ຜູ້ນໍາລາວຊຸດໃໝ່ ໃກ້ເປີດ ໂສມໜ້າແລ້ວ

ຈໍາປາທອງ
2021.03.19
ຜູ້ນໍາລາວຊຸດໃໝ່ ໃກ້ເປີດ ໂສມໜ້າແລ້ວ ທ່ານ ພັນຄໍາ ວິພາວັນ ອາຈໄດ້ດີ ມີທີ່ນັ່ງສໍາຄັນ ດ້ານເວທີສາກົນ ຍັງບໍ່ແໜ້ນ ແຕ່ຄວາມສາມາດ ກໍມີບໍ່ແພ້ຄົນອື່ນ
ນັກຂ່າວພົລເມືອງ

ກອງປະຊຸມຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດຊຸດທີ 9 ທີ່ຈະໄຂຂຶ້ນ ຢ່າງເປັນທາງການ ແຕ່ວັນທີ 22 ຫາວັນທີ 26 ມິນາ 2021 ນີ້ ຈະເລືອກຕັ້ງເອົາປະທານປະເທດ, ນາຍົກຣັຖມົນຕຣີ, ປະທານສະພາແຫ່ງຊາດ ແລະຜູ້ນໍາອົງການຕຸລາການ: ສານ ແລະອັຍການ ແລະ ຈະພິຈາຣະນາ ຮັບຮອງເອົາບັນຫາຕ່າງໆ ທີ່ສໍາຄັນຂອງຊາດນໍາດ້ວຍ.

ເວົ້າສະເພາະກ່ຽວກັບວ່າ ທ່ານໃດຈະໄດ້ເປັນ ປະທານປະເທດ, ນາຍົກຣັຖມົນຕຣີ, ປະທານສະພາແຫ່ງຊາດນັ້ນ ວິທຍຸເອເຊັຽເສຣີ ໄດ້ຂໍສໍາພາດຊາວລາວຫຼາຍທ່ານ ທັງສະມາຊິກພັກ, ເຈົ້າໜ້າທີ່ທາງການ, ນັກຮຽນຮູ້ປັນຍາຊົນຈໍານວນນຶ່ງ ແລະ ປະຊາຊົນລາວ ຢູ່ພາຍໃນປະເທດ ຊຶ່ງໃນນັ້ນສະມາຊິກພັກ ເມືອງປາກກະດິງ ແຂວງບໍລິຄໍາໄຊ ທ່ານນຶ່ງຜູ້ບໍ່ປະສົງອອກຊື່ ແລະສຽງ ຊອກຮູ້ມາວ່າ ທ່ານ ທອງລຸນ ສີສຸລິດ ຈະຖືກເລືອກເປັນ ປະທານປະເທດ ເພາະວ່າ ທ່ານກໍເຄີຍມີຜົລງານດີເດັ່ນມາ ເປັນຕົ້ນປາບການ ສໍ້ຣາສ ບັງຫຼວງ ແລະການຕັດໄມ້ເຖື່ອນ, ສ່ວນນາຍົກຣັຖມົນຕຣີ ນັ້ນສິແມ່ນ ທ່ານ ພັນຄໍາ ວິພາວັນ, ຫາກແຕ່ວ່າ ທ່ານບໍ່ເປັນຄົນທີ່ມີຊື່ສຽງ ໃນເວທີສາກົນ, ດີແທ້ຜູ້ທີ່ຈະເປັນນາຍົກ ຣັຖມົນຕຣີ ນັ້ນຕ້ອງມີປະສົບການ ເປັນຣັຖມົນຕຣີ ການຕ່າງປະເທດ ເຊັ່ນຕົວຢ່າງ ທ່ານ ທອງລຸນ.

ສ່ວນປະທານສະພາແຫ່ງຊາດ ຈະແມ່ນ ທ່ານ ໄຊສົມພອນ ພົມວີຫານ ທີ່ເຮັດວຽກຫ້າວຫັນຕລອດມາ. ແລະເມື່ອຖາມວ່າ ທ່ານ ສອນໄຊ ສີພັນດອນ ເດ້ ຄືວ່າຈະບໍ່ໄດ້ຕໍາແໜ່ງໃດ ຕໍາແໜ່ງນຶ່ງໃນຈໍານວນ 3 ຕໍາແໜ່ງ ຫລື ໃນຈໍານວນ 3 ຄົນ ທີ່ວ່ານັ້ນ ທ່ານຕອບວ່າ ທ່ານ ສອນໄຊ ສີພັນດອນ ບໍ່ໄດ້ພາສາ ຕ່າງປະເທດດີ ປານໃດ.

