ທ.ບຸນທັນອາຈກັບໂປແລັນ ຫຼັງ 1 ປີ
2015.10.07
ປັດຈຸບັນ ສປປລາວ ແລະ ປະເທດ ໂປແລັນ ບໍ່ມີ ສົນທິ ສັນຍາ ສົ່ງ ຜູ້ຮ້າຍ ຂ້າມແດນ ນຳກັນ. ແຕ່ ກໍຣະນີ ທ່ານ ບຸນທັນ ທຳມະວົງ ເຊື້ອຊາດ ລາວ ສັນຊາດ ໂປແລັນ, ທີ່ ຖືກສານ ນະຄອນຫຼວງ ວຽງຈັນ ຕັດສິນ ລົງໂທດ ຈຳຄຸກ 4 ປີ ກັບ 9 ເດືອນ, ຖານໃສ່ ຮ້າຍປ້າຍສີ ພັກ ແລະ ຣັຖ ນັ້ນ, ກໍອາຈໄດ້ ສົ່ງຕົວ ກັບໄປ ໂປແລັນ ໄດ້, ພາຍຫລັງ ໄດ້ ຮັບໂທດ ຢູ່ ສປປລາວ ແລ້ວ 1 ປີ. ຕາມການ ເປີດເຜີຍ ຂອງ ເຈົ້າຫນ້າທີ່ ກະຊວງ ການ ຕ່າງ ປະເທດ.
"ຈະ ໂອນຕົວ ນັກໂທດ ໄດ້ ແມ່ນການ ຕັດສິນ ໃຊ້ໄດ້ ຢ່າງ ເດັດຂາດ ເທົ່ານັ້ນ ຄື ຖືກຕັດສິນ ຈົນສຸດ ແລ້ວ ລາວ ບໍ່ ອຸທອນ ແລະ ປະຕິບັດ ໂທດ ຢ່າງ ຕ່ຳ 1 ປີ ຈຶ່ງ ຈະ ສາມາດ ໂອນຕົວ ໄດ້. ຖ້າວ່າ ຢາກ ໂອນຕົວ ແລະ ມີ ສັນຍາ ນັ້ນ ສາມາດ ປະຕິບັດ ໄດ້ ດຽວນີ້ ເລີຍ, ເພາະວ່າ ກວ່າຈະ ຮອດ ເວລາ 1 ປີ ພໍດີ ລາວ ຄົບປີ ກໍ ສາມາດ ໂອນຕົວ ໄປໄດ້:
ທ່ານ ກ່າວ ຕື່ມວ່າ ການ ໂອນຕົວ ນັກໂທດ ຂ້າມແດນ ມີ 2 ຮູປ ແບບ ຄື ປະຕິບັດ ຕາມ ສົນທິ ສັນຍາ ຣະຫວ່າງ ປະເທດ ຊຶ່ງ ປັດຈຸບັນ ລາວ ມີສັນຍາ ກັບ 2 ປະເທດ ຄື ໄທ ແລະ ອັງກິດ ແລະ ການ ຕົກລົງ ກັນ ຣະຫວ່າງ ຣັຖຕໍ່ຣັຖ ແຕ່ລະ ກໍຣະນີ ໄປ, ຊຶ່ງ ຜ່ານມາ ສປປ ລາວ ບໍ່ເຄີຍ ເຮັດ ແບບ ຕົກລົງ ກັນ ຣະຫວ່າງ ຣັຖຕໍ່ຣັຖ, ເຊັ່ນ ກໍຣະນີ ສົ່ງ ນາງ ຊະແມນຕາ ໂອຣໍບາຕໍ໊ (Samantha Orobator) ຜູ້ຍິງ ອັງກິດ ທີ່ ຖືກສານ ລາວ ຕັດສິນ ລົງໂທດ ຈຳຄຸກ ຕລອດ ຊີວິດ, ໃນ ຄະດີ ຢາເສພຕິດ ໄປ ປະຕິບັດ ໂທດ ຢູ່ ປະເທດ ອັງກິດ ຕາມ ສົນທິ ສັນຍາ ທີ່ ມີ ນຳກັນ.
ຖ້າ ຣັຖບານ ໂປແລັນ ຕ້ອງການ ເຮັດ ສົນທິ ສັນຍາ ກໍ ສາມາດ ສເນີໄດ້ ຊຶ່ງຕາມ ປົກກະຕິ ຣັຖບານ ລາວ ຕ້ອງໃຊ້ ເວລາ ພິຈາຣະນາ ຢ່າງນ້ອຍ 1 ປີ ພໍດີກັບ ທີ່ ນັກໂທດ ໄດ້ ຖືກໂທດ ຢູ່ລາວ ຢ່າງ ຫນ້ອຍ 1 ປີ.
ສຳລັບ ຄະດີ ຂອງ ທ່ານ ບຸນທັນ ທຳມະວົງ ຈົນຮອດ ປັດຈຸບັນ ນີ້ ສັງຄົມ ກໍຍັງ ສົງໄສ ໃນຄວາມ ໂປ່ງໄສ ຂອງ ຂະບວນການ ຍຸຕິທັມ ຂອງ ສປປ ລາວ ຢູ່ ເພາະ ທ່ານ ຖືກສານ ຕັດສິນ ລົງໂທດ ໂດຍ ທີ່ ທ່ານ ບໍ່ມີ ໂອກາດ ໄດ້ເຂົ້າຫາ ທະນາຍຄວາມ ເປັນ ຜູ້ຕາງໜ້າ ວ່າຄວາມ ໃນ ຄະດີ ຂອງ ທ່ານ ເລີຍ.