ທາງການຫ້າມເວົ້າຕ້ານການ ເລືອກຕັ້ງ

ສົມເນ
2016.03.10
F-lao-flag ສປປລາວ
Citizen Journalist

ກັມມະການ ເລືອກຕັ້ງ ຄົນນຶ່ງ ກ່າວກ່ຽວກັບ ການເລືອກຕັ້ງ ເອົາ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະມາຊິກ ສະພາ ແຂວງ ຊຸດທໍາອິດ ທີ່ ກໍານົດຂຶ້ນ ໃນວັນທີ 20 ມິນາ ນີ້ວ່າ; ຖ້າຫາກມີ ເຈົ້າໜ້າທີ່ ຫລື ບຸກຄົນໃດ ກໍດີ ພຍາຍາມ ປຸກປັ່ນ ບໍ່ໃຫ້ ປະຊາຊົນ ໄປໃຊ້ສິດ ເລືອກຕັ້ງ ຈະຖືວ່າ ຜູ້ນັ້ນ ມີຄວາມຜິດ ຂັ້ນຮ້າຍແຮງ ແລະ ຕ້ອງໄດ້ຮັບໂທສ ໜັກ ທາງການເມືອງ. ດັ່ງທ່ານ ໄດ້ກ່າວ ໃນວັນທີ 9 ມິນາ ນີ້ວ່າ:

"ຜູ້ໃດ ມີການ ໂຄສະນາ ບິດເບືອນ ວ່າ ຫັກຫ້າມ ບໍ່ໃຫ້ໄປ ເລືອກຕັ້ງ ແນວນັ້ນ ແນວນີ້ ເຫັນວ່າ ການເລືອກຕັ້ງ ຊຸດນີ້ ເປັນອັນບໍ່ດີ ແນວນນັ້ນ ແນວນີ້ ເຮົາ ໃສ່ໂທດ ແທ້ ໂທດການເມືອງ ໜັກໃດ໋ ເຈົ້າໄປ ຂັດຂວາງ ຕໍ່ ນະໂຍບາຍ ຂອງ ພັກແລະຣັຖ ບໍ່ໄດ້".

ທ່ານ ກ່າວວ່າ ໃນກົດໝາຍ ວ່າດ້ວຍ ການເລືອກຕັ້ງ ມາຕຣາ 43 ໄດ້ຣະບຸ ຂໍ້ຫ້າມ 8 ຂໍ້. ຂໍ້ທີ່ 1 ໄດ້ຣະບຸ ຢ່າງຊັດແຈ້ງ ວ່າຫ້າມ ປະຊາຊົນ ມີ ພຶດຕິກັມ ບິດເບືອນ ແນວທາງ ນະໂຍບາຍ ແລະ ຄວາມເປັນຈິງ ກ່ຽວກັບ ການເລືອກຕັ້ງ. ຫາກຜູ້ໃດ ຝ່າຝືນ ຈະ ຖືກລົງໂທດ.

ໃນວັນປ່ອນບັດ ເລືອກຕັ້ງ ຫາກ ປະຊາຊົນ ທີ່ຢູ່ໃນ ປະເທດ ຜູ້ໃດ ພຍາຍາມ ຫລົບໜີ ບໍ່ມາໃຊ້ ສິດ ກໍຈະຖືກ ລົງໂທດ ເຊັ່ນກັນ. ທ່ານ ອະທິບາຍ ຕື່ມວ່າ ສໍາລັບ ຊາວລາວ ທີ່ໄປເຮັດວຽກ ແບບ ຜິດກົດໝາຍ ຢູ່ ຕ່າງ ປະເທດ ນັ້ນຫາກ ບໍ່ມີເງິນ ກັບຄືນ ປະເທດ ກໍບໍ່ຈໍາເປັນ ຕ້ອງກັບຄືນມາ ປ່ອນບັດ, ແຕ່ຈະຖືກ ຕັດອອກຈາກ ບັນຊີ ຜູ້ມີສິດ ເລືອກຕັ້ງ.

ຕາມຣາຍງານ ໃນລະຍະ ຜ່ານມາ ເຈົ້າໜ້າທີ່ ການເລືອກຕັ້ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ຄົນງານລາວ ທີ່ ໄປເຮັດວຽກ ຢູ່ ຕ່າງປະເທດ ຊຶ່ງຄອບຄົວ ຕິດຕໍ່ໄດ້ ແລ້ວນັ້ນ ໃຫ້ກັບຄືນ ປະເທດ ເພື່ອ ປ່ອນບັດເລືອກຕັ້ງ ຫາກບໍ່ກັບມາ ປ່ອນບັດ ຖ້າກັບຄືນ ປະເທດແລ້ວ ຈະຕ້ອງ ນໍາຕົວໄປ ສຶກສາ ອົບຮົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.