ຜູ້ເສັຽຊີວິດ,ຫາຍສາບສູນ ຣາຍງານ ຕ່າງກັນ

ຈໍາປາທອງ
2018.08.01
F-Thongloun ທ່ານ ທອງລຸນ ສີສຸລິດ ໄດ້ໄປເຖິງ ສູນພັກພິງຊົ່ວຄາວ ຂອງ ຜູ້ປະສົບພັຍນ້ຳຖ້ວມ ຈາກເຂື່ອນເຊປຽນແຕກ, ໄດ້ຟັງຮັບຮູ້ໃນສິ່ງ ທີ່ຈຳເປັນຂອງຜູ້ເຄາະຮ້າຍ ເຊັ່ນ; ທີ່ພັກເຊົາ, ສຸຂອະນາມັຍ, ຫ້ອງນ້ຳ, ນ້ຳສະອາດ, ອາຫານການກິນ, ຢຸກຢາ ປະຖົມພຍາບານ
Screen captured : Pathedlao video /(ຖອນພາບ ຈາກ ວີດີໂອ ຂ່າວສານ ປະເທດລາວ)

ເຂື່ອນເຊປຽນ-ເຊນໍ້ານ້ອຍ ຂນາດ 410 MW ທີ່ຕັ້ງຢູ່ ເມືອງປາກຊ່ອງ ແຂວງ ຈໍາປາສັກ ແຕກ ເວລາປະມານ 10 ໂມງກາງຄືນ ຂອງມື້ວັນທີ 23 ກໍຣະກະດາ 2018. ນໍ້າໄຫລຖ້ວມປະຊາຊົນ 13 ບ້ານຂອງເມືອງສນາມໄຊ ແຂວງອັດຕະປື ສປປ ລາວ ທີ່ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ປະກາດວ່າຈະເຮັດໃຫ້ປະເທສເປັນ “ແບດເຕິຣີແຫ່ງເອເຊັຍ”. ປະຊາຊົນ 13,000 ຄົນໄດ້ຮັບຜົລກະທົບ.

ເຂື່ອນທີ່ວ່ານີ້ກັກເກັບນໍ້າ 5 ລ້ານແມັດກ້ອນ ແຕກພາຍຫລັງຝົນຕົກແຮງຕິດຕໍ່ ກັນຫລາຍມື້ ເຮັດໃຫ້ນໍ້າຖ້ວມ 6 ບ້ານຢ່າງໜັກໜ່ວງ ຊຶ່ງຂ່າວຕ່າງປະເທສ ຣາຍງານໃນມື້ວັນທີ 29 ກໍຣະກະດາ ວ່າຢ່າງໜ້ອຍ 27 ຄົນເສັຍຊີວິດ ຂນະທີ່ເຈົ້າໜ້າທີ່ ກົງສຸນໄທ ທີ່ພຍາຍາມ ຊ່ວຍກູ້ພັຍ ຢູ່ແຂວງອັດຕະປຶ ກ່າວຕໍ່ອົງການຂ່າວ AFP ວ່າໄດ້ພົບສົບແລ້ວ 19 ສົບ ແລະຫາຍສາບສູນປະມານ 1,126 ຄົນ ຂນະທີ່ ທາງການລາວ ປະກາດວ່າມີພຽງ 131 ຄົນສູນຫາຍແລະພົບສົບ 14 ສົບ ແລະໃຫ້ມວນຊົນ ຕິດຕາມຂໍ້ມູນ ຂ່າວສານກ່ຽວກັບສະພາບ ນໍ້າຖ້ວມແລະຄວາມເສັຍຫາຍຈາກນ້ຳຖ້ວມ ຈາກສໍານັກງານຂ່າວທາງການເທົ່ານັ້ນ ຊຶ່ງຫຼາຍຄົນເວົ້າວ່າ ຜູ້ນຳພັກປະຊາຊົນປະຕິວັດລາວ ພຍາຍາມເວົ້າເຖິງຜົລກະທົບ ອັນໃຫຍ່ຫລວງ ທີ່ເກີດຈາກເຂື່ອນແຕກນັ້ນ ໃຫ້ໜ້ອຍ ທີ່ສຸດເທົ່າທີ່ຈະໜ້ອຍໄດ້ ໃນຂນະທີ່ອີກດ້ານນຶ່ງ ກໍຕ້ອງການຄວາມຊ່ວຍເຫລືອ ຈາກພາຍໃນ ແລະຕ່າງປະເທສ ໃຫ້ໄດ້ຫລາຍຂຶ້ນ.

