3 ປີທີ່ທາງການລາວບໍ່ ສົນໃຈ

ຈໍາປາທອງ
2015.12.15
F-Sombat ທ່ານ ສົມບັດ ສົມພອນ ເປັນບຸຄຄົນ ທີ່ຊາວໂລກ ຢາກຮູ້ຂ່າວ ແລະ ຂໍໃຫ້ກັບມາ ດ້ວຍຄວາມ ປອດພັຍ ທຸກຢ່າງ
Sombath.org

ງານ ເສວະນາ ກ່ຽວກັບ ການ ລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນລາວ ຄົບຮອບ 3 ປີ ໄດ້ເຜີຍແຜ່ ສາຍ ວີດີໂອ ຈາກ ກ້ອງວົງຈອນປິດ ອັນໃຫມ່ ທີ່ ທາງການລາວ ບໍ່ຍອມ ກວດສອບ. ງານ ດັງກ່າວ ຈັດຂຶ້ນຢູ່ ບາງກອກ ປະເທດໄທ ໃນວັນທີ 14 ທັນວາ ນີ້, ມີຕົວແທນ ອົງການ ຈັດຕັ້ງ ສາກົນ, ອົງການ ບໍ່ຂຶ້ນກັບ ຣັຖບານ ແລະ ສື່ມວນຊົນ ເຂົ້າຮ່ວມ ກວ່າ 50 ຄົນ.

ທ່ານ ແຊມ ຊາຣີຟີ ຫົວຫນ້າ ຄນະກັມມະການ ນັກກົດໝາຍ ສາກົນ ພາກພື້ນ ເອເຊັຽ ກ່າວວ່າ ຜ່ານມາ 3 ປີ ແລ້ວ ແຕ່ການສືບສວນ ຊອກຫາ ທ່ານສົມບັດ ຍັງ ບໍ່ຄືບຫນ້າ, ດັ່ງນັ້ນ ທາງກຸ່ມ Sombath Initiative ຈຶ່ງ ນຳເອົາ ວີດີໂອ ຈາກກ້ອງ ວົງຈອນປິດ ອີກ 2 ອັນ ມາເປີດເຜີຍ ຕໍ່ ສັງຄົມ:

"ທ່ານ ອະທິບາຍ ປະກອບພາບ ວີດີໂອ ນັ້ນວ່າ ຫຼັງຈາກ ທ່ານ ສົມບັດ ຖືກກັກຕົວ ຢູ່ ປ້ອມຕຳຣວຈ ຖນົນທ່າເດື່ອ ກາງ ນະຄອນຫຼວງ ວຽງຈັນ, ຣົດຈິປ ຂອງທ່ານ ກໍຖືກຄົນຂັບ ອອກໄປຈາກ ຈຸດ ເກີດເຫດ ໄປ ທາງນອກເມືອງ. ວີດີໂອ ອັນໃຫມ່ ສະແດງ ໃຫ້ເຫັນວ່າ ອີກ 1 ນາທີ ຕໍ່ມາ ຣົດຈິປ ຄັນດັ່ງກ່າວ ກໍໄດ້ກັບມາ ແລະ ມຸ້ງຫນ້າ ເຂົ້າຕົວເມືອງ ກ່ອນ ທີ່ ຈະຫາຍໄປ ຢ່າງໄຮ້ ຮ່ອງຮອຍ".

ຄອບຄົວ ຂອງທ່ານ ສົມບັດ ໄດ້ ວີດີໂອ ຈາກກ້ອງ ວົງຈອນປິດ ອັນໃຫມ່ນີ້ ຢູ່ຫນ້າ ຮ້ານຄ້າ ແຄມຖນົນ ທ່າເດື່ອ ແລະ ໄດ້ເອົາໄປ ໃຫ້ ຕຳຣວຈ ສປປລາວ, ແຕ່ທາງ ຕຳຣວຈ ບໍ່ສົນໃຈ ແລະ ບໍ່ຮັບເອົາ ວີດີໂອ ດັ່ງກ່າວ ໄປກວດສອບ ແຕ່ຢ່າງໃດ.

ໃນງານ ເສວະນາ ນັ້ນ ນາງ ອັງຄະນາ ນີລະໄພຈິດ ກັມມະການ ສິດທິມະນຸດ ປະເທດໄທ, ພັລຍາ ຂອງທ່ານ ສົມຊາຍ ນີລະໄພຈິດ ທີ່ ຫາຍສາບສູນ ໄປ ຕັ້ງແຕ່ປີ 2004 ກ່າວວ່າ ຫນ້າເປັນຫ່ວງ ຫລາຍ ທີ່ ໃນຂົງເຂດ ອາຊຽນ ຍັງມີ ກໍຣະນີ ປະຊາຊົນ ຖືກບັງຄັບ ໃຫ້ສູນ ຫາຍ ເກີດຂຶ້ນ ຢ່າງຕໍ່ເນື່ອງ ແລະ ປະຊາຊົນ ໃນສັງຄົມ ກໍບໍ່ກ້າປາກ ບໍ່ກ້າເວົ້າ ເຖິງເຣື້ອງ ດັງກ່າວ.

ນາງເປັນຜູ້ ຕາງຫນ້າ ອ່ານຈົດຫມາຍ ຈາກ ມາດາມ ອຶງ ຊຸຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ທີ່ຝາກເຖິງ ບັນດາ ຜູ້ເຂົ້າ ຮ່ວມງານ ເສວະນາ ນັ້ນວ່າ ເຖິງແມ່ນ ເຫດການ ຜ່ານໄປ 3 ປີ ແລ້ວ ແຕ່ທຸກຄົນ ໃນ ຄອບຄົວ ທ່ານ ສົມບັດ ກໍຍັງຮູ້ສຶກ ເຈັບປວດ ແລະ ຢາກໃຫ້ສານ ຮັບເອົາ ກໍຣະນີ ທ່ານ ສົມບັດ ເຂົ້າ ພິຈາຣະນາ ເປັນ ຄະດີ ເຊັ່ນດຽວ ກັບ ຄະດີ ຂອງ ທ່ານ ສົມຊາຍ ທີ່ເກີດຂຶ້ນ ໃນ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.