ສະພາແຫ່ງຊາດ ປິດ ປະຊຸມ
2018.06.28

ໃນຕອນບ່າຍ ຂອງມື້ວັນທີ 28 ມີຖຸນາ 2018 ນີ້ ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີປິດກອງປະຊຸມສະພາ ແຫ່ງຊາດລາວ ສມັຍສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດ ຊຸດທີ 8 ພາຍໃຕ້ການເປັນປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້ ປະທານສະພາ ແຫ່ງຊາດລາວ ພາຍຫລັງທີ່ໄດ້ດໍາເນີນ ມາແຕ່ມື້ວັນທີ 5 ມີຖຸນາ. ຍານາງ ປານີ ຢ່າທໍ່ຕູ້ ໄດ້ກ່າວປິດກອງປະຊຸມ ຕອນນຶ່ງວ່າ:
"ມາຮອດນີ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ຂໍອັດກອງປະຊຸມ ສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ 8 ຢ່າງເປັນ ທາງການ ນັບແຕ່ເວລານີ້ເປັນຕົ້ນໄປ ຂໍຂອບໃຈ."
ກ່ອນປິດກອງປະຊຸມ ຍານາງ ສວນສວັນ ວິຍະເກດ ເລຂາທິການ ສະພາແຫ່ງຊາດ ໄດ້ຕາງໜ້າຄນະກອງເລຂາ ສະພາແຫ່ງຊາດ ກ່າວ ຮັບຮອງ 2 ມະຕິຂອງກອງປະຊຸມສະພາ ແຫ່ງຊາດ ຄືຮ່າງມະຕິ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັທນາ ເສຖກິດສັງຄົມ, ແຜນ ງົບປະມານແຫ່ງຣັຖ ປະຈໍາ 4 ເດືອນຜ່ານມາ, ຄາດຄະເນການປະຕິບັດແຜນ ພັທນາເສຖກິດ-ສັງຄົມ 6 ເດືອນຕົ້ນປີ ແລະທິດທາງ ວຽກງານຈຸດສຸມ 6 ເດືອນທ້າຍປີ 2018 ແລະມະຕິ ວ່າດ້ວຍແຜນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ຮອດປີ 2030. ດັ່ງທີ່ຍານາງກ່າວວ່າ:
"ຕາງໜ້າ ໃຫ້ກອງເລຂາກອງປະຊຸມ ຂ້າພະເຈົ້າ ຂໍອະນຸຍາດຜ່ານ 2 ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ດັ່ງນີ້: ຮ່າງມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາບົດຣາຍງານຂອງຣັຖບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ, ແຜນງົບປະມານແຫ່ງຣັຖ ປະຈໍາ 4 ເດືອນຜ່ານມາ, ຄາດຄະເນປະຕິບັດແຜນ 6 ເດືອນຕົ້ນປີ ແລະທິດທາງ ວຽກງານຈຸດສຸມ 6 ເດືອນທ້າຍປີ 2018. ມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍແຜນແມ່ບົດ ຈັດສັນທີ່ດິນ ແຫ່ງຊາດ ຮອດປີ 2030."
ຕລອດກອງປະຊຸມ ທີ່ດໍາເນີນໄປເປັນເວລາ 18 ມື້ ນອກຈາກໄດ້ປະກອບ ຄວາມຄຶດຄວາມເຫັນໃສ່ບົດຣາຍງານຂອງຣັຖບານ ແລະຮັບຮອງ ເອົາແລ້ວ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງໆ ຍັງໄດ້ປະກອບຄວາມຄຶດຄວາມເຫັນ ແລະຮັບຮອງ ເອົາກົດໝາຍຈໍານວນ 13 ສະບັບທີ່ຣັຖບານ ແລະພາກສ່ວນກ່ຽວຂ້ອງ ໄດ້ສເນີເຂົ້າມາ. ໃນນັ້ນ ມີ 8 ສະບັບທີ່ເປັນກົດໝາຍສ້າງໃໝ່ ແລະ 5 ສະບັບເປັນ ກົດໝາຍ ສະບັບປັບປຸງ.