ສະພາແຫ່ງຊາດຈະເຂັ້ມແຂງ ເມືອໜ້າ

ອະວາຣີ
2016.03.18
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

ສະພາ ແຫ່ງຊາດລາວ ຈະມີອຳນາດ ຫຼາຍຂຶ້ນ ເພາະຈະມີ ສະມາຊິກ ທີ່ມີຄວາມຮູ້ ຄວາມສາມາດ ສູງ. ປະຊາຊົນລາວ ເກືອບ ສີ່ລ້ານຄົນ ຈະ ໄປປ່ອນບັດ ເລືອກເອົາ ສະມາຊິກ ສະພາ ແຫ່ງຊາດ ຊຸດໃໝ່ ແລະ ສະພາແຂວງ ຊຸດທຳອິດ ໃນ ວັນອາທິດ ຈະ ມາເຖິງນີ້.

ເຈົ້າໜ້າທີ່ ຂັ້ນສູງຂອງພັກ ແລະ ຣັຖບານ ຫຼາຍຄົນ ເຊື່ອວ່າ ສະພາ ແຫ່ງຊາດລາວ ຊຸດໃໝ່ ຈະມີອຳນາດ ຫຼາຍກວ່າ ຊຸດ ທີ່ຜ່ານໆມາ ເພາະ ຣັຖທັມມະນູນ ສະບັບປັບປຸງ ໃໝ່ ບົ່ງໄວ້ ຢ່າງແຈ່ມແຈ້ງ ວ່າ ສະພາ ແຫ່ງຊາດ ເປັນ ສະຖາບັນ ສູງສຸດ ຂອງປະເທດ. ແຕ່ກ່ອນ ສະພາ ແຫ່ງຊາດ ເປັນພຽງ ເຄື່ອງມືຮັບໃຊ້ ພັກ ປະຊາຊົນ ປະຕິວັດ ລາວ ເທົ່ານັ້ນ.

ທ່ານ ຈຳປາທອງ ຈັນທະຜາສຸກ ອາຈານສອນ ສະຖາບັນ ການເມືອງ ແລະ ການປົກຄອງ ທ່າງ່ອນ ກ່າວກັບ ໜັງສືພິມ ວຽງຈັນທາມສ ຂອງ ທາງການລາວ ວ່າ ສະພາ ແຫ່ງຊາດ ຊຸດໃໝ່ ຈະເຂັ້ມແຂງ ກວ່າແຕ່ກ່ອນ ເພາະຊຸດນີ້ ມີຜູ້ສມັກ ທີ່ມີ ຄວາມຮູ້ສູງ ໂດຍສະເພາະ ໃນດ້ານ ພິຈາຣະນາ ຮ່າງກົດໝາຍ ແລະ ສຳຣວດ ກວດກາ ການ ບໍຣິຫານ ງານ ຂອງ ຣັຖບານ.

ສ່ວນ ທ່ານ ສົມພູ ດວງສວັນ ຮອງ ປະທານ ຄນະ ກັມມະການ ວັທນະທັມ ແລະ ສັງຄົມ ຂອງ ສະພາ ແຫ່ງຊາດ ໃຫ້ ຄຳເຫັນວ່າ ຜ່ານມາ ເຈົ້າໜ້າທີ່ ຂັ້ນສູງ ຂອງ ພັກ-ຣັຖ ມີຫຼາຍໜ້າທີ່ ຕຳແໜ່ງ ທັງເປັນ ເຈົ້າໜ້າທີ່ ຣັຖບານ ແລະເປັນ ສະມາຊິກ ສະພາ ແຫ່ງຊາດ ພ້ອມໆກັນ. ແຕ່ ສະພາແຫ່ງຊາດ ຊຸດໃໝ່ນີ້ ທ່ານ ເຊື່ອວ່າ ເຈົ້າໜ້າທີ່ ຣັຖບານ ທີ່ໄດ້ຮັບ ເລືອກຕັ້ງ ອາດຈະລາຈາກ ຕຳແໜ່ງ ໃນຣັຖບານ ມາ ປະຕິບັດ ໜ້າທີ່ ໃນສະພາ ຢ່າງເຕັມທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.