ຢ່າງເຂັ້ມງວດຢູ່, ແຕ່ຕາມເອກກະສານ ຂອງທາງການ ແມ່ນບໍ່ໄດ້ຈໍາກັດສິດທິ ຂອງປະຊາຊົນ ໃນການນັບຖືສາສນາດັ່ງກ່າວ ແລະສາມາດ ເຮັດພິທີ ຫລືກິຈກັມ ທາງສາສນານັ້ນໄດ້ - ຕາມຄໍາເວົ້າຂອງເຈົ້າໜ້າທີ່ ປ້ອງກັນຄວາມສງົບ ຂອງ ສປປລາວ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ:
"ພວກເຜີຍແຜ່ນີ້ ໄທເຮົານີ້ຈໍາກັດ ສ່ວນຫລາຍນີ້ເຂົາໄປຝຶກຢູ່ສູນໃຫຍ່ ເຂົາພຸ້ນມານະ ເປັນຕົ້ນແມ່ນພວກໂຄງການ ແອັນຈີໂອ ຫັ້ນນະ ເຂົາມັກໄປເຜີຍແຜ່ ໄທເຮົາກະໄດ້ແຕ່ງ ພະນັກງານລົງໄປຕິດຕາມ ຢ້ານມັນເຮັດໃບສົນເທບໍ ເຮັດຫຍັງໄປຫັ້ນນະ ແບບບໍ່ຖືກຕາມ ແນວທາງຂອງພັກ-ຣັຖ ເຮົາຫັ້ນນະ."
ທ່ານເວົ້າວ່າ ໃນຣະຍະທີ່ຜ່ານມາ ມີຣາຍງານວ່າ ບາງທ້ອງຖິ່ນໃນລາວ ເປັນຕົ້ນຢູ່ແຂວງຊຽງຂວາງ ໄດ້ມີການຈັບກຸມຜູ້ເຜີຍແຜ່ສາສນາ ຄຣິສຕຽນທີ່ບໍ່ໄດ້ຮັບ ອະນຸຍາດ. ແຕ່ບໍ່ໄດ້ປັບໃຫມໃສ່ໂທດ, ພຽງແຕ່ໄດ້ສຶກສາອົບຮົົມ ຢູ່ໃນຫ້ອງການຕໍາຣວດ ປ້ອງກັນຄວາມສງົບ ແລະ ເຮັດບົດບັນທຶກ ບໍ່ໃຫ້ເຜີຍແຜ່ ສາສນາຄຣິສຕຽນ ຕື່ມອີກ.
ທ່ານກ່າວຕື່ມອີກວ່າ ຢ່າງໃດກໍຕາມ ທາງການບໍ່ໄດ້ຈໍາກັດສິດທິ ຂອງປະຊາຊົນ ໃນການເຊື່ອຖື ຫລືບໍ່ເຊື່ອຖື ສາສນາຄິສຕຽນ ແລະບໍ່ໄດ້ ນາບຂູ່ໃຫ້ປະຊາຊົນເລີກນັບຖືສາສນາ ດັ່ງກ່າວ ຍ້ອນເປັນສິດ ຂອງສ່ວນບຸກຄົນ ທີ່ສາມາດນັບຖືສາສນາໃດກໍໄດ້ ແລະໂບດຄຣິສຕຽນ ຕ່າງໆ ກໍສາມາດຈັດພິທີສູດມົນ ຫລືກິຈກັມ ທາງສາສນາໄດ້ຕາມປກກະຕິ ແຕ່ຕ້ອງມີ ເຈົ້າໜ້າທີ່ທາງການ ສປປລາວ ໄປຄຸ້ມຄອງ ແລະຮັກສາຄວາມສງົບໃຫ້.
ເມື່ອບໍ່ດົນມານີ້ອົງການ The Voice of The Martyrs ຊຶ່ງເປັນອົງການສາສນາຄຣິສຕຽນ ທີ່ສະຫະຣັຖອາເມຣິກາ ຣາຍງານວ່າ ເມື່ອເດືອນສິງຫາ ປີກາຍທາງການ ສປລລາວ ໄດ້ອອກດໍາຣັຖວ່າດ້ວຍ ການຄວບຄຸມສາສນາໃນລາວ ທີ່ໃຫ້ສາສນາ ຄຣິສຕຽນ ຕ້ອງໄດ້ຮັບອະນຸຍາດ ຈາກທາງການລາວ ກ່ອນຈະຈັດພິທີ ຕ່າງໆທາງສາສນາໄດ້ ແຕ່ ເຈົ້າໜ້າທີ່ລາວ ກ່າວວ່າ ບໍ່ໄດ້ຍິນກ່ຽວກັບ ດໍາຣັຖທີ່ວ່ານັ້ນ.
ປັດຈຸບັນ ສປປລາວ ມີກົດໝາຍວ່າດ້ວຍແນວລາວສ້າງຊາດ ທີ່ຄຸ້ມຄອງການ ເຄື່ອນໄຫວຂອງສາສນາຕ່າງໆໃນລາວ.