ຄຣູອາສາ 16 ຄົນໄດ້ເປັນ ຣັຖກອນ

ສິດນີ
2018.06.08
f-education ຫ້ອງການຜແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ
RFA/VD

ຄຣູອາສາສມັກ ແຂວງຫລວງນໍ້າທາຈຳນວນນຶ່ງ ຖືກບັນຈຸເຂົ້າເປັນຣັຖກອນແລ້ວ ຫລັງຈາກໄດ້ເປັນຄຣູອາສາສມັກ ມາເປັນເວລາສາມປີ, ເປັນຕົ້ນທີ່ ເມືອງສິງ ຄຣູອາສາສມັກ ໄດ້ເຂົ້າເປັນຄຣູຖາວອນ ທັງໝົດແລ້ວ 16 ຄົນ, ໃນນັ້ນມີຜູ້ຍິງ 7 ຄົນ.

ໃນເວລາເປັນຄຣູອາສານັ້ນ ຄຣູສອນເຫລົ່ານີ້ ບໍ່ໄດ້ຮັບເງິນເດືອນ ຈາກຣັຖບານເລີຍ ໄດ້ແຕ່ເງິນເບັ້ຽລ້ຽງ 3 ແສນກີບຕໍ່ເດືອນ ທີ່ອຳນາດ ການປົກຄອງບ້ານ ແລະພໍ່ແມ່ ປະຊາຊົນພາຍໃນບ້ານ ທີ່ຄຣູອາສາສອນ ຢູ່ເກັບເງິນກັນເອງ ແລ້ວຈ່າຍໃຫ້ພວກເຂົາ. ດັ່ງຄຳເວົ້າຂອງ ຄຣູອາສາສມັກ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມີຖຸນານີ້ວ່າ:

“ເລີ່ມເປັນຄູອາສານີ້ມາໄດ້ 3 ປີແລ້ວເລີ່ມແຕ່ປີ 2015 ຫາ 2018 ນີ້ແຫຼະ 3 ປີຕອນເປັນຄູອາສາເຮົາສອນ ຂຶ້ນກັບບ້ານໃດ ແມ່ນບ້ານນັ້ນ ຈະເປັນຜູ້ຈ່າຍໃຫ້ ອິງໃສ່ຂໍ້ຕົກລົງ ຂອງເຈົ້າເມືອງ ໃຫ້ບ້ານທີ່ເຮົາໄປສອນເປັນຜູ້ຈ່າຍໃຫ້ ຕອນເປັນຄູອາສາເງິນເດືອນ ພຽງແຕ່ 3 ແສນ ນີ້ ແມ່ນເຮົາພຽງແຕ່ ໃສ່ນໍ້າມັນລົດ ມາໂຮງຮຽນຫລື ວ່າທຽວມາການ ເທົ່ານັ້ນສ່ວນອັນອື່ນ ຍັງໄດ້ຂໍພໍ່ແມ່ຈ່າຍຢູ່ ແຕ່ວ່າຄັນໄດ້ເຂົ້າລັດຖະກອນ ແລ້ວມັນກະຈະ ລຸດຜ່ອນລາຍຈ່າຍ ຂອງພໍ່ແມ່ ເພາະວ່າເງິນເດືອນເຮົາ ກະເພີ້ມຂຶ້ນ ກະຫລາຍສົມ ຄວນຖ້າທຽບໃສ່ 3 ແສນຂອງອາສາ ໃນເມື່ອກ່ອນ ແຕ່ວ່າຄັນຊິ ໃຫ້ພໍກິນແທ້ມັນກະບໍ່ພໍ ແຕ່ວ່າມັນກະຫລຸດຜ່ອນ ລາຍຈ່າຍຂອງຄອບຄົວ ໄປຫລາຍເຕີບ.”

ທ່ານວ່າກ່ອນຈະໄດ້ເຂົ້າເປັນພະນັກງານຣັຖກອນນັ້ນ ຄຣູອາສາສມັກບາງຄົນໄດ້ຈ່າຍເງິນຊື້ຈ້າງ ເພື່ອໃຫ້ໄດ້ເຂົ້າເປັນຣັຖກອນ. ດັ່ງຄຳເວົ້າ ຂອງຄຣູອາສາສມັກ ຜູ້ນຶ່ງທີ່ບໍ່ປະສົງ ອອກຊື່ແລະສຽງ ຕໍ່ວິທຍຸເອເຊັຽເສຣີ ໃນຕອນນື່ງວ່າ:

“ມັນເປັນທຳນຽມປະເພນີມັນແລ້ວ ຖ້າຜູ້ໃດຢາກເຂົ້າເປັນຣັຖກອນ ບໍ່ວ່າຂແນງໃດແມ່ນຈະຕ້ອງໄດ້ຈ່າຍເງິນໝົດ ອີງຕາມໜ້າວຽກ ຄືຄຣູ ນິຊິວ່ານ້ອຍກະບໍ່ນ້ອຍຊິວ່າຫຼາຍກະບໍ່ຫຼາຍ ແຕ່ຖ້າທຽບໃສ່ເຮົານີ້ມັນກະຫຼາຍສົມຄວນ ຖານະເຮົາກະບໍ່ແມ່ນຄົນມີ ຖ້າເຮົາບໍ່ຈ່າຍ ເຮົາກະຊິ ບໍ່ມີລາຍຊື່ນຳເຂົາ.”

ແຂວງຫລວງນ້ຳທາ ມີຄູອາສາສມັກທັງໝົດ 200 ປາຍຄົນ, ຄຣູອາສາ ຕ້ອງສອນໜັງສື ຢ່າງນ້ອຍເປັນເວລາສາມປີ ກ່ອນຈະໄດ້ເປັນ ຣັຖກອນ ເຊິ່ງໃນປີນີ້ ທົ່ວແຂວງຫລວງນໍ້າທາ ມີຄຣູອາສາໄດ້ເຂົ້າເປັນຣັຖກອນ ທັງໝົດແລ້ວ 69 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.