ທາງການລາວລໍຖ້າ ຈີນ ສົ່ງ ມືສັງຫານ ກັບມາ
2017.10.25

ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບຂອງລາວ ເປີດເຜີຍເຖິງຄວາມຄືບໜ້າ ຄະດີຄົນຮ້າຍລອບຍິງ ທ້າວ ຊູ ຫວັງ ຖຽນ ນັກທຸຣະກິດ ຊາວໃຕ້ຫວັນ ອາຍຸ 70 ປີ ເສັຍຊີວິດ ຢູ່ຫ້າງສັບພະສິນຄ້າ ສີໄຄ ປລາຊາ ນະຄອນຫລວງວຽງຈັນ.
ຫລ້າສຸດເຈົ້າໜ້າທີ່ຕຳຣວດຈີນສາມາດ ຈັບນຶ່ງໃນຜູ້ຕ້ອງຫາ ທີ່ເປັນຄົນລົງມືຂ້າໄດ້ແລ້ວ ຫລັງຈາກທີ່ຜູ້ຕ້ອງຫາ ໄດ້ຫລົບໜີໄປຢູ່ ປະເທດຈີນ ແລ້ວທາງການລາວ ໄດ້ປະສານໄປຫາ ທາງການຈີນ ໃຫ້ຈັບຕົວໄວ້.
ແຕ່ເຈົ້າໜ້າທີ່ຍັງບໍ່ແນ່ໃຈວ່າ ທາງການຈີນຈະສົ່ງໂຕ ຜູ້ຕ້ອງຫາມາໃຫ້ ທາງການລາວ ສືບສວນສອບສວນ ຫລືບໍ່, ດັ່ງເຈົ້າໜ້າທີ່ ກະຊວງ ປ້ອງກັນຄວາມສະຫງົບ ທ່ານນຶ່ງ ກ່າວວ່າ:
"ກະມີແຕ່ຮູ້ວ່າ ເຂົາຈັບໄດ້ແລ້ວວ່າຊັ້ນ ແຕ່ວ່າບໍ່ທັນຮູ້ວ່າເຂົາຈະສົ່ງ ຫລືບໍ່ສົ່ງ ແຕ່ດຽວນີ້ທາງການຈີນ ຍັງບໍ່ທັນສົ່ງຄົນຮ້າຍ ມາໃຫ້ເຮົາສອບ ສວນເທື່ອ ຍັງບໍ່ທັນຮູ້ ຣາຍລະອຽດ"
ເຈົ້າໜ້າທີ່ກ່າວຕື່ມອີກວ່າ ຫລ້າສຸດເຈົ້າໜ້າທີ່ ຕຳຣວດລາວ ໄດ້ປະສານໄປຫາ ເຈົ້າໜ້າທີ່ຕຳຣວດຈີນ ເພື່ອຂໍຕົວຜູ້ຕ້ອງຫາ ມາສອບສວນ ຢູ່ລາວ ເພາະຕ້ອງການຂໍ້ມູນ ຫຼາຍຢ່າງໃນຄະດີນີ້ ແລະ ຍັງບໍ່ຮູ້ວ່າ ຜູ້ທີ່ລົງມືກໍ່ເຫດຍິງ ທ້າວ ຊູ້ ນັ້ນແມ່ນເປັນຜູ້ທີ່ ຂັດແຍ່ງທຸລະກິດກັບ ທ້າວຊູ້ ຫລືວ່າ ຖືກຜູ້ອື່ນຈ້າງໃຫ້ຂ້າ.
ປັດຈຸບັນ ເຈົ້າໜ້າທີ່ທາງການລາວ ໃຫ້ການສັນນິຖານວ່າ ການຄາດຕະກັມ ໃນຄັ້ງນີ້ຍ້ອນຂັດແຍ່ງ ທາງດ້ານທຸຣະກິດ, ເຫດຄາດຕະກັມ ດັ່ງກ່າວ ເກີດຂຶ້ນໃນວັນທີ 7 ຕຸລາ 2017 ໂດຍມີຄົນຮ້າຍ 2 ຄົນ ຂີ່ລົດຈັກ ເຂົ້າມາຍິງ ທ້າວ ຊູ ທັງໝົດ 13 ນັດ ຈົນເສັຍຊີວິດຄາທີ່ ແລ້ວຄົນຮ້າຍກໍໜີໄປ ແລະຕໍ່ມາໃນວັນທີ 8 ຕຸລາ ເຈົ້າໜ້າທີ່ຕຳຣວດ ໄດ້ພົບລົດຈັກ ທີ່ໃຊ້ກໍ່ເຫດ ຈອດປະໄວ້ ຢູ່ໜ້າວັດ ສີຊົມຊື່ນ ເມືອງ ສີໂຄດຕະບອງ ແລະ ເຈົ້າໜ້າທີ່ ໝັ້ນໃຈວ່າ ຄົນຮ້າຍ ເປັນຊາວຕ່າງຊາດ ແລະໄດ້ປະສານ ໄປຍັງປະເທດເພື່ອນບ້ານ ໃຫ້ຊ່ວຍຕິດຕາມ ຈັບໂຕ.
ສຳລັບທ້າວ ຊູ ຫວັງ ຖຽນ ເປັນນັກທຸຣະກິດ ຕ່າງຊາດຣາຍໃຫຍ່ ທີ່ເຂົ້າມາເຮັດທຸຣະກິດ ຢູ່ລາວເປັນເວລາ 50 ປີ ແລະມີແຜນຈະເປີດ ຫ້າງສັບພະສິນຄ້າ ສີໄຄ ປລາຊາ ໃນທ້າຍປີນີ້ແຕ່ຖືກຍິງ ເສັຍຊີວິດກ່ອນ.