ລາວ-ຍິ່ປຸ່ນ ຍົກຣະດັບການ ຮ່ວມມື
2015.03.09

ໃນ ວັນສຸກ ຜ່ານມາ ນາຍົກ ຣັຖມົນຕຣີ ຍິ່ປຸ່ນ ທ່ານ ຊີນໂຊ ອາເບ ແລະ ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສີງ ທັມມະວົງ ໄດ້ ຕົກລົງ ເຫັນດີ ໃນການ ສົ່ງເສີມ ການຄ້າ ແລະ ການ ຮ່ວມມື ດ້ານ ເສຖກິດ ໃນນັ້ນ ຮ່ວມດ້ວຍ ການ ຊ່ອຍເຫຼືອ ໃນ ການພັທນາ ໂຄງຮ່າງ ພື້ນຖານ ໃນລາວ ຂອງ ຣັຖບານ ຍິ່ປຸ່ນ.
ໃນກອງ ປະຊມຸ ທີ່ ກຸງ ໂຕກຽວ ສອງ ຜູ້ນຳ ໄດ້ອອກ ຖແລງການ ຮ່ວມກັນ ວ່າ ລາວ-ຍິ່ປຸ່ນ ໄດ້ ຕົກລົງ ເຫັນພ້ອມ ຍົກຣະດັບ ການ ຮ່ວມມື ຮອບດ້ານ ຂຶ້ນເປັນ ຄູ່ຮ່ວມມື ຍຸທສາດ ຊຶ່ງ ໝາຍຄວາມ ວ່າ ທັງສອງ ຈະສ້າງ ປໂຍດ ຮ່ວມກັນ ບໍ່ວ່າ ທາງດ້ານ ການຄ້າ ເສຖກິດ ແລະ ການ ລົງທຶນ.
ໃນ ຄຳຖແລງ ຕໍ່ ນັກຂ່າວ ຫລັງຈາກ ການ ພົບປະ ກັບ ທ່ານ ທອງສິງ ນາຍົກ ຣັຖມົນຕຣີ ລາວ ທ່ານ ອາເບ ເວົ້າວ່າ ຍິ່ປຸ່ນ ຈະ ສືບຕໍ່ ໃຫ້ການ ຊ່ອຍເຫລືອ ລາວ ແລະ ບັນດາ ປະເທດ ອາຊຽນ ທັງຫລາຍ ຫລັງຈາກ ການ ຮ່ວມກຸ່ມ ປະຊາຄົມ ເສຖກິດ ອາຊຽນ ໃນ ທ້າຍປີ ນີ້. ທ່ານໄດ້ ສເນີໃຫ້ ການ ຊ່ອຍເຫລືອ ລາວ ໃນ ການສ້າງ ໂຄງຮ່າງ ພື້ນຖານ ປະເພດ ຕ່າງໆ ເຊັ່ນ ການ ສ້າງ ເຂື່ອນ ໄຟຟ້າ ສນາມບິນ ແລະ ອື່ນໆ.
ຍິ່ປຸ່ນ ບໍ່ພຽງແຕ່ ເປັນນຶ່ງ ໃນ ບັນດາ ປະເທດ ທີ່ ໃຫ້ ການ ຊ່ອຍເຫລືອ ລ້າ ແກ່ ສປປລາວ ເທົ່ານັ້ນ ແຕ່ ຫາກມີ ສາຍ ພົວພັນ ແລະ ຄວາມ ຮ່ວມມື ທາງດ້ານ ການຄ້າ ການ ລົງທຶນ ເສຖກິດ ແລະ ການເມືອງ ກໍໄດ້ ເຕີບໃຫຍ່ ຂຍາຍໂຕ ຢ່າງ ຕໍ່ເນື່ອງ ໃນ ຣະຍະ 60 ປີ ຂອງ ການ ພົວພັນ ທາງການ ທູດ ຣະຫວ່າງ ສອງ ປະເທດ ຖ້າມກາງ ການ ລົງທຶນ ແລະ ຜູ້ ປະກອບການ ຍິ່ປຸ່ນ ກຳລັງ ຫລັ່ງໄຫລ ເຂົ້າມາ ລົງທຶນ ໃນ ສປປລາວ ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ.
ການທີ່ ນາຍົກ ລາວ ໄປ ຍິ່ປຸ່ນ ເທື່ອນີ້ ກໍເພື່ອ ຊັກຊວນ ໃຫ້ ນັກລົງທຶນ ຍິ່ປຸ່ນ ເອົາ ສປປລາວ ເປັນນຶ່ງ ໃນ ບັນດາ ປະເທດ ອາຊຽນ ເປັນ ຖານ ການຜລິດ ແລະ ການລົງທຶນ ຂອງ ຍິ່ປຸ່ນ. ປັດຈຸບັນ ມີ ບໍຣິສັດ ຍິ່ປຸ່ນ 120 ບໍຣິສັດ ລົງທຶນ ໃນລາວ ເພີ້ມຂຶ້ນ ເຄີ່ງນຶ່ງ ຂອງ ປີ 2012.