ສະພາຫາລືການສຶກສາ ທາງໄກ E-learning

ອຸ່ນແກ້ວ ສຸກສະຫວັນ
2017.10.27
F-NAS ສະຖາບັນສູງສຸດ ສະພາ ແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ
Public Domain

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ສະມາຊິກສະພາແຫ່ງຊາດ ອະພິປາຍກ່ຽວກັບ ຄວາມສຳຄັນ ຂອງ ການສຶກສາ ທາງໄກ ຫລື E-Learning  ເພື່ອປະຢັດ ງົບປະມານ ທາງດ້ານການສຶກສາ ແລະຈະເປັນການໃຊ້ ອິນເຕີເນັດໃຫ້ເກີດ ປະ ໂຫຍດ. ທ່ານ ຫົງຄຳ ສຸວັນນະວົງ ສະມາຊິກ ສະພາແຫ່ງຊາດ ໄດ້ກ່າວຕອນນຶ່ງວ່າ:

"ໃນລະຍະສະພາບທີ່ງົບປະມານຂອງຣັຖ ທີ່ບໍ່ພຽງພໍ ມັນຄວາມຈຳເປັນ ພັທນາເລື້ອງການສຶກສານີ້ ພວກເຮົາຄວນຫາວິທີອື່ນ ທີ່ເປັນການ ລົງທຶນ ໃນຂະແໜງການ ສຶກສານີ້ໃນຍຸກ ປັດຈຸບັນນີ້ ກໍຄືຍຸກ ດິຈິຕອນນີ້ ພາກລັດຄວນພິຈາລະນາ ເບິ່ງການສຶກສາ ຊ່ອງທາງອື່ນ ເພື່ອ ໃຫ້ມີ ໂດຍທີ່ວ່າ ມີເງື່ອນໄຂໃຊ້ງົບປະມານ ຕ່ຳລົງ ແຕ່ວ່າ ມີຄຸນນະພາບ ຂ້າພະເຈົ້າ ຄິດວ່າການສຶກສາ ທາງໄກ ໂດຍສະເພາະແມ່ນ E-Learning ເປັນທາງອອກ ທີີ່ຄິດວ່າເໝາະສົນ ໃນປະເທດເຮົາ".

ສຳລັບລະບົບການສຶກສາທາງໄກ ທີ່ຖືກສະເໜີໃນກອງປະຊຸມສະພາ ນັ້ນ ການຮຽນ ການສອນທາງໄກ ຈະມີລະບົບຄືກັນ ຄືລະບົບຜູ້ຮຽນ ແລະຜູ້ສອນ ຈະຢູ່ໄກກັນ ຈະມີການຮຽນ ເນົ້ນເລື້ອງ ອິນເຕີເນັດ ເປັນຫລັກ ເປັນຕົ້ນແມ່ນການຮຽນ ລະຜ່ານລະບົບ ຄລິບສຽງ, ວີດີໂອ, ຄອມພິວເຕີ ແລະ ໂທລະທັດ.

ການສະເໜີຮຽນລະບົບດັ່ງກ່າວ ທ່ານ ຫົງຄຳ ສະເໜີໃຫ້ວ່າ ຕ້ອງໄດ້ອາໃສ ພາກເອກກະຊົນ ທີ່ມີຄວາມພ້ອມລົງທຶນ ເປັນສຳຄັນ ພາຍໃຕ້ ການຄຸ້ມຄອງ ຂອງກະຊວງສຶກສາທິການ ແລະກິລາ. ການຮຽນ ແລະການສອນທາງໄກ ຈະສາມາດດຳເນີນການ ຢູ່ນະຄອນຫຼວງວຽງຈັນ ແຕ່ສຳລັບຢູ່ຕ່າງແຂວງ ແລະ ເຂດຫ່າງໄກ່ສອກຫລີກ ຍັງເປັນເລື້ອງທີ່ຍາກ, ດັ່ງເຈົ້າໜ້າທີ່ ຂະແໜງການ ສຶກສາ ນະຄອນຫລວງ ໄດ້ກ່າວ ຕອນນຶ່ງວ່າ:

"ລະບົບ E-Learning ອັນນີ້ ມັນກະເປັນສິ່ງທີ່ດີເນາະ ແຕ່ວ່າຈະເປັນສະເພາະ ໂຮງຮຽນໃດ ໂຮງຮຽນນຶ່ງ ທີ່ມີຄວາມພ້ອມ ອາດຈະເປັນ ໄປໄດ້ເນາະ ໂດຍສະເພາະຢູ່ໂຮງຮຽນ ທີ່ເປັນເອກກະຊົນ ວ່າຊັ້ນຊະ ເຮົາຄິດວ່າ ມັນມີຄວາມເປັນໄປໄດ້ສູງຢູ່ ແຕ່ວ່າ ຄືໂຮງຮຽນພາກຣັຖ ນີ້ຍ້ອນຊັພຍາກອນມະນຸດ ບໍ່ມີຄວາມພ້ອມ ອັນນີ້ ກະຄິດວ່າ ຍັງເຫັນຄວາມເປັນໄປໄດ້ ມີໜ້ອຍເນາະ ຖ້າວ່າຢູ່ເຂດ ຊົນນະບົດຍິ່ງຈະເປັນ ສິ່ງທີ່ ຂ້ອນຂ້າງ ບໍ່ເຫັນເລີຍເນາະ ເພາະວ່າ ເຮົາຊິເຮັດແນວໃດ ເຮົາຊິໃຊ້ລະບົບ E-Learning ແບບໃດ".

ເຈົ້າໜ້າທີ່ກ່າວຕື່ມອີກວ່າການມີລະບົບ E-Learning ນັ້ນກໍດີສາມາດລົດຕົ້ນທຶນ ບຸກຄະລາກອນໄດ້ ແຕ່ຕ້ອງໄດ້ໃຊ້ ເວລາຫລາຍໃນການ ໃຫ້ຄວາມຮູ້ ໃຫ້ຜູ້ຮຽນ ແລະ ຜູ້ສອນ ໃນພື້ນທີ່ຕ່າງໆ ເຂົ້າໃຈວິທີການ ໃນລະບົບການສຶກສາ ທາງໄກ ທີ່ມີຄວາມແປກໃໝ່ ນອກຈາກນີ້ ກໍຕ້ອງຄຳນຶງເຖິງ ພື້ນທີ່ຊົນນະບົດ ທີ່ບໍ່ມີ ອິນເຕີເນັດ ໄຟຟ້າບໍ່ທັນ ເຂົ້າເຖີງອີກດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.