ເວົ້າເຖິງບັນດາຜູ້ນໍາປະເທດ ທັງຜູ້ທີ່ຈະໄດ້ເປັນ ປະທານປະເທດ, ນາຍົກຣັຖມົນຕຣີ ແລະ ປະທານສະພາແຫ່ງຊາດ ເຈົ້າໜ້າທີ່ ທາງການ ຜູ້ຂໍສງວນຊື່, ສະະຖານທີ່ ແລະວັນເວລາ ສໍາພາດ ກ່າວວ່າ ຜູ້ທີ່ຈະໄດ້ເປັນ ປະທານປະເທດ ຈະແມ່ນ ທ່ານ ທອງລຸນ ສີສຸລິດ, ທ່ານ ພັນຄໍາ ວິພາວັນ ຈະໄດ້ເປັນນາຍົກຣັຖມົນຕຣີ ແລະ ທ່ານ ໄຊສົມພອນ ພົມວິຫານ ຈະໄດ້ເປັນ ປະທານສະພາ ແຫ່ງຊາດ:

"ທ່ານ ທອງລຸນນີ້ ຕ້ອງເປັນປະທານປະເທດ ບໍ່ແມ່ນເຮົາຕັ້ງຍ້ອງເພິ່ນ ແຕ່ດ້ວຍຄວາມເປັນຈິງ ເຫັນດີຢູ່ບ່ອນວ່າ ທ່ານ ທອງລຸນ ມີນໍ້າໃຈຫັ້ນນະ ເລີ່ມແຕ່ເພິ່ນມາເປັນ ນາຍົກ ເຂົາທໍາຣາຍປ່າໄມ້ ຫລາຍເນາະ ເພິ່ນອອກຄໍາສັ່ງເລກທີ 15 ອອກມາໂລດ. ໝາຍຄວາມວ່າຈິດໃຈຫັ້ນນະ ເຫັນຊາດບ້ານເມືອງ ເປັນຫລັກ ບໍ່ເຫັນເປັນປະໂຫຍດສ່ວນຕົວ.

ທ່ານ ພັນຄໍາ ທິບພະວັນ ມາເປັນນາຍົກເຫັນບໍ໋ ບໍ່ໄດ້ຄິດໄດ໋ ທ່ານ ພັນຄໍາ ນີ້ຕາມເຂົາເວົ້າເນາະ ເພິ່ນເວົ້າຫຼາຍແຕ່ຫາກເຮັດໜ້ອຍ ທອງລຸນ ນີ໋ ບໍ່ເວົ້າຫຼາຍແຕ່ເວົ້າລະເຮັດໂລດ. ທ່ານ ພັນຄໍາ ເພິ່ນກະເປັນນາຍົກແລ້ວເນາະ ສິພາປະເທດຊາດໄປແນວໃດສິເຮັດ ກັນແນວໃດ໋ຫັ້ນນະ ຄອຍເບິ່ງກັນໄປອີກ. ຄື ທ່ານ ໄຊສົມພອນ ນີ໋ຄວາມຈິງແລ້ວມືສະອາດ ເວົ້າກັນງ່າຍໆເນາະ ເຮົາບໍ່ເຫັນວ່າ ເພິ່ນກິນ ຫລືວ່າສັ່ງການແນວນັ້ນແນວນີ້."

ແລະເຈົ້າໜ້າທີ່ທາງການທ້ອງຖິ່ນ ທາງພາກໃຕ້ຂອງລາວທ່ານນຶ່ງ ຜູ້ຂໍສງວນຊື່ ແລະສຽງ, ກໍເວົ້າເຖິງຜູ້ທີ່ຈະເປັນຜູ້ນໍາປະເທດ ໂດຍເອົາໄປຕິດພັນ ກັບຊີວິດການເປັນຢູ່ຂອງ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ວ່າມາຮອດ ມື້ນີ້ຍັງບໍ່ທັນໄດ້ຮູ້ຄັກ ມື້ວັນຈັນສິມານີ້ແຫຼະຈະຮູ້, ຄືເພິ່ນປະກາດ ທ່ານ ທອງລຸນ ສີສຸລິດ ຫັ້ນແຫຼ້ວ ສິເປັນປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ກະອອກໄປລະເດ໋ ນາຍົກຣັຖມົນຕຣີນີ້ ສິແມ່ນ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດຫັ້ນເດ໋ ແຕ່ວ່າຍັງບໍ່ ທັນແນ່ນອນ ຍັງຕ້ອງໄດ້ ຜ່ານກອງປະຊຸມ ຄັ້ງປະຖົມມະລຶກ ຂອງ ສະພາແຫ່ງຊາດ ຊຸດທີ 9 ກ່ອນ.

