ຜູ້ນໍາລາວເວົ້າເຖິງສິດທິມະນຸດ


2013.10.01
F-Thongloun S ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ການຕ່າງປະເທດ ສປປລາວ
LPDR

 

ໃນຄຳປາສັຍ ຕໍ່ສມັດໃຫຍ່ ອົງການ ສະຫະປະຊາຊາດ ທີ່ ນະຄອນ ນິວຢ໊ອກ ໃນມື້ວັນເສົາ ທ່ານທອງລຸນສີສຸລິດ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີການຕ່າງປະເທດລາວກ່າວວ່າ ສປປລາວ ຖືສຳຄັນ ຢ່າງຍິ່ງໃນການສ້າງ ສະເຖັຽຣະພາບ ສິ່ງແວດລ້ອມ ທາງດ້ານການ ເມືອງ ເພື່ອພັທນາ ປະເທດຊາດໃຫ້ຫລຸດພົ້ນ ຈາກຖານະການເປັນ ປະເທດດ້ອຍພັທນາ. ທ່ານວ່າ ຣັຖບານລາວ ໄດ້ສືບຕໍ່ພາຣະຫນ້າທີ່ ຄວາມຮັບຜິດຊອບທາງດ້ານການເມືອງຕ່າງປະເທດກັບສາກົນຢ່າງບໍ່ ລົດລະແລະສົ່ງເສີມ ຄວາມຮ່ວມມືກັບນານາຊາດ ໃນທຸກຣະດັບ.

ທາງດ້ານສິດທິມະນຸດທ່ານວ່າຣັຖບານລາວໄດ້ເຂົ້າຮ່ວມພາຄີອົງການ ສາກົນ ດ້ານສິດທິມະນຸດ ຫລາຍສະບັບ ທີ່ຮ່ວມດ້ວຍ ການດັດແປງ ກົດຫມາຍ ປົກປ້ອງ ສິດທິມະນຸດ ໂດຍສະເພາະ ກົດຫມາຍວ່າດ້ວຍ ສິດທິແມ່ຍິງແລະເດັກນ້ອຍ ແລະກົດຫມາຍສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນ ດ່ັງທ່ານກ່າວໃນຕອນນຶ່ງວ່າ:

"ສປປລາວ ມີຄວາມພຍາຍາມສູງ ໃນການປະຕິບັດ ນະໂຍບາຍ ຕ່າງປະເທດ ແລະການຮ່ວມມືສາກົນ ທຸກຣະດັບ ຢ່າງສເມີຕົ້ນ ສເມີປາຍ ຣັຖບານສປປລາວ ໄດ້ກໍານົດທິດທາງ ການບໍຣິຫານປະເທດ ດ້ວຍກົດໝາຍ ສົ່ງເສີມ ແລະ ປົກປ້ອງສິດທິ ເປັນພື້ນຖານ ຂອງ ປະຊາຊົນ ໃນທຸກສັງຄົມ. ມາເຖິງ ປັດຈຸບັນນີ້ ສປປລາວ ໄດ້ເຂົ້າເປັນ ພາຄີ ສົນທິສັນຍາ ສາກົນ ກ່ຽວກັບ ສິດທິມະນຸດ ແລ້ວ ຫລາຍສະບັບ ໄດ້ສ້າງ ແລະປັບປຸງ ກົດໝາຍແຫ່ງຊາຕ ກ່ຽວກັບ ສິດທິມະນຸດ ຮວມທັງ ກົດໝາຍວ່າດ້ວຍ ສິດທິ ແມ່ຍິງ ແລະເດັກນ້ອຍ".

ທ່ານ ທອງລຸນ ກ່າວຕໍໍ່ໄປວ່າ ໃນຣະດັບ ຄວາມຮ່ວມມື ກັບຂົງເຂດ ສປປລາວ ໄດ້ມີບົດບາດ ອັນສໍາຄັນ ໃນການຊຸກຍູ້ ການເຂົ້າຮ່ວມກຸ່ມ ຂອງ ປະຊາຄົມເສຖກິດອາຊຽນໃນປີ 2015 ບົນພື້ນຖານສາມເສົາຄໍ້າ ດ່ັງປະຊາຄົມການເມືອງ ແລະ ຄວາມປອດພັຍ ປະຊາຄົມ ເສຖກິດ ສັງຄົມ ແລະ ວັທນະທັມ ແລະວ່າ ສປປລາວ ເຊື່ອວ່າ ຄວາມຫມັ້ນຄົງ ຂອງ ປະຊາຄົມ ເສຖກິດອາຊຽນ ຈະເຮັດໃຫ້ເກີດ ສະເຖັຽຣະພາບ ໃນຂົງເຂດແລະໃນໂລກໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.