ຣາຍງານການຄ້າມະນຸດ 2016
2016.08.12
ສປປລາວ ເປັນປະເທດ ແຫລ່ງທີ່ມາ ແລະ ເປັນທາງຜ່ານ ແລະ ເປັນຈຸດໝາຍ ປາຍທາງ ສໍາລັບ ແມ່ຍິງ ເດັກນ້ອຍ ແລະ ຜູ້ຊາຍ ທີ່ຕົກຖືກ ຄ້າທາງເພດ ແລະ ແຮງງານ ແບບບັງຄັບ. ຕາມຣາຍງານ ການຄ້າມະນຸດ ປີ 2016 ຂອງ ກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ທີ່ອອກ ເມື່ອວັນທີ 10 ສິງຫາ ນີ້.
ຣາຍງານເວົ້າວ່າ ຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ ມັກຈະເປັນ ຄົນງານຍ້າຍຖິ່ນ ທີ່ສແວງຫາ ໂອກາດ ທີ່ດີຂຶ້ນ ຢູ່ ນອກປະເທດ ຊຶ່ງ ປະເຊີນກັບ ການຂູດຮີດ ແຮງງານ ຫລື ທາງເພດ ພາຍຫລັງ ທີ່ີ ໄດ້ເດີນທາງ ມາເຖິງປະເທດ ຈຸດໝາຍ ປາຍທາງ ຊຶ່ງເກືອບວ່າ ທັງໝົດແມ່ນ ປະເທດໄທ ຮວມເຖິງ ວຽດນາມ ມາເລເຊັຽ ຈີນ ໃຕ້ຫວັນ ແລະ ຍີ່ປຸ່ນ. ມີສ່ວນນຶ່ງ ທີ່ຍ້າຍຖິ່ນ ໂດຍອາສັຍ ພວກນາຍໜ້າ ທີ່ ຄິດເອົາຄ່າ ທໍານຽມນໍາ ແຕ່ ພ້ອມດຽວກັນນັ້ນ ຫລາຍໆຄົນ ກໍຂ້າມ ຊາຍແດນ ໄປ ດ້ວຍຕົນເອງ ໂດຍ ຖືເອກສານ ເດີນທາງ ທີ່ຖືກຕ້ອງ.
ຣາຍງານເວົ້າຕື່ມ ຕອນນຶ່ງວ່າ ພວກທີ່ຖືກຄ້າ ຮວມທັງ ສະມາຊິກ ຄອບຄົວ ຂອງ ຜູ້ເຄາະຮ້າຍ ນັ້ນມັກເປັນ ພວກຄົນທີ່ ມາຈາກຊຸມຊົນ ຢູ່ເຂດ ຊົນນະບົດ ບ່ອນທີ່ ພວກເຂົາ ຖືກຫຼອກລວງ ຕົວະຍົວະ. ຜູ້ເຄາະຮ້າຍ ໄດ້ຮັບການ ໃຫ້ຄໍາໝັ້ນ ສັນຍາວ່າ ຈະໄດ້ວຽກງານ ເຮັດ ທີ່ຖືກຕ້ອງ ຢູ່ຕ່າງປະເທດ. ຜູ້ເຄາະຮ້າຍ ຫຼາຍຄົນ ໂດຍສະເພາະ ແມ່ຍິງ ແລະ ເດັກນ້ອຍ ຊຶ່ງຫຼາຍໆຄົນ ມີອາຍຸ ບໍ່ເຖິງ 18 ປີ ນັ້ນ ຖືກຂູດຮີດ ຢູ່ໃນ ອຸດສາຫະກັມ ການຄ້າ ທາງເພດ ຂອງໄທ ແລະ ເປັນຄົນງານ ແບບບັງຄັບ ໃນບ້ານເຮືອນ ຢູ່ໂຮງຈັກ ໂຮງງານ ຫລື ການກະເສດ.
ຜູ້ຊາຍລາວ ແລະ ເດັກນ້ອຍ ຜູ້ຊາຍລາວ ຊຶ່ງເປັນ ຜູ້ເຄາະຮ້າຍ ໃນການ ຖືກບັງຄັບ ໃຊ້ແຮງງານ ໃນ ອຸດສາຫະກັມ ປະມົງໄທ ຖືກຈໍາແນກ ຢູ່ໃນນ່ານນໍ້າ ຂອງ ອິນໂດເນເຊັຽ.
ຣາຍງານ ການຄ້າມະນຸດ ປີ 2016 ຂອງ ກະຊວງການ ຕ່າງປະເທດ ສະຫະຣັຖ ອະເມຣິກາ ທີ່ ອອກເມື່ອວັນທີ 10 ສິງຫາ ນີ້ ໄດ້ຈັດ ສປປລາວ ຢູ່ໃນຂັ້ນ 2 ຫລື Tier 2 ຂັ້ນຕິດຕາມ ສິ້ງຊອມເບິ່ງ ໃນຄວາມ ພຍາຍາມ ແກ້ໄຂ ບັນຫາ ການຄ້າມະນຸດ ຊຶ່ງ ປາກົດວ່າ ບໍ່ຄ່ອຍມີຫຍັງ ແຕກຕ່າງ ໄປຈາກ ຫຼາຍປີ ຜ່ານມາ.