ສໍາລັບຜູ້ທີ່ຈະເປັນປະທານສະພາ ແມ່ນຍັງບໍ່ຮູ້ແຈ້ງ. ເມື່ອຖາມວ່າເປັນຫຍັງ ທ່ານ ທອງລຸນ ຈຶ່ງຈະໄດ້ເປັນປະທານປະເທດ? ທ່ານ ຕອບວ່າບໍ່ຈັກນໍາພວກເພິ່ນດອກ ຈັກວ່າເປັນແນວ ໃດຈຶ່ງຈະເອົາ ທ່ານ ທອງລຸນ ເປັນປະທານປະເທດ ບ້ານເມືອງລົ້ມລະລາຍຈັ່ງຊີ້ ຍັງບໍ່ລົງມາຫາປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນແຕກວ່າຢູ່ກິນແນວໃດ ກະບໍ່ລົງມາເບິ່ງ ເຫັນລົງມາເທື່ອດຽວຕອນເຫດການ ເກີດຂຶ້ນໃໝ່ໆຫັ້ນ. ນັບແຕ່ນັ້ນມາກໍບໍ່ເຫັນ ລົງມາຈັກເທື່ອ, ລໍຟັງເບິ່ງຫັ້ນແຫຼະ ບ້ານເມືອງຈະເປັນຈັ່ງໃດ,

ພໍ່ແມ່ປະຊາຊົນ ຈະເປັນຈັ່ງໃດ  ຈະຢູ່ກິນຈັ່ງໃດ. ເຮືອນຢູ່ຂອງປະຊາຊົນ ຜູ້ທີ່ໄດ້ປະສົບພັຍ ອັນໃດກະບໍ່ແລ້ວ ຄືເຫັນຫັ້ນແຫຼະ, ຕັ້ງແຕ່ເສົາ ກັມກອນມາເຮັດວຽກໃໝ່ ກໍໜີໄປແລ້ວ ພວກເຂົາບໍ່ໄດ້ເງິນ. ນັກວິຊາການລາວ 3 ທ່ານ ຜູ້ຂໍສງວນຊື່ ແລະເວລາເວົ້າ ຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບຜູ້ທີ່ຈະໄດ້ເປັນ ປະທານປະເທດ, ນາຍົກຣັຖມົນຕຣີ ແລະ ປະທານສະພາແຫ່ງຊາດ ຊຶ່ງໃນນັ້ນທ່ານນຶ່ງ ເວົ້າວ່າ ຕາມການຄາດຄະເນ ຜູ້ທີ່ຈະໄດ້ເປັນປະທານປະເທດ ອາຈແມ່ນ ທ່ານ ທອງລຸນ ສີສຸລິດ ແລະ ນາຍົກຣັຖມົນຕຣີ ອາຈ ແມ່ນທ່ານ ພັນຄໍາ ວິພາວັນ ແລະຜູ້ທີ່ຈະເປັນ ປະທານສະພາແຫ່ງຊາດ ອາຈແມ່ນທ່ານ ໄຊສົມພອນ ພົມວິຫານ:

"ສ່ວນຫຼາຍກະເປັນຄືທີ່ວ່າຫັ້ນແຫຼະ ປະທານປະເທດຫັ້ນແນ່ນອນແຫຼະ ທ່ານ ທອງລຸນ ນີ້ນະ ທ່ານນັ້ນສິເປັນນາຍົກ ກະວ່າດີລະ ຫາງສຽງເພິ່ນ ປະຊາຊົນກະຊົມເຊີຍ ກອງປະຊຸມ ພັກລາວກໍມີຄໍາເຫັນ ເດັດຂາດກະຖືວ່າສິດີຂຶ້ນ ປະຊາຊົນກະສິເຊື່ອໝັ້ນ ຕາມຫາງສຽງສະພາ ກາເຟເວົ້າ ປະເທດຊາດ ຢູ່ໃນທ່າດີຂຶ້ນ ກະຖືວ່າດີຂຶ້ນວ່າຊັ້ນສະ ຕາມວິຊາການເວົ້າ ນີ້ນະ.

