ສະພາແຫ່ງຊາດຈະຫາລື ປະເດັນ ສໍາຄັນ

ໄຊຍາ
2018.11.19
ພາຍໃນຫ້ອງປະຊຸມ ສະພາແຫ່ງຊາດ ສປປ ລາວ (ຫຼັກ 6)
photo courtesy of message news

ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ຄັ້ງທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ຈະເຣີ້ມຂຶ້ນໃນວັນທີ 20 ພຶສຈິການີ້ ໂດຍປະເດັນທີ່ ສຳຄັນ ໃນກອງປະຊຸມປະກອບມີ ນາຍົກຣັຖມົນຕຣີ ສປປ ລາວ ຈະຣາຍງານແຜນພັທນາເສຖກິສ-ສັງຄົມ, ແຜນງົບປະມານ ແຫ່ງຣັຖ, ແຜນເງິນຕຣາ ປີ 2018 ແຜນປະຈຳປີ 2019 ແລະບົດຣາຍງານສລຸບຂາດຕົວ ແຜນງົບປະມານແຫ່ງຣັຖ ປະຈຳປີ 2017.

ສ່ວນກະຊວງໂຍທາທິການ ແລະຂົນສົ່ງ ຈະຊີ້ແຈງກ່ຽວກັບການກໍ່ສ້າງ ແລະສ້ອມແປງຖນົນ ທີ່ເຫັນວ່າຄຸນນະພາບ ການກໍ່ສ້າງຕໍ່າ ມູນຄ່າ ການກໍ່ສ້າງສູງ ແກ່ຍາວເວລາກໍ່ສ້າງ, ກະຊວງສາທາຣະນະສຸຂ ຈະຊີ້ແຈງຄຸນນະພາບ ການບໍຣິການ ການປີ່ນປົວຢູ່ ໂຮງໝໍ ແລະສຸຂສາລາ ນອກຈາກນີ້ຍັງມີ ບົດຣາຍງານລຶບລ້າງ ຄວາມທຸກຍາກ, ຮັບຮອງເອົາຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະຣາຍງານ ຂອງອົງການກວດສອບແຫ່ງຣັຖ.

ໃນສ່ວນຂອງການແກ້ໄຂກົດໝາຍ ຈະພິຈາຣະນາ ປັບປຸງ ແລະທາບທາມຮ່າງກົດໝາຍ ຈຳນວນ 9 ສະບັບ ໃນນັ້ນຮ່າງກົດໝາຍສ້າງໃໝ່ 7 ສະບັບ ເຊັ່ນຮ່າງກົດໝາຍວ່າດ້ວຍສຳນັກງານ ຜູ້ຕາງໜ້າປະຈຳຢູ່ຕ່າງປະເທສ, ຮ່າງກົດໝາຍວ່າດ້ວຍ ຄົນພິການ, ຮ່າງກົດໝາຍວ່າດ້ວຍ ຄວາມປອດພັຍດ້ານລັງສີ, ຮ່າງກົດໝາຍວ່າດ້ວຍລາຍເຊັນອີເລັກໂທຣນິກ, ຮ່າງກົດໝາຍວ່າດ້ວຍປະກັນສຸຂະພາບ, ຮ່າງກົດໝາຍວ່າດ້ວຍ ການຣົດໄຟ ແລະ ປະມວນກົດໝາຍແຜ່ງ, ສ່ວນຮ່າງກົດໝາຍປັບປຸງ ມີ 1 ສະບັບ ຄື ກົດໝາຍວ່າດ້ວຍທະນາຄານ ແລະ ຮ່າງກົດໝາຍ ທາບທາມ ມີ 1 ສະບັບຄື ກົດໝາຍວ່າດ້ວຍ ທີ່ິດິນ.

ໃນຂນະດຽວກັນ ປະຊາຊົນຮຽກຮ້ອງ ໃຫ້ມີການລົງເລິກແກ້ໄຂບັນຫາ ການດຳລົງຊິີວິດໂດຍສະເພາະ ແມ່ນປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການກໍ່ສ້າງພື້ນຖານໂຄງຮ່າງ ທົ່ວປະເທສ, ດັ່ງປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ທີ່ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີວ່າ:

"ປັດຈຸບັນກະບໍ່ຊ່າງສິວ່າອີຫຍັງ ເພິ່ນກະວ່າສິມາໃຊ້ ວ່າສິໃຊ້ຢູ່ບໍ່ເຫັນໃຊ້ປານນີ້ ແມ່ນແຫລະລໍຖ້າເງິນປັດຈຸບັນນີ້ນະ ແຕ່ວ່າເພິ່ນບໍ່ວ່າຫຍັງ ເທື່ອເດ."

ເຖິງແມ່ນວ່າທາງຣັຖບານ ຈະເປີດໃຫ້ປະຊາຊົນ ມີສ່ວນຮ່ວມດ້ວຍການເປີດສາຍດ່ວນ 156 ໃຫ້ປະຊາຊົນໂທເຂົ້າໄປຮ້ອງທຸກ ກໍ່ຕາມ ແຕ່ ບັນຫາທີ່ປະຊາຊົນສເນີໄປນັ້ນ ກໍບໍ່ໄດ້ຮັບການແກ້ໄຂ ດັ່ງປະຊາຊົນ ແຂວງຫົວພັນກ່າວວ່າ:

"ບໍ່ໄດ້ສົນໃຈດ້ານນັ້ນມີແຕ່ວ່າຟັງເຂົາຊື່ໆ ເພາະວ່າເຮົາກະຂີ້ຄ້ານໂທລະສັບໄປວຸ້ນວາຍເຂົາ ເຂົາເປີດອີ່ຫຍັງກາຟັງ ມີຂໍ້ສົນໃຈຈື່ງຄ່ອຍຖາມ."

ກອງປະຊຸມສະພາແຫ່ງຊາດ ສປປລາວ ຊຸດນີ້ ຈະດຳເນີນໄປເປັນເວລາ 22 ວັນ ເຊິ່ງຈະເຣີ້ມວັນທີ 20 ພຶສຈິກາ ແລະ ປິດລົງໃນວັນທີ 21 ທັນວາ ປີ 2018 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.