ກົດໝາຍຄຸ້ມຄອງ ນັກຣົບເກົ່າ ຜ່ານສະພາ

ສຸພັດຕາ
2018.07.03
F-veteran ລຸງບຸນຈັນ ຈູມມະລີ ອາຍຸ 88 ປີ, ຢູ່ບ້ານຕະປາກ, ເມືອງສນາມໄຊ, ແຂວງອັດຕະປື ທີ່ ສະຫະພັນ ນັກຣົບເກົ່າ ແຂວງອັດຕະປື ເວົ້າວ່າ ລຸງບຸນຈັນ ໃຫ້ຂໍ້ມູນບໍ່ຖືກຕ້ອງ ແລະ ຂໍໃຫ້ ລຸງບຸນຈັນ ແລະຜູ້ເປັນຈົວໃນວັດ ແກ້ຂ່າວ
Screen captured from Attapeu online

ສະພາແຫ່ງຊາດ ສປປລາວ ຊຸດທີ 8 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ສະຫະພັນນັກຣົບເກົ່າລາວ ຢູ່ໃນກອງປະຊຸມ ສມັຍສາມັນເທື່ອທີ 5 ໃນມື້ວັນທີ 13 ມິຖຸນາ 2018 ຜ່ານມານີ້.

ກົດໝາຍສະບັບນີ້ ປະກອບດ້ວຍ 11 ພາກ, 4 ໝວດ ແລະ 58 ມາດຕຣາ ຊຶ່ງເມື່ອກ່ອນ ມີແຕ່ມະຕິຕົກລົງ ເລກທີ 68-69 ຂອງ ກົມການເມືອງ ສູນກາງພັກ ປະຊາຊົນປະຕິວັດລາວ ປີ 2002 ວ່າດ້ວຍການສ້າງຕັ້ງ, ການຈັດຕັ້ງ, ການເຄື່ອນໄຫວ ແລະ ຣະບຽບການ ສະເພາະ ສໍາລັບອົງການດັ່ງກ່າວ.

ເຈົ້າໜ້າທີ່ສະຫະພັນນັກຣົບເກົ່າ ແຂວງອັດຕະປື ກ່າວຕໍ່ ວິທຍຸເອເຊັຍເສັຍຣີ ວ່າເປັນເຣຶ່ອງດີ ທີ່ຮ່າງກົດໝາຍ ສະບັບດັ່ງກ່າວ ໄດ້ຖືກ ຮັບຮອງເອົາ ແລະຈະຖືກປະກາດໃຊ້ໃນຕໍ່ໜ້າ ຍ້ອນມັນຈະເຮັດໃຫ້ນະໂຍບາຍ ຄຸ້ມຄອງນັກຣົບເກົ່າ ມີຄວາມຈະແຈ້ງຂຶ້ນ ກວ່າເກົ່າ ແລະເປັນປໂຍດໃຫ້ແກ່ພວກເຂົາເຈົ້າ. ດັ່ງທີ່ທ່ານກ່າວ ຕອນນຶ່ງວ່າ:

"ເພິ່ນກະກໍານົດອອກມາກະເປັນພື້ນຖານ ທີ່ວ່າເພື່ອຮັບໃຊ້ຜົລປໂຍດ ເພື່ອປົກປ້ອງໄປຕາມແນວທາງ ຂອງພັກ ຜ່ານມານີ້ ກະໄດ້ຈັດຕັ້ງ ປະຕິບັດ ແຕ່ວ່າບໍ່ທັນ ເປັນກົດໝາຍ ດຽວນີ້ເພື່ອໃຫ້ມັນເປັນກົດໝາຍຫັ້ນນະ ຮອງຮັບໃຫ້ການຈັດຕັ້ງເຄື່ອນໄຫວ ຕາມທີ່ມັນຖືກຕ້ອງ.”

ທ່ານເຊື່ອວ່າ ເນື້ອໃນຫລືມາດຕາການ ຂອງກົດໝາຍສະບັບນີ້ ຈະເຮັດໃຫ້ບັນດາສະມາຊິກ ຂອງສະຫະພັນ ນັກຣົບເກົ່າລາວ ໃນທົ່ວປະເທສ ໄດ້ຮັບສວັດດີການດີຂຶ້ນ ແລະຈະບໍ່ມີສະມາຊິກຄົນໃດ ຂາດການເບິ່ງແຍງ ແລະໄປເປັນຄົນຂໍທານ ທີ່ສ້າງຄວາມສັບສົນໃຫ້ແກ່ສັງຄົມອີກ.

ເມື່ອເດືອນມົກກະຣາ ປີນີ້ ມີຂ່າວວ່າ ລຸງບຸນຈັນ ຈູມມະລີ ອາຍຸ 72 ປີ ຢູ່ບ້ານຄົມຕະປາກ ເມືອງສະໜາມໄຊ ແຂວງອັດຕະປື ຊຶ່ງເປັນ ນັກຣົບເກົ່າ ຂອງ ແຂວງອັດຕະປື ທີ່ເຄີຍຜ່ານເສິກສົງຄາມມາ ໃນສມັຍກ່ອນນັ້ນ ໄດ້ເປັນຄົນຂໍທານ, ໄປຂໍເພິ່ງອາສັຍ ຢູ່ວັດ ທີ່ແຂວງ ຈໍາປາສັກ ຍ້ອນບໍ່ໄດ້ຮັບການເບິ່ງແຍງ ຈາກພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ.

ແຕ່ຕໍ່ມາ ສະຫະພັນນັກຣົບເກົ່າ ແຂວງອັດຕະປື ໄດ້ຊີ້ແຈງວ່າ ຜູ້ກ່ຽວໄດ້ຖືກປົດອອກຈາກ ການເປັນສະມາຊິກ ສະຫະພັນນັກຣົບເກົ່າ ມາຕັ້ງແຕ່ດົນແລ້ວ ຍ້ອນຜູ້ກ່ຽວ ໄປທ່ຽວຂໍທານ ແລະບໍ່ໄດ້ເສັຍອົງຄະ ຈາກການສູ້ຣົບ ແຕ່ຢ່າງໃດ. ປັດຈຸບັນ ຜູ້ກ່ຽວໄດ້ ຖືກນໍາມາຢູ່ກັບ ຍາດພີ່ນ້ອງແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.