ຂ່າວ Manager Online ຣາຍງານໃນມື້ວັນທີ 29 ກໍຣະກະດາ ວ່າເຂື່ອນເຊ ປຽນ-ເຊນໍ້ານ້ອຍ ມູນຄ່າ 1,200 ລ້ານໂດລາ ສະຫະຣັຖ ແຫ່ງນີ້ເປັນເຂື່ອນທີ່ຮ່ວມ ລົງທຶນ ຣະຫວ່າງ 4 ບໍຣິສັດ ຄື ບໍຣິສັດຜລິດໄຟຟ້າ ຣາຊບຸຣີ ຂອງໄທ ແລະ ບໍຣິສັດເກົາຫລີໃຕ້ 2 ບໍຣິສັດ ຄື: ບໍຣິສັດ ແອັສເຄ ເອັນຈິເນັຍຣິງ ແລະບໍຣິສັດ ໂຄເຣັຍແວັສເທິນ ແລະບໍຣິສັດຣັຖວິສາຫະກິດໄຟຟ້າລາວ ທີ່ຖືຮຸ້ນ 24%.

ຂ່າວວ່າ ບໍຣິສັດ ແອັສເຄ ເອັນຈິເນັຍຣິງ ຊຶ່ງເປັນຜູ້ຮັບເໝົາກໍ່ສ້າງ ຊີ້ແຈງວ່າພົບຄວາມເສັຍຫາຍ ທີ່ເຂື່ອນເສີມ ເມື່ອເວລາປະມານ 9 ໂມງແລງ ຂອງວັນທີ 22 ກໍຣະກະດາ ແຕ່ຍ້ອນຝົນຕົກໜັກ ຈຶ່ງບໍ່ສາມາດສ້ອມແປງໄດ້ ແລະເຂື່ອນກໍແຕກໃນທີ່ສຸດ.

ຕາມຄໍາຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 25 ກໍຣະກະດາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກ່າວວ່າ; ຈາກຜົລກະທົບ ພັຍນໍ້າຖ້ວມຄັ້ງນີ້ ແມ່ນຮ້າຍແຮງ ໃຫຍ່ຫລວງ, ອາດເວົ້າໄດ້ວ່າເປັນຄັ້ງທໍາອິດ ໃນຮອບຫຼາຍສິບປີ.

“ແລະຣັຖບາລໄດ້ປະກາດເອົາເຂດ ທີ່ໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ຂອງເມືອງສນາມໄຊ ເປັນເຂດປະສົບພັຍພິບັດ ສຸກເສີນ ຣະດັບຊາດ”.

ທ່ານ ທອງລຸນ ກ່າວວ່າ ສາເຫດຍ້ອນຝົນຕົກໜັກ ຕິດຕໍ່ກັນຫລາຍວັນ, ປະຣິມານນໍ້າຂຶ້ນສູງຫຼາຍ ເຮັດໃຫ້ອ່າງເກັບນໍ້າສໍາຮອງ ຂອງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຮັບນໍ້າບໍ່ໄດ້ເລີຍແຕກ... ຂນະທີ່ຫລາຍຄົນເວົ້າວ່າ ທ່ານ ພຍາຍາມຫລີກລ້ຽງ ບໍ່ເວົ້າວ່າ ເຂື່ອນ ແຕກ ຍ້ອນກໍ່ສ້າງບໍ່ດີ, ບໍ່ໄດ້ມາດຕະຖານ.