ທ່ານ ໄຊສົມພອນ ເມື່ອກ່ອນລາວກໍເຄີຍ ເປັນຮອງປະທານສະພາ ກ່ອນລາວສິຍ້າຍໄປຢູ່ແນວລາວສ້າງຊາດ ເປັນຮອງປະທານ ສະພາລາວກະມີບົດຮຽນ ໃນການນໍາພາເປັນ ປະທານ ສະພາກະສິດີ ເວົ້າລວມລະນິໃສໃຈຄໍ ຜົລງານກໍບໍ່ແມ່ນທັມດາໃດ໋ ຜ່ານວຽກງານຫຼາຍສິ່ງຫຼາຍຢ່າງ ມາລະເດ໋.

ມາເບິ່ງແລ້ວຜົລງານ ຂອງແຕ່ລະທ່ານ ການນໍາກະວ່າດີຫັ້ນແຫຼ້ວ ຟັງເບິ່ງຜົລງານຕົວຈິງ ສິເປັນແນວໃດ໋ ການປະຕິບັດຕົວຈິງ ຕໍ່ໄປສິເປັນແນວໃດ ມັນສໍາຄັນກ້ອນກໍາລັງ ຜູ້ປະຕິບັດຕົວຈິງຫັ້ນແຫຼະ ອັນນັ້ນແມ່ນຂ່າວ ບາງເທື່ອກະຖືກບາງເທື່ອ ກະບໍ່ຖືກ ເຮົາຕ້ອງຟັງຜົລ ຂອງກອງປະຊຸມສະພາ ເພິ່ນອອກກ່ອນ ປະກາດເປັນທາງການ ສິເປີດວັນທີ 22 ນີ້ ຢາກໃຫ້ຟັງເບິ່ງກ່ອນ ແຕ່ເຖິງຢ່າງໃດກະຢ່າ ສ່ວນຫຼາຍກະມີມູລຄວາມຈິງ ແຕ່ເຮົາກໍບໍ່ສາມາດຢັ້ງຢືນໄດ້."

ເວົ້າເຖິງເຣື່ອງດຽວກັນນີ້ ນັກວິຊາການ ຜູ້ທີສອງເວົ້າວ່າ ຕາມທີ່ເຫັນຢູ່ໃນບັນຊີລາຍຊື່ຜູ້ນໍາ ປະເທດຊຸດໃໝ່ ຊຶ່ງທ່ານໄດ້ອ່ານແມ່ນ ເປັນຄືທີ່ວ່ານັ້ນ ແລະ ທ່ານກໍເຊື່ອວ່າ ມັນຈະເປັນ ໄປຄືແນວນັ້ນ ແລະທ່ານໄດ້ເນັ້ນໃສ່ຜູ້ທີ່ຈະໄດ້ເປັນ ນາຍົກຣັຖມົນຕຣີຄົນໃໝ່ ຄື ທ່ານ ພັນຄໍາ ວິພາວັນ ນັ້ນວ່າຢາກໃຫ້ເພິ່ນໄດ້ເປັນເບິ່ງ ເພິ່ນຈະເຮັດໄດ້ບໍ:

"ເຫັນໃນບັນຊີ ທີ່ເຂົາຮ່າງໄວ້ລະ list ອອກມາ ເຂົາກະຄາດການແນວນັ້ນ ມາຕັ້ງແຕ່ແລ້ວກອງປະຊຸມໃຫຍ່ ປະເພນີປະຕິບັດ ມາເປັນຈັ່ງຊັ້ນ. ທ່ານ ພັນຄໍາ ເດ໋ ເພາະລາວເວົ້າກະ ຢາກໃຫ້ລາວເປັນຫັ້ນແລ້ວ ໃຫ້ລາວໄດ້ເປັນເບິ່ງ."

