ກົດໝາຍໃໝ່ວ່າດ້ວຍການປິດ ຫູ-ຕາ ແລະປາກ

ຈໍາປາທອງ
2014.11.06
F-internet ກົດໝາຍ ໃໝ່ ວ່າດ້ວຍ ຣະບົບ ການປິດ ຫູ-ຕາ ແລະ ປາກ
Citizen journalist

 

ຣັຖບານ ລາວ ໄດ້ ລົງນາມ ໃນກົດໝາຍ ວ່າດ້ວຍ ອິນເຕີເນັດ ທີ່ ອ້າງວ່າ ເພື່ອ ຮອງຮັບ ການ ຂຍາຍໂຕ ຂອງ ອິນເຕີເນັດ ແຕ່ ທີ່ຈິງ ແລ້ວ ກົດໝາຍ ນັ້ນມີ ບົດ ບັນຍັດ ທີ່ ຂັດແຍ່ງ ກັນ ຢ່າງ ຫຼວງຫຼາຍ ທີ່ເປັນ ບ່ອນ ທໍາລາຍ ສິດ ເສຣີພາບ ໃນການ ປາກ ເວົ້າ ຂີດຂຽນ ແລະ ສິດທິ ອື່ນໆ ຂອງ ພົລເມືອງ ລາວ. ຕາມ ຣາຍງານ ຂອງ Asean beat ທີ່ ລົງໃນ ໜັງສືພິມ The Diplomat ໃນ ວັນທີ 5 ພຶສຈິກາ 2014 ນີ້.

ກຸ່ມ ເສຣີພາບ ທາງ ອິນເຕີເນັດ ວ່າ ເມື່ອ ເວລາ ໄດ້ຮັບ ຣາຍ ງານ ເມື່ອ ສອງ ເດືອນ ກ່ອນນັ້ນ ຄວາມ ເປັນຫ່ວງ ຂອງ ຜູ້ໃຊ້ ອິນເຕີເນັດ ກ່ຽວກັບ ອາຊຍາກັມ ທີ່ ຣະບຸໄວ້ ໃນກົດໝາຍ ນັ້ນ ປາກົດ ວ່າ ຄຸມເຄືອ. ໃນເວລາ ນັ້ນ ເຖິງ ແມ່ນວ່າ ຂໍ້ກໍານົດ ຂອງ ກົດໝາຍ ຍັງບໍ່ທັນ ໄດ້ປະກາດ ໃຫ້ ປວງຊົນ ຮູ້ ກໍຕາມ.ຂນະນີ້ ທາງ The Diplomat ໄດ້ຮັບ ກົດໝາຍ ນັ້ນ ເປັນ ພາສາ ອັງກິດ ຢ່າງ ບໍ່ເປັນ ທາງການ ແລະ ເມື່ອໄດ້ ອ່ານ ເອກກະສານ ນັ້ນແລ້ວ ສາມາດ ຢືນຢັນ ໄດ້ວ່າ ມີເຫດ ທີ່ ຈະເຮັດໃຫ້ ມີຄວາມ ກັງວົນ ກ່ຽວກັບ ຜົລກະທົບ ຂອງ ກົດໝາຍ ໃໝ່ ນັ້ນໄປ ໃນທາງ ທີ່ບໍ່ດີ ຕໍ່ ສິດ ເສຣີພາບ ຂອງ ສື່ມວນຊົນ ແລະ ຕໍ່ ປະຊາທິປະໄຕ ຢູ່ ປະເທສ ລາວ.

ກົດໝາຍ ໄດ້ວາງ ຂໍ້ກໍານົດ ໄວ້ຢ່າງ ເຄັ່ງຄັດ ສໍາລັບ ຜູ້ໃຊ້ ອິນເຕີເນັດ ກ່ຽວກັບ ການ ແບ່ງປັນ ຫລື ເຜີຍແຜ່ ຂໍ້ມູນ ຂ່າວສານ ທາງ ອິນເຕີເນັດ. ຕົວຢ່າງ ມາຕຣາ 6 ຮັບຮູ້ ສິດ ຂອງ ສ່ວນ ບຸກຄົນ ໃນການ ແລກປ່ຽນ ຂໍ້ມູນ ທາງ ອິນເຕີເນັດ ແຕ່ບັງຄັບ ໃຫ້ ຜູ້ດູແລ ເວັບໄຊ “ກວດກາ ເນື້ອຫາ ຂອງ ຂໍ້ມູນ ກ່ອນທີ່ ຈະລົງ ເຜີຍແຜ່ ຈາກ ເວັບ ຂອງ ພວກເຂົາ”. ພ້ອມກັນ ນັ້ນ ຍັງ ກໍານົດໄວ້ ຕື່ມອີກວ່າ “ຂໍ້ມູນ ຂ່າວສານ ທີ່ບໍ່ໄດ້ ຮັບ ອະນຸມັດ ຈາກ ສື່ມວນຊົນ ທາງການ ຫລື ອົງການ ສື່ມວນຊົນ ທີ່ຖືກ ຕ້ອງຕາມ ກົດໝາຍ ແລ້ວ ແມ່ນ ບໍ່ສາມາດ ນໍາມາໃຊ້ ຢ່າງ ເປັນ ທາງການ ໄດ້”. ນີ້ ໝາຍ ຄວາມ ວ່າຜູ້ໃຊ້ ອິນເຕີເນັດ ໃນລາວ ສາມາດ ຣາຍງານ ຂ່າວ ເພື່ອ ແບ່ງປັນ ຂໍ້ມູນ ພຽງແຕ່ ຕ້ອງໄດ້ ຮັບການ ອະນຸມັດ ຈາກ ຣັດ ເທົ່ານັ້ນ ບໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.