ແຕ່ເຖິງຢ່າງໃດກໍຕາມ ທ່ານກໍມີຄວາມເຊື່ອໝັ້ນວ່າ ເຫດການດັ່ງກ່າວຈະໄດ້ຮັບ ການແກ້ໄຂ ແລະສະພາບຈະກ້າວສູ່ ຄວາມເປັນປົກກະຕິ ໂດຍໄວ; ມອບໃຫ້ກະຊວງແຮງງານ ແລະສວັດດິການສັງຄົມ ສົມທົບກັບກະຊວງປ້ອງກັນປະເທສ, ແຂວງອັດຕະປື ແລະພາກສ່ວນທີ່ ກ່ຽວຂ້ອງ ແຕ່ງຕັ້ງຄນະຮັບຜິດຊອບ ເພື່ອເປັນໃຈກາງ ປະສານງານ ຣະດົມທຶນທ້ອນໂຮມເອົາທຶນຮອນ ແລະວັດຖຸບັດໃຈ ເປັນຕົ້ນສິ່ງທີ່ ຕ້ອງການອັນຮີບດ່ວນ ຂອງຜູ້ປະສົບພັຍ - ເຄື່ອງອຸປໂພກ ແລະບໍຣິໂພກ ໂດຍສະເພາະ ນໍ້າດື່ມ, ຢາປົວພຍາດ ແລະເຄື່ອງໃຊ້ປະຈໍາວັນ ທີ່ຈໍາເປັນ ຈາກພາກສ່ວນຂອງຣັຖ ທັງສູນກາງ ແລະທ້ອງຖິ່ນ, ພາກເອກກະຊົນ, ປະຊາຊົນ, ອົງການຈັດຕັ້ງສາກົນ ປະຈໍາ ສປປລາວ.

ພ້ອມກັນນັ້ນ ທ່ານ ຄໍາມະນີ ອິນທິຣາດ ຣັຖມົນຕຣີກະຊວງພລັງງານ ແລະບໍ່ແຮ່ ກໍໄດ້ອອກແຈ້ງການເຖິງ ຜູ້ອໍານວຍການເຂື່ອນໄຟຟ້າ ແລະໂຄງການກໍ່ສ້າງ ທັງພາກຣັຖແລະເອກກະຊົນ ທຸກແຫ່ງໃນທົ່ວປະເທສກຽມແຜນ ແລະກຽມພ້ອມຮັບມືກັບ ສະພາບແລະຜົລກະທົບ ທີ່ອາຈເກີດຂຶ້ນໃຫ້ທັນການ; ໃນກໍຣະນີ ແຕ່ລະເຂື່ອນມີແຜນທີ່ຈະລະບາຍນໍ້າ ຕ້ອງມີຣະບົບແຈ້ງຂ່າວ ໂດຍສົມທົບກັບອໍານາດການປົກຄອງ ທ້ອງຖິ່ນ ແຕ່ລະຂັ້ນ ເພື່ອປະກາດໃຫ້ປະຊາຊົນຢູ່ບໍຣິເວນ ໃຕ້ເຂື່ອນຊາບຢ່າງທົ່ວເຖິງ ກ່ອນຢ່າງໜ້ອຍ 7 ມື້ ເພື່ອຮັບປະກັນ ບໍ່ໃຫ້ມີການ ແຕກຕື່ນ ແລະເຕືອນປະຊາຊົນລາວ ທີ່ຢູ່ໃຕ້ເຂື່ອນທຸກແຫ່ງ ໃຫ້ຣະມັດຣະວັງ; ດັ່ງທີ່ທ່ານກ່າວວ່າ:

“ຂໍສເນີໃຫ້ພໍ່ແມ່ພີ່ນ້ອງໃນທົ່ວປະເທດ ທີ່ຢູ່ລຸ່ມກ້ອງເຂື່ອນໃຫ້ ຣະມັດຣະວັງ ບາງເທື່ອກໍຈະມີການປ່ອຍນ້ຳອອກຈາກເຂື່ອນ ເພື່ອຮອງຮັບ ໃຫ້ແກ່ຄວາມສາມາດ ຮັບນ້ຳຂອງເຂື່ອນ ເຮົາຈະລະບາຍນ້ຳອອກກ່ອນ.”

