ສື່ມວນຊົນບໍ່ໝັ້ນໃຈຈະ ອອກຂ່າວ ຜູ້ສໍ້ຣາສ

ສົມເນ
2017.05.03
f-thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປ ລາວ
Screen captured LNTV video

ສື່ມວນຊົນລາວ ຍັງບໍ່ໝັ້ນໃຈວ່າຈະສາມາດເປີດເຜີຽ ການກະທໍາຜິດ ຂອງຜູ້ສໍ້ຣາດບັງຫລວງໄດ້ ເຖິງແມ່ນວ່າ ນາຍົກ ຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ກ່າວໃນສະພາວ່າ ໃຫ້ເປີດເຜີຽ ທຸກໆຄະດີ ທີ່ກ່ຽວກັບການ ສໍ້ຣາສບັງຫລວງ ທີ່ຕັດສີນໄປແລ້ວນັ້ນ ເພື່ອໃຫ້ ສາທາຣະ- ນະຊົນ ໄດ້ຮູ້ນໍາ ຍ້ອນວ່າຕ້ອງມີການ ກວດກາຈາກ ເຈົ້າໜ້າທີ່ຂ່າວ ຣະດັບສູງ ກ່ອນຈະອອກ ຂ່າວໄດ້. ດັ່ງສື່ມວນຊົນລາວ ຄົນນຶ່ງທີ່ບໍ່ ປະສົງ ອອກຊື່ ໄດ້ກ່າວກັບ ເອເຊັຽເສຣີ ໃນວັນທີ 2 ພຶສພາ ນີ້ວ່າ:

"ຂໍ້ຫຍຸ້ງຍາກເອົາຂ່າວນີ້ລົງເລີຽວ່າ ເອີ້ ຜູ້ນີ້ຄໍຣັບຊັນ ເທົ່ານັ້ນເທົ່ານີ້ ມັນບໍ່ໄດ້ ທິມງານ ຕ້ອງສະແກນກັນວ່າ ອອກຂ່າວ ໄປແບບນີ້້ແລ້ວ ມັນຈະເກີດ ຜົລກະທົບ ອີ່ຫຍັງ ຖ້າຫາກມັນເປັນ ຂ່າວໃຫ່ຽເນາະ ເປັນຜູ້ໃຫ່ຽນີ້ນະ ກໍຕ້ອງແບບວ່າ ສານກໍມີສ່ວນ ແລ້ວກໍຕ້ອງມີ ຫນ່ວຍ ງານອື່ນໆ ມາເຫັນດີວ່າ ເອີ້ຂ່າວນີ້ຄວນຈະອອກບໍ່ ຕ້ອງມີກະຊວງ ຖແລງຂ່າວນໍາແລ້ວ ກໍມີຫນ່ວຍງານ ທີ່ກ່ຽວຂ້ອງ, ຍົກຕົວຢ່າງວ່າ ທ່ານນັ້ນຫັ້ນ ລາວປະຈໍາຢູ່ ກະຊວງໃດ ເຮົາຈະຕ້ອງ ມີການໂອ້ລົມກັບ ກະຊວງນັ້ນກ່ອນ ຈຶ່ງຄ່ອຍມີການ ຕັດສີນໃຈວ່າ ຂ່າວນີ້ສົມຄວນ ອອກບໍ".

ໃນຂນະດຽວກັນ ນັກຂ່າວອີກທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ໃຫ້ຄໍາເຫັນວ່າ ການນໍາສະເໜີຂ່າວ ເຣື້ອງການ ສໍ້ຣາສບັງຫຼວງໃນລາວ ຕາມທີ່ ທ່ານນາຍົກ ເວົ້ານັ້ນ ໃນຖານະສື່ມວນຊົນ ກໍຄິດວ່າ ຈະປະຕິບັດໄດ້ຢູ່ ແຕ່ກໍໄດ້ຍາກ:

