ນັກໂທດມີສິດໄປປິ່ນປົວຢູ່ ໂຮງໝໍ

ສົມເນ
2015.10.08
F-church ໂບດ ທີ່ ນະຄອນຫຼວງວຽງຈັນ
RFA/Lx

ທາງການ ລາວ ວ່າ ມີ ຣະບຽບ ກົດໝາຍ ອະນຸຍາດ ໃຫ້ ຍາດພີ່ນ້ອງ ຂອງ ນັກໂທດ ທີ່ ມີ ພຍາດ ປະຈຳຕົວ ນັ້ນ ສາມາດ ຂຽນ ຄຳຮ້ອງ ຂໍເອົາ ນັກໂທດ ນັ້ນ ໄປປິ່ນປົວ ຢູ່ ໂຮງໝໍ ຕຳຣວດ ຫລື ໂຮງໝໍ ໃນຄຸກ ໄດ້ ໂດຍມີ ເຈົ້າໜ້າທີ່ ຄອຍ ຄຸ້ມກັນ. ຕາມ ການ ຊີ້ແຈງ ຂອງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ຂອງລາວ ພາຍຫລັງ ທີ່ ມີ ຫາງສຽງ ກ່ຽວກັບ ເຣຶ່ອງ ດັ່ງກ່າວ:

"ກົດໝາຍ ເຂົາເຈົ້າ ກະມີ ສະເພາະ ປິ່ນປົວ ຢູ່ໂຮງໝໍ ຕຳຣວດ ແລ້ວ ກໍໃຫ້ ຍາດພີ່ນ້ອງ ມາ ຄ້ຳປະກັນ ເອົາໄປປົວ, ມີ ນະໂຍບາຍ ຕົວນີ້ ທົ່ວ ປະເທສ, ມີ ນະໂຍບາຍ ອັນດຽວ ກັນ ໝົດ, ເອົາໄປຢູ່ ໂຮງໝໍ ແລ້ວມີ ເຈົ້າໜ້າທີ່ ໄປ ປ້ອງກັນ".

ທ່ານກ່າວ ອີກວ່າ ກ່ອນທີ່ ນັກໂທດ ຈະ ໄປ ປິ່ນປົວ ຢູ່ ໂຮງໝໍ ໄດ້ ນັ້ນ, ຕ້ອງຜ່ານ ການກວດ ແລະ ຢັ້ງຢືນ ຂອງ ແພດ ຄັກແນ່, ຄືກັນກັບ ຢູ່ ຫຼາຍປະເທດ ໃນໂລກ ທີ່ໃຫ້ ສິດ ແກ່ ນັກໂທດ ເພື່ອ ມະນຸສທັມ. ສຳລັບ ກໍຣະນີ ຂອງ ທ່ານ ຕຽນ ລາວຄຣິສຕຽນ ຢູ່ ເມືອງ ອາດສະພັງທອງ ທີ່ ມີພຍາດ ເບົາຫວານ ແລະ ຖືກ ທາງການລາວ ລົງໂທດ ໃສ່ຄຸກ ຢູ່ ແຂວງ ສວັນນະເຂດ ເຖິງ 9 ເດືອນ ແລະ ຜູ້ກ່ຽວ ກໍ ເສັຽຊີວິດ ເວລາ ພົ້ນໂທດ ອອກມາຢູ່ ເຮືອນ ນັ້ນ, ທາງ ເຈົ້າໜ້າທີ່ ບໍ່ຮູ້ວ່າ ຕອນ ທ່ານ ຕຽນ ຢູ່ໃນຄຸກ ນັ້ນ ທ່ານ ຕຽນ ໄດ້ຮັບ ການ ປິ່ນປົວ ຫລືບໍ່.

ຕາມ ຖແລງການ ຂອງ ອົງການ ສິດທິ ມະນຸດ ເພື່ອ ເສຣີພາບ ທາງ ສາສນາ ໃນລາວ Human Rights Watcher ເວົ້າວ່າ ທ່ານ ຕຽນ ຖືກ ຂັງຄຸກ ແລະ ທາງການ ບໍ່ຍອມ ໃຫ້ຢາ ແກ້ ເບົາຫວານ ຕາມທີ່ ທ່ານ ຕ້ອງໄດ້ຮັບ ເປັນ ປົກກະຕິ ໃນ ເວລາ ຖືກຂັງ ຄຸກ ຢູ່ນັ້ນ.

ກ່ຽວກັບ ເຣຶ່ອງນີ້ ເອເຊັຽ ເສຣີ ໄດ້ ພຍາຍາມ ຕິດຕໍ່ ໄປຍັງ ເຈົ້າໜ້າທີ່ ຢູ່ຄຸກ ແຂວງ ສວັນນະເຂດ, ແຕ່ ບໍ່ສາມາດ ຕິດຕໍ່ໄດ້ ຂນະທີ່ ກຸ່ມ ລາວຄຣິສຕຽນ ຍັງ ສົງໄສ ວ່າ ທ່ານ ຕຽນ ອາຈບໍ່ໄດ້ ຮັບ ການປິ່ນປົວ ໃນຣະຫວ່າງ ທີ່ ຖືກ ຂັງຄຸກ ຢູ່ນັ້ນ ແລະ ໄດ້ຮຽກຮ້ອງ ໃຫ້ ທາງການ ແຂວງ ສວັນນະເຂດ ຊີ້ແຈງ ໃຫ້ ຣະອຽດ ເພື່ອ ຄວາມ ກະຈ່າງແຈ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.