ນາຍົກສັ່ງກວດກາຣາຄາ ໄຟຟ້າ
2016.06.02
ນາຍົກຣັຖມົນຕຣີ ສປປລາວ ທ່ານ ທອງລຸນ ສີສຸລິດ ໄດ້ອອກຄໍາສັ່ງ ໃນວັນທີ 1 ມິຖຸນາ 2016 ໃຫ້ເພີ້ມການ ກວດກາ ຣາຄາ ແລະ ການໃຊ້ໄຟຟ້າ ໃຫ້ສອດຄ່ອງ ກັບຕົວຈິງ ແລະ ໃຫ້ຄວາມ ເປັນທັມ ແກ່ ທຸກຝ່າຍ ຍ້ອນວ່າ ທີ່ຜ່ານມາ ມີບາງຄອບຄົວ ທີ່ໃຊ້ໄຟຟ້າ ໃນເດືອນນຶ່ງ ຕ້ອງໄດ້ຈ່າຍ ຄ່າໄຟເຖິງ 66 ລ້ານກີບ.
ທ່ານ ທອງລຸນ ໄດ້ສັ່ງໃຫ້ ກະຊວງພລັງງານ ແລະ ບໍ່ແຮ່ ອະທິບາຍ ແລະ ຢັ້ງຢືນຄືນ ນະໂຍບາຍ ຂອງຣັຖບາລ ກ່ຽວກັບ ການພັທນາ ພລັງງານ ແລະ ການນໍາໃຊ້ ພລັງງານ ເພື່ອຮັບໃຊ້ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃນລະຍະ ຜ່ານມາ ແລະ ປັດຈຸບັນ, ກວດກາຣາຄາ ໄຟຟ້າຄືນ ແລະ ແກ້ໄຂ ຄວາມເດືອດຮ້ອນ ຂອງ ປະຊາຊົນ ຂນະທີ່ ມີການຈົ່ມວ່າ ຂອງມວນຊົນ ໃນປັຈຈຸບັນ ຍ້ອນວ່າໄດ້ ເສັຽຄ່າໄຟຟ້າ ຫຼາຍເກີນເຫດ ແບບບໍ່ເຄີຍມີ ມາກ່ອນ. ດັ່ງ ຊາວສະຫວັນນະເຂດ ເວົ້າວ່າ:
"ໂຫດຮ້າຍຫຼາຍ ປະຊາຊົນ ຕາດໍາໆ ຫາເຊົ້າກິນຄໍ່າ ແມ່ຄ້າຊາວຂາຍ ຢູ່ຕາມຫົວໄຮ່ ປາຍນາ ຂາຍຜັກ ຂາຍຫຍ້າ ຕ້ອງມາ ເສັຽຄ່າໄຟ ຕັ້ງທໍ່ໃດ ແສນ ມີແຕ່ສິ ຂາຍຄວາຍ ແລະ ມາຈ່າຍ ທ່ານເອີຍ ປັບນັ້ນ ປັບນີ້ ຄືເຂົາ ເບິ່ງເບົ້າໜ້າ ເຈົ້າແນ່ ຢາກປັບນັ້ນ ປັບນີ້ ກະເຊີນໄປປັບ ຖນົນຫົນທາງ ໃຫ້ ເດີນແມ່ນ ແລ່ນສະດວກ ແດ່".
ພ້ອມກັນນັ້ນ ກໍສັ່ງໃຫ້ ກະຊວງ ດັ່ງກ່າວ ສົມທົບກັບ ພາກສ່ວນທີ່ ກ່ຽວຂ້ອງ ກວດກາຄືນ ມາຕຖານ ເທັກນິກ ແລະ ຊອກຫາ ສາເຫດຕົວຈິງ ທີ່ພາໃຫ້ເກີດ ຜິດພາດ ໃນການ ອອກໃບບິນ ໄຟຟ້າ ແລະ ໃຫ້ແກ້ໄຂ ໂດຍດ່ວນ. ແລະວ່າ ໃຫ້ທາງກະຊວງ ຊີ້ນໍາ ບໍຣິສັດ ໄຟຟ້າລາວ ໃຫ້ກວດກາຄືນ ໃນການ ປະຕິບັດ ໜ້າທີ່ ຂອງ ພະນັກງານ ທີ່ກ່ຽວຂ້ອງ, ປະຕິບັດ ວິນັຍ ຕໍ່ຜູ້ ກະທໍາຜິດ ແລະ ທັງສັ່ງໃຫ້ ກະຊວງ ພລັງງານ ແລະບໍ່ແຮ່ ປັບຣາຄາ ໄຟຟ້າ ຄືນໃໝ່ ໃຫ້ສອດຄ່ອງ ກັບພື້ນຖານ ເສຖກິຈ ແລະ ການພັທນາ ຕົວຈິງ ຂອງປະເທສ ນໍາດ້ວຍ.