ລາວ-ຍິປຸ່ນສລອງສາຍສັມພັນ

ສົມເນ
2015.03.01
f-image ລາວ-ຍິປຸ່ນ ສລອງ 60 ປີ ແຫ່ງ ສາຍສັມພັນ
RFA

ວັນທີ 5 ມິນາ ປີ 2015 ນີ້ ເປັນວັນ ຄົບຮອບ 60 ປີ ຂອງ ຄວາມ ສັມພັນ ທາງ ການທູດ ຣະຫວ່າງ ລາວ ແລະ ຍິປຸ່ນ ພາຍຫລັງ ທັງສອງ ປະເທດ ໄດ້ ມີຄວາມ ສັມພັນ ທາງການ ທູດ ກັນມາ ແຕ່ ວັນທີ 5 ມິນາ 1955, ຕັ້ງແຕ່ ສະໄໝ ປະເທດ ລາວ ມີ ພຣະ ຣາຊອານາຈັກ.

ໃນ ປີ 2015 ນີ້ ລາວ ກັບ ຍິປຸ່ນ ຈຶ່ງໄດ້ ຈັດ ກິຈກັມ ຫລາຍຢ່າງ ເພື່ອ ສລອງ ຂີດໝາຍ ຄົບຮອບ 60 ປີ ຂອງ ຄວາມ ສັມພັນ ຣະຫ່ວາງ ກັນ. ແຕ່ ໃດໆມາ ຍິປຸ່ນ ມີຄວາມ ສັມພັນ ອັນດີງາມ ກັບ ຊາຕລາວ ທັງສອງ ຣະບອບ ມາ ຕລອດ. ຍິປຸ່ນ ໃຫ້ ການ ຊ່ວຍເຫລືອ ແລະ ມີ ໂຄງການ ຮ່ວມມື ກັບ ລາວ ໃນ ທຸກໆດ້ານ ນັບແຕ່ ດ້ານ ເສຖກິດ ການເງິນ ສັງຄົມ ການ ສຶກສາ ວັທນະທັມ ສາທາຣະນະສຸຂ ເທັກນິກ ໂທຣະຄົມ ມະນາຄົມ ແລະ ການຮ່ວມມື ດ້ານ ອື່ນໆ ພ້ອມທັງ ສົ່ງ ນັກ ຊ່ຽວຊານ ແລະ ອາສາສມັກ ມາຊ່ວຍ.

ຣາຍງານ ໜັງສືພິມ ຍິປຸ່ນ ລົງ ວັນທີ 28 ກຸມພາ ວ່າ ນາຍົກ ຣັຖມົນຕຣີ ສປປ ລາວ ທ່ານ ທອງສິງ ທັມມະວົງ ຈະ ໄດ້ເດີນທາງ ໄປ ຢ້ຽມຢາມ ປະເທດ ຍິປຸ່ນ ເປັນ ເວລາ 4 ວັນ ນັບແຕ່ ວັນພຸດ ວັນທີ 4 ມິນາ ໄປ. ທ່ານ ຈະໄດ້ ພົບປະ ກັບ ນາຍົກ ຣັຖມົນຕຣີ ຍິປຸ່ນ ທ່ານ ຊິນໂຊ ອາເບ ແລ້ວ ມີກໍານົດ ເຂົ້າເຝົ້າ ຈັກກະພັດ ອາກິຮິໂຕ ແຫ່ງ ຍິປຸ່ນ.

ຣາຍງານ ກ່າວ ຕໍ່ໄປວ່າ ໃນການ ສລອງ ຄົບຮອບ 60 ປີ ຂອງ ຄວາມ ສັມພັນ ຍິປຸ່ນ-ລາວ ນີ້ ທາງ ສວນສັດ ນະຄອນ ກຽວໂຕ ໄດ້ ນໍາເອົາ ຊ້າງນ້ອຍ 4 ໂຕ ທີ່ ລາວ ໄດ້ມອບໃຫ້ ເປັນ ຂອງຂວັນ ເມື່ອ ເດືອນ ພຶສຈິກາ ປີ ຜ່ານມາ ອອກມາ ໃຫ້ ປະຊາຊົນ ຍິປຸ່ນ ໄດ້ ເຫັນ ໄດ້ຊົມ. ໃນ ຈໍານວນ ຊ້າງນ້ອຍ 4 ໂຕ ນັ້ນ ກໍມີຊ້າງ ແມ່ 3 ໂຕ ແລະ ຊ້າງຜູ້ 1 ໂຕ ອາຍຸ ຣະຫ່ວາງ 3 ຫາ 7 ປີ.

ສື່ມວນຊົນ ລາວ ຣາຍງານ ວ່າ ສໍາລັບ ການສລອງ ຄວາມ ສັມພັນ ທາງການທູດ ລາວ ແລະ ຍິປຸ່ນ ຄົບຮອບ 60 ປີ ນີ້ ຢູ່ລາວ ໄດ້ມີການ ປູກຕົ້ນ ຊາກຸຣະ ຢູ່ ເມືອງ ວຽງໄຊ ແລະ ມີການ ເຮັດບຸນ ລາວ ຢູ່ ກຸງ ໂຕກຽວ ແລະ ບຸນ ຍິປຸ່ນ ຢູ່ ນະຄອນ ຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.