ກ່ຽວກັບການກູ້ພັຍ ໃນເຫດການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຫົວໜ້າຄນະຊີ້ນໍາ ໜ່ວຍຂ່າວສານພາກສນາມ ຖແລງຂ່າວປະຈໍາມື້ ວັນທີ 29 ກໍຣະກະດາ 2018 ວ່າມີໜ່ວຍກູ້ພັຍທັງໝົດ 31 ພາກສ່ວນ -180 ຄົນ ຈາກປະເທສ ໄທ, ຈີນ.

ມີອາສາສມັກການແພດ 4 ຄົນ,ອາສາສມັກບໍຣິການຂົນສົ່ງ 18 ຄົນ. ໄດ້ເຕົ້າໂຮມປະຊາຊົນ 6 ບ້ານມາຢູ່ 6 ຈຸດໃນເຂດປອດພັຍ, ມີປະຊາຊົນ 5,964 ຄົນ, ຫາຍສາບສູນ - 131 ຄົນ, ພົບສົບ 9 ສົບ, ຍັງບໍ່ທັນພົບເຫັນ 1,122 ຄົນ,

ໄດ້ຮັບເຄື່ອງຊ່ອຍເຫລືອທັງໝົດ ເປັນມູນຄ່າ 43 ຕື້ 609 ລ້ານກີບ. ມີຈຸດບໍຣິການສຸຂພາບ ໃນເທສບານເມືອງ 6 ຈຸດ, ຢູ່ນອກພື້ນທີ່ ທີ່ບໍ່ທັນ ເຂົ້າມາສະດວກມີ 6 ຈຸດ, ມີແພດ ໝໍ ທັງໝົດ 97 ຄົນ. ໃນນັ້ນຈາກຕ່າງປະເທສ 31 ຄົນ.

ປະຈຸບັນ ຢູ່ສູນເມືອງສະໜາມໄຊ ທັງ 4 ແຫ່ງ ມີຄົນເຈັບມາປີ່ນປົວເບື້ອງຕົ້ນ ປະມານ 800 ຄົນ ແລະຍັງຈະເພີ່ມຂື້ນນໍາເລື້ອຍໆ ເພາະຂົນສົ່ງມາຢູ່ຕລອດ ຕາມຄຳເວົ້າຂອງເຈົ້າໜ້າທີ່ຫ້ອງການ ສາທາຣະນະສຸກ ເມືອງສະໜາມໄຊ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ກໍຣະກະດາ ນີ້ວ່າ:

"ຈຸດທີນຶ່ງກາຈຸດ ຢູ່ໂຮງໝໍເມືອງເນາະ ຈຸດໃຫຍ່ ຈຸດທີສອງກາຢູ່ໂຮງຮຽນ ມັທຍົມ ຈຸດທີສາມກາແມ່ນຢູ່ໂຮງຮຽນປະຖົມ ຈະທີ່ສີ່ ກະແມ່ນຢູ່ຫ້ອງການປົກຄອງ ສອງມື້ທຳອິດຫັ້ນມັນຖືກ 618 ຄົນ ມາຕື່ມມື້ວັນທີ 25 ມາຖືກ 251 ຄົນ ແລະ ຢູ່ພາກສນາມ 500 ຄົນ."