"ກ່ອນໜ້ານີ້ຫັ້ນ ທ່ານທອງລຸນ ເວົ້າວ່າ ສິໃຫ້ນັກຂ່າວເນາະ ເຂົ້າໄປມີສ່ວນຮ່ວມ ໃນການອັນຊ່ວຍເຫລືອ ອີກທາງນີ້ກໍຄື ຊ່ວຍວຽກງານ ເປີດໂປງ ໃຫ້ຂ່າວໃຫ້ກັບ ປະຊາຊົນໄດ້ ຮູ້ກວ້າງຂວາງຂຶ້ນຕື່ມ ແຕ່ວ່າຟັນທົງ 100 ເປີເຊັນ ໃຫ້ປະຊາຊົນ ຮູ້ວ່າທ່ານເດີ ເປັນຜູ້ອັ່ນ ເປັນຜູ້ຍັກຍອກເງິນ ຂອງຣັຖ ຈັບໄດ້ຜູ້ທີ່ ສໍ້ຣາສບັງຫລວງ ໄດ້ເທົ່ານີ້ຄົນ ເທົ່ານັ້ນຄົນ ຢູ່ໃນຕໍາແຫນ່ງນັ້ນ ຕໍາແຫນ່ງນີ້ ຊຶ່ງຂໍ້ມູນ 100 ເປີເຊັນບໍ ມັນກໍອາດ ບໍ່ໄດ້ຮ້ອຍ ມັນຍັງມີ ຄວາມສ່ຽງຫລາຍ ມີຜົລຕໍ່ຜູ້ທີ່ ລົງຂ່າວໄດ້".

ນອກຈາກນີ້ ນັກຂ່າວອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກໍໄດ້ເວົ້າວ່າ ການສະເໜີຂ່າວ ຜູ້ສໍ້ຣາສບັງຫລວງ ຂອງ ເຈົ້າໜ້າທີ່ຣັຖ ໂດຍສະ- ເພາະ ຂັ້ນເທິງລະດັບສູງ ຖືວ່າຍັງເປັນເຣື້ອງ ໃໝ່ສໍາລັບສື່ຂອງລາວ ສະນັ້ນຈຶ່ງ ຍັງບໍ່ສາມາດ ປະຕິບັດໄດ້ ເຕັມຮ້ອຍ ແລະເຖິງວ່າຈະ ປະຕິບັດໄດ້ ກໍຄົງສະເໜີຂ່າວໃນທາງອອ້ມ. ເມື່ອວັນທີ 27 ເມສາຜ່ານມາທ່ານ ທອງລຸນສີສຸລິດ ກ່າວຕໍ່ກອງປະຊຸມ ສະມາຊິກສະພາ ວ່າ:

"ບາດນີ້ ເວົ້າເຣື້ອງຄວາມໂປ່ງໄສບໍ ເວົ້າເຣື້ອງການແກ້ໄຂບັນຫາ ການສໍ້ຣາສບັງຫລວງ ປາກົດວ່າໄດ້ ແກ້ໄຂໄປຫລາຍເຕີບ ແຕ່ມີແຕ່ວ່າ ບໍ່ອອກ ເປັນຂ່າວຊື່ໆ ຕໍ່ໄປນີ້ ຂໍສະເໜີວ່າ ແກ້ຜູ້ໃດ ແກ້ກໍຣະນີໃດ ກໍຂໍໃຫ້ສະມາຊິກ ສະພາຮູ້ ຂໍໃຫ້ສະມາຊິກ ສະພາ ທ້ອງຖິ່ນຮູ້ ຂໍໃຫ້ ປະຊາຊົນຮູ້. ຕາມຂ້າພະເຈົ້າ ໄດ້ຮັບລາຍງານ ຫລາຍໃດ໋ ປົດອອກກໍມີ ຈັບເຂົ້າຄຸກກໍມີ ຈັບເອົາໄປ ສືບສວນກໍມີ ອັນໃດມັນຈະ ມັນແຈ້ງ ແລ້ວ ສາມາດເຜີຽແຜ່ໄດ້ ເພື່ອບໍ່ໃຫ້ ຄົນອື່ນນີ້ ເຮັດຕໍ່".

ເຖິງຢ່າງໃດກໍດີ ຣັຖບານຊຸດນີ້ ມີຄວາມເດັດດ່ຽວ ຢາກຫລຸດຜ່ອນ ການສໍ້ຣາສບັງຫລວງ ຊຶ່ງເຮັດໃຫ້ຣັຖ ສູນເສັຽເງິນ ແລະ ຊັພສິນຫຼາຍ ສິບຕື້ກີບ ໃນແຕ່ລະປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.