ທ່ານເວົ້າວ່າ ລາວເວົ້າແຂງຂັນ ລາວເວົ້າຕໍານິວິຈານ ຕ້ອງເຮັດຈັ່ງຊັ້ນຕ້ອງເຮັດຈັ່ງຊີ້ ໃຫ້ທ່ານລອງເປັນ ນາຍົກຣັຖມົນຕຣີເບິ່ງ, ບໍ່ແມ່ນເຈົ້າເວົ້າແລ້ວ ເຈົ້າສິເປັນຜູ້ເຮັດ ເຈົ້າສັ່ງໄປ ເຂົາບໍ່ເຮັດຕາມກໍຄືເກົ່າ ຫັ້ນແລ້ວ ຄືຜ່ານມາ ນາຍົກ ທອງລຸນ ຫຼາຍສິ່ງ ຫຼາຍຢ່າງທ່ານກໍໄດ້ສັ່ງໄປໃຫ້ປະຕິບັດ ຫາກແຕ່ວ່າໝູ່ ບໍ່ເຮັດນໍາເດ໋ ວຽກມັນກໍບໍ່ຫຼ້ອນ ມັນກະໄປບໍ່ໄດ້ຄືເກົ່າ ວຽກເຂົາຢູ່ພື້ນຖານ ແຕ່ລະແຂວງເຂົາບໍ່ເຮັດນໍາເຈົ້າ ກະຄືເກົ່າຫັ້ນແຫຼະ.

ນັກວິຊາການຜູ້ທີສາມເວົ້າວ່າ ຜູ້ນໍາປະເທດໃໝ່ 3 ທ່ານ ສິແມ່ນ ທ່ານ ໄຊສົມພອນ ພົມວິຫານ, ທ່ານ ພັນຄໍາ ວິພາວັນ ແລະ ທ່ານ ທອງລຸນ ສີສຸລິດ:

"ຕາມເບິ່ງນີ໋ ໄຊສົມພອນ ພົມວິຫານ ນີ໋ສິເປັນປະທານສະພາ ພັນຄໍາ ເປັນນາຍົກ ທອງລຸນ ນີ໋ມາເປັນປະທານປະເທດ."

ແຕ່ທ່ານກໍບໍ່ຮູ້ຈັກຄັກວ່າ ຈັກແມ່ນເປັນຍ້ອນຜົລງານຫຍັງ ພວກທ່ານຈຶ່ງຈະໄດ້ເປັນ ພວກເພິ່ນບໍ່ມີຫົວເສຖກິດ ເວົ້າເຣື່ອງການເມືອງ ກໍດີ ແຕ່ເມື່ອເສຖກິດບໍ່ໄປ ມັນກໍຍາກ. ພ້ອມກັນ ນັ້ນປະຊາຊົນລາວທ່ານນຶ່ງ ທີ່ຜູ້ຂໍສງວນຊື່ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຄະນະນໍາ ຂອງລາວ ຊຸດໃໝ່ນີ້ ກໍຈະດີຢູ່ ແຕ່ທ່ານເນັ້ນໃສ່ ຜົລງານຜູ້ທີ່ຈະເປັນ ນາຍົກຣັຖມົນຕຣີ ຄື
ທ່ານ ພັນຄໍາ ວິພາວັນ ວ່າ:

"ຜົລງານຂອງ ທ່ານ ພັນຄໍາ ກະສິມີຫຼາຍຢູ່ ພັນຄໍາ ນີ໋ໄດ້ເຣື່ອງຢູ່ ຕາມເບິ່ງນິສັຍອິຫຍັງຫັ້ນນະ ການເຮັດວຽກຫັ້ນນະຫຼັກການ ໄດ໋ນີ໋ ທ່ານພັນຄໍາ ນີ໋ໄດ໋ ຊໍາເໜືອກະໄປຫຼາຍຄົນເດ໋ ກະຍ້ອນລາວນີ້ລະ ຖືກຈັບຫຼາຍຄົນຍ້ອນລາວນີ໊ລະ. ທ່ານ ໄຊສົມພອນ ນີ້ກະເປັນ ລອງເດ໋ ແຕ່ກີ້ນີ໋ສິຂຶ້ນແທນ. ທອງລຸນ ນີ້ກະປະຊາຊົນຫຼາຍຄົນ ເຂົາກະມັກລາວຢູ່ ທອງລຸນ ນີ໋ ກະໄຄກວ່າຫຼາຍຄົນຢູ່ ຜ່ານມາ ນາຍົກ ເອົາຕົວຈິງມາເວົ້າໂລດນະ ເຣື່ອງປິດປ່າປິດຫຍັງລາວ ກະເຮັດແທ້ຫັ້ນນະ."