ໃນຂນະທີ່ມື້ວັນທີ 1 ສິງຫາ ເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງອັດຕະປື ກ່າວວ່າ:

"ນັບຕັ້ງແຕ່ວັນທີ 24 ມານີ້ ມີປະມານ 3,000 ປາຍ ໂຕເລກນີ້ແມ່ນ 447 ທີ່ວ່າເຮົາ ປິ່ນປົວຢູ່ໂຮງໝໍ ບັນດາໂຮງໝໍຕ່າງໆ ຫັ້ນດຽວນີ້ ກໍາລັງ ຕາມມາກະແມ່ນຖອກທ້ອງ ແລ້ວກະເປັນຫວັດ ເປັນໄອ ກະອັກເສບປອດ."

ເວົ້າເຖິງການຊ່ອຍເຫລືອຜູ້ປະສົບພັຍ ເຂື່ອນແຕກນໍ້າຖ້ວມໜັກນັ້ນ ກໍມີທັງເຄຶ່ອງ ອຸປໂພກ-ບໍຣິໂພກ ແລະເງິນສົດ ຈາກພາຍໃນແລະ ຕ່າງປະເທສ ເປັນຈຳນວນຫລວງຫລາຍ.

ເວົ້າສະເພາະການຊ່ອຍເຫລືອຂອງຕ່າງປະເທສ ຣັຖບາລປະເທສຕ່າງໆ ກໍໃຫ້ການຊ່ອຍເຫລືອ. ຣັຖບາລສະຫະຣັຖອາເມຣິກາ ຊ່ອຍ 1 ແສນໂດລາ ສະຫະຣັຖ, ສະຖານທູດສະຫະຣັຖອາເມຣິກາ ປະຈຳລາວ ຊ່ອຍເຄຶ່ອງຂອງທີ່ຈ້ເປັນ ຮວມທັງ ເຕັ້ນ ຄອບຄົວ ເຕັ້ນດ່ຽວ ເສື້ອກັນໜາວ ເສື້ອກັນຝົນ ຈັກປັ່ນໄຟ ລວມມູນຄ່າ 1 ແສນໂດລາ ສະຫະຣັຖ.

ປະເທສໄທ ກະສັດໄທໄດ້ພຣະຣາຊທານສິ່ງຂອງບັນເທົາທຸກ ແລະຣັຖບາລໄທ ກໍໄດ້ມອບເງິນຊ່ອຍເຫລືອ 5 ລ້ານບາດ ຂນະທີ່ ປະຊາຊົນໄທ ໄດ້ບໍຣິຈາກເງິນ ແລະສິ່ງຂອງຊ່ອຍເຫລືອ ເປັນຈໍານວນຫລວງຫຼາຍ ແລະໜ່ວຍກູ້ພັຍໄທ ຫຼາຍອົງການ ໄດ້ມາຊ່ອຍເຫລືອ. ອົງການກາຊາດໄທ ຊ່ອຍເຄຶ່ອງບັນເທົາທຸກ 1,500 ຊຸດ ມູນຄ່າ 1 ລ້ານ 7 ແສນບາດ.

ວຽດນາມຊ່ອຍເຂົ້າສານ 100 ຕັນ ແລະຟອກໂມນ 100 ຊຸດ ລວມມູນຄ່າ 2 ແສນໂດລາ ສະຫະຣັຖ; ຈີນ ຊ່ອຍທິມກູ້ໄພ 100 ຄົນ, ທິມແພດ ແລະອຸປກອນການແພດ ຈໍານວນນຶ່ງ; ສິງກະໂປ ຊ່ອຍເຄຶ່ອງຂອງເປັນມູນຄ່າ 1 ແສນໂດລາ ສະຫະຣັຖ, ອົງການ ກາແດງສິງກະໂປ ຊ່ອຍ 50 ພັນໂດລາ ສະຫະຣັຖ; ອອສເຕຣເລັຍ ຊ່ອຍເຕັ້ນພັກອາສັຍ ວິດຖ່າຍເຄື່ອນທີ່ ເຄຶ່ອງສຸຂອະນາມັຍ ເຄຶ່ອງໃຊ້ຄອບຄົວ ອຸປກອນການພດ ລວມມູນຄ່າ 8 ແສນໂດລາ ອອສເຕຣເລັຍ; ຍີ່ປຸ່ນ ຊ່ອຍເຕັ້ນ ຜ້າຫົ່ມ ແລະ ອື່ນໆອີກ.

ສໍານັກງານໃຫຍ່ອົງການ ສະຫະປະຊາຊາດ ເພື່ອການພັທນາຊ່ອຍເງິນ 1 ແສນໂດລາ ສະຫະຣັຖ; ບໍຣິສັດ SK ຂອງເກົາຫລີໃຕ້ ຊ່ອຍເຄື່ອງບັນເທົາທຸກ 5 ຕັນ ມູນຄ່າ 10 ລ້ານໂດລາ ສະຫະຣັຖ ແລະບໍຣິສັດຜລິດໄຟຟ້າ ຣາຊບຸຣີ ໃນຖານະ ຫຸ້ນສ່ວນ ໂຄງການ ໄດ້ບໍຣິຈາກ 5 ລ້ານບາດ.

ນອກນັ້ນ ກໍຍັງມີອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບຣັຖບາລ ຮວມທັງໂຄງການຊ່ອຍເຫລືອ ພັທນາບ້ານຂອງອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບາລ ກໍໃຫ້ການຊ່ອຍເຫລືອ ເຄື່ອງຂອງຕ່າງໆທີ່ຈຳເປັນ ເປັນຈຳນວນຫຼວງຫຼາຍຕື່ມອີກ -ຕາມຂໍ້ມູນ ຂອງທາງການ ສປປລາວ.

ສຳລັບຂັ້ນແຂວງ ຕາມຂໍ້ມູນຂອງທາງການ ສປປລາວ ແຕ່ວັນທີ 27 ຫາ 30 ກໍຣະກະດາ ລວມຍອດມູນຄ່າ ການຊ່ອຍເຫລືອຜູ້ປະສົບພັຍ ຂັ້ນແຂວງ ທັງໝົດ 49 ຕື້ກີບ.

ຂນະນີ້ ປະຊາຊົນຫລາຍພັນຄົນ ຄົນອາສັຍຢູ່ຕາມສູນຊ່ວຍເຫລືອ ຜູ້ປະສົບພັຍຊົ່ວຄາວຕ່າງໆ ຊຶ່ງໃນນັ້ນຢູ່ສູນ ເມືອງສນາມໄຊ - 3,700 ປາຍຄົນ, ສູນປາກຊ່ອງ ເມືອງປະທຸມພອນ 1,400 ປາຍຄົນ, ສູນບ້ານສະມາຢອດ ບ້ານໃຫຍ່ແທ - 1,200 ປາບຄົນ ແລະສູນບ້ານຖິ່ນດົງ - 500 ຄົນ.

ແລະໃນມື້ວັນທີ 29 ກໍຣະກະດາ 2018 ນີ້ ອົງການປົກຄອງເມືອງສນາມໄຊ ໄດ້ຕົກລົງກັບ ປະທານບໍຣິສັດ SK Engineering ຊຶ່ງເປັນນຶ່ງໃນ 4 ຫຸ້ນສ່ວນ ທີ່ລົງທຶນໃນການກໍ່ສ້າງ ເຂື່ອນເຊປຽນ-ເຊນໍ້ານ້ອຍ ກ່ຽວກັບການກໍ່ສ້າງ ທີ່ພັກຊົ່ວຄາວຢູ່ 3 ແຫ່ງ ຄືແຫ່ງທີ 1.ຢູ່ເດີ່ນໂຮງຮຽນ ບ້ານຫາດຍາວ ໃນເນື້ອທີ່ເຮັກຕາປາຍ; ຈຸດທີ 2. ຢູ່ເຂດດົງບາກ ແລະຈຸດທີ 3 ຢູ່ບ້ານຕໍາມະຢອດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.