ຊາວຄຣິສຕຽນມົ້ງວຽດນາມ ໃນລາວ
2017.03.26
ອຳນາດການປົກຄອງ ເມືອງແອດ ແຂວງຫົວພັນ ຈະສົ່ງຊາວມົ້ງວຽດນາມ ຈຳນວນ 15 ຄົນ ທີ່ເຂົ້າມາເຜີຍແຜ່ ສາສນາຄຣິສຕຽນ ແບບຜິດ ກົດໝາຍ ໃຫ້ປະຊາຊົນ ໃນເມືອງ ດັ່ງກ່າວ ກັບຄືນປະເທດ ວຽດນາມ. ຕາມຄຳເວົ້າ ຂອງເຈົ້າໜ້າທີ່ ເມືອງແອດ ຕໍ່ RFA ໃນມື້ວັນທີ 24 ມິນາ ນີ້:
"ມີຈຳນວນຄົນ 15 ຄົນ ຂະເຈົ້າມານີ້ຖືວ່າ ມັນມີບັນຫາ ສາສນາ ນຳເອົາສາສນາ ເຍຊູ ນີ້ເຂົ້າມາ ມາຜັນຂຍາຍ ແຕ່ມັນກະບໍ່ ຖືກຕ້ອງ ແຕ່ມັນບໍ່ຖືກຕ້ອງ ຕາມຣະບຽບ ສາສນາໃດ ກະດີຢູ່ດອກ ແຕ່ມັນລະຂັດ ຣະບຽບ ຕົວນີ້ ຂະເຈົ້າມາປຸກ ລະດົມ ປະຊາຊົນ ຢູ່ແຖວນັ້ນ ແມ່ນຜິດຣະບຽບ ກົດໝາຍ".
ທ່ານກ່າວວ່າ ຊາວເຜົ່າມົ້ງວຽດນາມ ກຸ່ມນີ້ ເຄີຍເຂົ້າມາ ເຄື່ອນໄຫວ ແລະ ຖືກສົ່ງກັບຄືນ ປະເທດ ໄປແລ້ວ 2-3 ຄັ້ງ ແຕ່ກໍຍັງ ລັກກັບຄືນ ມາລາວ ຍ້ອນມີ ຊາວບ້ານລາວ ໃຫ້ຄວາມຊ່ວຍເຫລືອ ເຮັດໃຫ້ທາງການ ແຂວງຫົວພັນ ເຂັ້ມງວດກວດຂັນ ແລະຫ້າມບໍ່ໃຫ້ ຄົນວຽດນາມ ກຸ່ມນີ້ເຂົ້າມາ ເຜີຍແຜ່ ສາສນາ ຢູ່ລາວ ຕື່ມອີກ.
ກ່ຽວກັບຂ່າວຈາກວຽດນາມ ທີ່ຣາຍງານວ່າ ກຸ່ມຊາວມົ້ງວຽດນາມ ບາງກຸ່ມ ໄດ້ຖືກກວດຕ້ອນ ເຂົ້າມາລາວນັ້ນ ທ່ານເວົ້າວ່າ ຍັງບໍ່ແນ່ໃຈ ວ່າເປັນແນວໃດ ກັນແທ້ ແຕ່ກໍໄດ້ໃຫ້ ເຈົ້າໜ້າທີ່ ຕຳຣວດຊາຍແດນ ກວດກາ ໃນເຣື່ອງນີ້ຢູ່:
"ໂຕ້ນີ້ພວກເຮົາໄດ້ໃຫ້ ເຈົ້າໜ້າທີ່ ກອງຮ້ອຍຊາຍແດນ ກວດກາຄືນເບິ່ງ ມາເທົ່າໃດກັນແທ້ ຫລື ວ່າແນວໃດແທ້".
ນອກຈາກການແກ້ໄຂບັນຫາ ທີ່ວ່ານັ້ນແລ້ວ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ເມືອງຊຳໃຕ້ ແຂວງຫົວພັນ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ກໍກຳລັງກວດກາ ຫາຄົນ ລັກເຂົ້າ-ອອກ ເມືອງ ແລະລັກຄ້າ ຢາເສບຕິດ ຕາມເຂດຊາຍແດນ ລາວ-ວຽດນາມ ພາຍຫລັງທີ່ ໄດ້ຮັບຄຳສັ່ງ ຈາກກະຊວງ ປ້ອງກັນຄວາມສງົບ.