ລາວ ແຈ້ງວາຣະກອງປະຊຸມ ອາຊຽນ
2016.03.01
ກອງປະຊຸມ ວົງແຄບ ຂອງ ຣັຖມົນຕຣີ ການ ຕ່າງປະເທດ ອາຊຽນ ທີ່ຈັດຂຶ້ນ ໃນວັນທີ 27 ກຸມພາ 2016 ທີ່ ນະຄອນຫຼວງ ວຽງຈັນ, ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ຣັຖມົນຕຣີ ວ່າການ ກະຊວງ ການ ຕ່າງປະເທດ ສປປ ລາວ ໄດ້ແຈ້ງ ວາຣະ ກອງປະຊຸມ ທີ່ຖືເປັນ ບຸຣິມະສິດ ທີ່ ຄວນນໍາມາ ປຶກສາ ຫາລືກັນ ໃນໂອກາດ ການເປັນ ປະທານວຽນ ອາຊຽນ ຂອງ ສປປ ລາວ ປີ 2016. ຕາມຣາຍງານ ໜັງສືພິມ ທາງການລາວ.
ຫົວເຣື້ອງ ມີ ດັ່ງຕໍ່ໄປນີ້:
1.ຜັນຂຍາຍ ວິສັຍທັສ ປະຊາຄົມ ອາຊຽນ 2025
2.ເຮັດໃຫ້ ຊ່ອງວ່າງ ຂອງ ຄວາມແຕກໂຕນ ຣະຫວ່າງ ປະເທດ ສະມາຊິກ ອາຊຽນ ໃຫ້ ຫນ້ອຍລົງ.
3.ການອຳນວຍ ຄວາມສະດວກ ທາງດ້ານ ການຄ້າ
4.ການພັທນາ ວິສາຫະກິຈ ຂະໜາດນ້ອຍ ແລະ ກາງ
5.ການພັທນາ ການທ່ອງທ່ຽວ
6.ການເຊື່ອມຕໍ່ ເຂົ້າຫາກັນ
7.ການສົ່ງເສີມ ວຽກເຮັດ ງານທຳ ການຫັນໄປສູ່ ເສຖກິຈ ໃນຣະບົບ ຂອງ ອາຊຽນ
8.ການສົ່ງເສີມ ການຮ່ວມມື ໃນ ພູມີພາກ
ພ້ອມດຽວກັນນັ້ນ ກອງປະຊຸມ ຍັງຈະໄດ້ ປຶກສາ ຫາລື ການຮັດແໜ້ນ ປະຊາຄົມ ອາຊຽນ, ການພົວພັນ ແລະ ການຮ່ວມມື ພາຍນອກ ບັນຫາ ພາກພື້ນ ແລະ ສາກົນ ລວມມີ ບັນຫາ ກຸ່ມ ກໍ່ການຮ້າຍ, ພັຍພິບັດ ທາງ ທຳມະຊາດ, ບັນຫາ ໂລກຮ້ອນ, ພຍາດຣະບາດ ການຍ້າຍຖິ່ນຖານ ຂອງ ປະຊາຊົນ ແບບຜິດ ປົກກະຕິ, ສະພາບການ ຢູ່ຕາເວັນອອກ ກາງ, ແຫຼມເກົາຫຼີ ແລະ ທະເລຈີນໃຕ້ ນອກນັ້ນ ກອງປະຊຸມ ຍັງໄດ້ ປຶກສາ ຫາລື ແລະ ສນັບສນູນ ການສະໝັກ ຂອງ ປະເທດ ສະມາຊິກ ອາຊຽນ ໃນ ຕຳແໜ່ງ ຕ່າງໆ ໃນອົງການ ເຄືອຂ່າຍ ຂອງອົງການ ສະຫະ ປະຊາຊາດ.