ປະຊຸມສະພາແຫ່ງຊາຕສມັຍ ສາມັນ ເທື່ອທີ 4

ໄມຊູລີ
2017.10.16
F-Pany ຍານາງ ປານີ ຢ່າທໍ່ຕູ້ ປະທານ ສະພາແຫ່ງຊາຕ ສປປລາວ
Screen captured LNTV video

ກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາຕ ຊຸດທີ 8 ໄດ້ເປີດຂຶ້ນ ຢ່າງເປັນທາງການແລ້ວ ໃນຕອນ ເຊົ້າຂອງວັນທີ 16 ຕຸລາ 2017 ທີ່ສູນປະຊຸມແຫ່ງຊາຕ ຫຼັກ 6 ໃນນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງຍານາງ ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາຕລາວ ພ້ອມດ້ວຍ ຄນະປະທານອີກ 3 ທ່ານ. ດັ່ງ ປະທານສະພາແຫ່ງຊາດ ກ່າວເປີດ ກອງປະຊຸມ ໃນ ຕອນນຶ່ງວ່າ:

“ຂ້າພະເຈົ້າປະກາດໄຂກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 8 ຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ ຂໍຂອບໃຈ"

ພາຍຫຼັງທີ່ປະທານ ສະພາແຫ່ງຊາຕ ໄດ້ກ່າວເຖິງເນື້ອໃນ ໂດຍຫຍໍ້ ທີ່ຈະມີການປຶກສາຫາລືກັນ ໃນກອງປະຊຸມຄັ້ງນີ້ ແລະ ກ່າວເປີດກອງ ປະຊຸມແລ້ວ, ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຼີລາວ ກໍໄດ້ຂຶ້ນກ່າວ ບົດຣາຍງານ ການຈັດຕັ້ງປະຕິບັດ ແຜນງົບປະມານ ປະຈຳປີ 2017 ຂອງຣັຖບານ ຕໍ່ກອງປະຊຸມ ສະພາເທື່ອນີ້ ຖ່າມກາງທີ່ຍັງມີ ຫຼາຍບັນຫາ ແລະ ສິ່ງທ້າທາຍ ທີ່ຣັຖບານ ຈະຕ້ອງໄດ້ ເລັ່ງແກ້ໄຂ. ດັ່ງທ່ານໄດ້ກ່າວ ຕອນນຶ່ງວ່າ:

“ຜ່ານການບໍຣິຫານ ປະເທສຜ່ານມາ 1 ປີ 6 ເດືອນ, ໂດຍສະເພາະ ຜ່ານການຈັດຕັ້ງປະຕິບັດ ແຜນພັທນາ ເສຖກິຈ-ສັງຄົມ ປີ 2017 ຜ່ານມານັ້ນ, ຣັຖບາລເຫັນມີ ຫຼາຍບັນຫາ ແລະຂໍ້ຄົງຄ້າງທີ່ຈະ ຕ້ອງສຸມໃສ່ແກ້ໄຂ ຢ່າງຈິງຈັງ ເພື່ອປະຕິບັດ ມະຕິຕົກລົງ ຂອງສະພາ ແຫ່ງຊາຕ ໃຫ້ມີຜົລສຳເຣັດ”.

ນອກຈາກນີ້ແລ້ວ, ທ່ານ ທອງລຸນ ຍັງໄດ້ກ່າວຍອມຮັບວ່າ ໃນສົກປີ ງົບປະມານ 2017 ນີ້, ເສຖກິຈຂອງປະເທສລາວ ຈະຂະຫຍາຍໂຕ ຫຼຸດຄາດໝາຍ ຄືຈະຂະຫຍາຍໂຕ ພຽງ 6,8% ຈາກທີ່ເຄີຍ ຖແລງນະໂຍບາຍ ຕໍ່ສະພາແຫ່ງຊາຕ ວ່າຈະສູ້ຊົນໃຫ້ ບັນລຸຄາດໝາຍ 7%.

ເຖິງຢ່າງໃດກໍ່ຕາມ ທ່ານ ທອງລຸນ ກໍອ້າງວ່າ ຜ່ານການບໍຣິຫານງານ ເປັນເວລາ 1 ປີ 6 ເດືອນ, ຣັຖບາລກໍສາມາດແກ້ໄຂບັນຫາ ຂອງ ສັງຄົມໄດ້ຢ່າງມີຄວາມກ້າວໜ້າ ໂດຍສະເພາະແມ່ນຄວາມ ເດັດຂາດ ໃນການປາບປາມ ກຸ່ມຜູ້ຄ້າຢາເສພຕິດ ແລະ ບັນຫາ ການຄຸ້ມຄອງ ແຮງງານ ຕ່າງປະເທສໃນລາວ ແລະ ແຮງງານລາວ ໃນຕ່າງປະເທສ ລວມໄປເຖິງ ການແກ້ໄຂບັນຫາ ຊາຍແດນ ລາວ-ກຳພູຊາ ໂດຍ ສັນຕິວິທີ.

ຕລອດເວລາເກືອບ 1 ເດືອນ ໃນຕໍ່ໜ້າ, ກອງປະຊຸມສະພາແຫ່ງຊາຕລາວ ຄັ້ງນີ້ ຍັງຈະໄດ້ຮັບຟັງ ບົດຣາຍງານ ການເຄື່ອນໄຫວ ຂອງ ອົງການຈັດຕັ້ງຂັ້ນກະຊວງ ແລະອົງການທຽບເທົ່າກະຊວງ ເປັນຕົ້ນວ່າ ອົງການກວດສອບແຫ່ງຣັຖ ອົງການອັຍການ ແລະສານປະຊາຊົນ ສູງສຸດ. ພ້ອມດຽວກັນນັ້ນ ບັນດາສະມາຊິກສະພາແຫ່ງຊາຕ ກໍຈະໄດ້ປະກອບຄວາມຄຶດເຫັນ ໃສ່ຮ່າງກົດໝາຍ ສ້າງໃໝ່ 9 ສະບັບ ແລະ ກົດໝາຍສະບັບປັບປຸງ 7 ສະບັບ ເພື່ອພິຈາຣະນາ ແລະ ຮັບຮອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.