ກ່ອນໜ້ານີ້ ວິທຍຸເອເຊັຽເສຣີ ໄດ້ຮັບບັນຊີຣາຍຊື່ ຄະນະນໍາປະເທດຊຸດໃໝ່ ທີ່ຈະຖືກເລືອກຕັ້ງຢູ່ໃນກອງປະຊຸມຄັ້ງປະຖົມ ມະລຶກ ຂອງສະພາແຫ່ງຊາດ ຊຸດທີ 9 ຈາກແຫລ່ງຂ່າວ ທີ່ເຊື່ອຖືໄດ້ດັ່ງນີ້ ຄະນະປະທານປະເທດ ຈະແມ່ນ ທ່ານ ທອງລຸນ ສີສຸລິດ ເປັນປະທານປະເທດ ແລະ ມີຜູ້ຮອງ 2 ຄົນ, ຄະນະຣັຖບາລ ຈະແມ່ນ ທ່ານ ພັນຄໍາ ວິພາວັນ ເປັນນາຍົກ ຣັຖມົນຕຣີ ແລະ ຈະມີ 3 ຄົນ ເປັນຜູ້ຮອງ, ຄະນະປະທານສະພາແຫ່ງຊາດ ຈະແມ່ນ ທ່ານ ໄຊສົມພອນ ພົມວິຫານ ເປັນປະທານ ແລະຈະມີຜູ້ຮອງ 5 ຄົນ.

ພ້ອມກັນນັ້ນ ໃນບັນຊີດັ່ງກ່າວ ຍັງມີຣາຍຊື່ຜູ້ນໍາອົງການ ຕຸລາການ: ສານ ແລະອັຍການ, ບັນດາເຈົ້າແຂວງ, ຜູ້ນໍາກົງຈັກສູນກາງພັກ 7 ໜ່ວຍງານ, ປະທານສູນກາງ ແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງມະຫາຊົນ: ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງ ສະຫະພັນກໍາມະບານລາວ ແລະ ສູນກາງ ສະຫະພັນ ແມ່ຍິງລາວ ນໍາດ້ວຍ.

ເບີ່ງລວມແລ້ວ ເຫັນວ່າ ສຽງສ່ວນຫຼາຍ ທີ່ວິທຍຸເອເຊັຽເສຣີໄດ້ ໂອ້ລົມນໍາ ແມ່ນເຫັນໄປຕາມບັນຊີຣາຍຊື່ ຄະນະນໍາປະເທດ ຊຸດໃໝ່ ທີ່ວິທຍຸເອເຊັຽເສຣີໄດ້ຮັບ ຈາກແຫລ່ງຂ່າວ ທີ່ເຊື່ອຖືໄດ້ ໃນຕອນເຊົ້າຂອງວັນທີ 11 ມິນາ 2021 ນີ້.

ແຕ່ເຖິງຢ່າງໃດກໍຕາມ ກໍຕ້ອງໄດ້ລໍຖ້າເບິ່ງຜົລ ຂອງການເລືອກຕັ້ງ ຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາແຫ່ງຊາດ ຊຸດທີ 9 ທີ່ຈະໄຂຂຶ້ນ ໃນມື້ວັນທີ 22 ມິນາ 2021 ນັ້ນກ່ອນ ວ່າຈະອອກມາຄືແນວໃດ, ແຕ່ກໍຄົງຈະບໍ່ນອກເໜືອ ໄປຈາກ 3 ທ່ານທີ່ວ່ານັ້ນ ໄດ້ເປັນ ປະທານປະເທດ, ເປັນ ນາຍົກຣັຖມົນຕຣີ ແລະ ເປັນປະທານ ສະພາແຫ່ງຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ຄະນະພັກແຂວງຈຳປາສັກ
Mar 28, 2021 09:20 PM

ນາຍົກ ຄຳພັນວິພາວັນ ນີ້ ມັກປາກເວົ້າ ວາງແຜ່ນ ກວ້າງໄກໂພດ ມັນສີເຮັດໄດ້ບໍ ທ່ານ ທອງລົນ ເພິ່ນບໍ່ໄດ້ປາກເວົ້າເກີນ ແຕ່ພາກປະຕິບັດເພີ່ນເຮັດແທ້ທຳຈິງ: